ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປິລິບປີນ ຕຽມຮັບມືກັບ ໄຕ້ຝຸ່ນໃຫຍ່ ຂະໜາດແຮງ ຮາກູພິດ


ໄຕ້ຝຸ່ນ Hagupit ຢູ່ທີ່ພາກຕາເວັນຕົກ ຂອງມະຫາສະມຸດ ປາຊິຟິກ
ໄຕ້ຝຸ່ນ Hagupit ຢູ່ທີ່ພາກຕາເວັນຕົກ ຂອງມະຫາສະມຸດ ປາຊິຟິກ

ຊາວ​ຟິລິ​ບບີນຫລາຍ​ຮ້ອຍ​ພັນ​ຄົນ ພາກັນ​ຍົກຍ້າຍ​ອອກ​ຈາກ​ໝູ່​
ບ້ານທີ່ຢູ່​ຕາມ​ ແຄມຝັ່ງ​ທະ​ເລ ແລະ​ຂົງ​ເຂດ​ທີ່​ຈະ​ເກີດ​ດິນ​ເຈື່ອນ
ກ່ອນທີ່ລົມໄຕ້​ຝຸ່ນ​ຮ້າຍ​ແຮງ ຈະໄປ​ເຖິງ ​ໃນ​ຂະນະ​ທີ່​ປະ​ເທດ​ດັ່ງ
ກ່າວກຳລັງຟື້ນໂຕຄືນ ຈາກໄຕ້​ຝຸ່ນ​ຍັກ ທີ່ພັດເຂົ້າຖະຫຼົ່ມ ​ເມື່ອ​ປີ​
ແລ້ວ​ນີ້.

ບັນດາ​ນັກ​ພະຍາກອນ​ອາກາດເຕືອນ​ວ່າ ​ໄຕ້​ຝຸ່ນ Hagupit ມີ
​ຄວາມ​ໝາຍ​ໃນ​ພາສາຟິລິບ​ປີນ​ວ່າ “ຖະຫລົ່ມ” ພ້ອມດ້ວຍ​ລົມ​
ແຮງ 215 ກິ​ໂລ​ແມັດຕໍ່​ຊົ່ວ​ໂມງ ​ແລະ​ແຮງພັດເປັນບາງຄັ້ງເຖິງ
250 ກິ​ໂລ​ແມັດຕໍ່​ຊົ່ວ​ໂມງຊຶ່ງຄາດວ່າຈະ​ພັດເຂົ້າປະທະແຂວງ
ຊາມາຕາເວັນອອກຫລື East Samar ​ໃນ​ຕອນ​ແລງ​ວັນເສົາ​
ມື້​ອຶ່ນນີ້.

ແຂວງ East Samar ​ແລະ​ບັນດາ​ແຂວງ​ພາກ​ກາງ​ອຶ່ນໆ ​ແມ່ນໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​
ຮ້າຍ​ແຮງ​ໃນ​ປີ​ກາຍ​ນີ້ຈາກ ໄຕ້ຝຸ່ນ Haiyan ທີ່ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຫລາຍ​ກວ່່າ 7,300
ຄົນແລະ​ຖືກຊັ່ງຊາ​ວ່າເປັນລົມພາຍຸ​ທີ່​ຮ້າຍ​ແຮງ​ສຸດ​ເທິ່ງ​ໜ້າດິນ ເທົ່າທີ່ເຄີຍຈົດບັນທຶກມາ.
ຫລາຍ​ພັນ​ຄົນ​ຢູ່​ໃນ​ຂົງ​ເຂດຍັງ​ພາກັນ​ອາໄສຢູ່ຕາມຕູບຕາມຜາມ​ຕ່າງໆ.

​ເຖິງ​ຢ່າງ​ໃດ​ກໍ​ດີ ລາຍ​ງານ​ພະຍາກອນ​ອາກາດ ​ໂດຍສູນກາງເຕືອນໄພຮ່ວມກ່ຽວກັບລົມໄຕ້
ຝຸ່ນຂອງກອງທັບ​ສະຫະລັດ ທີ່ລັດ Hawaii ກ່າວ​ວ່າ ​ໄຕ້​ຝຸ່ນ Hagupit ອາດ​ຈະ​ມຸ່ງໜ້າໄປ
​ທາງ​ທິດ​ເໜືອແທນຫລັງ​ຈາກ​ພັດຂຶ້ນຝັ່ງແລ້ວ ​ແລະ​ອາດ​ເປັນ​ໄພ​ຂົ່ມຂູ່​ແກ່ນະຄອນຫລວງ​ມາ​ນິລາ.

ຢູ່​ໃນ​ກອງ​ປະຊຸມ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່ຮັບມືກັບໄພ​ສຸກ​ເສີນ ​ໃນ​ວັນ​ພະຫັດ​ວານ​ນີ້ ປະທານາ
ທິບໍດີ Benigno Aquino ​ໄດ້​ສັ່ງ​ໃຫ້​ເອົາບາດກ້າວ​ປ້ອງ​ກັນ ບໍ່ໃຫ້ມີ ການຊື້​ເຄື່ອງແບບຕື່ນ
ຕົກໃຈ ​ແລະ​ສະ​ສົມອາຫານ​ໄວ້. ທ່ານ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ເຈົ້າ​ໜ້າ​ທີ່ “ພາກັນກະ
ກຽມທຸກໆ​ຢ່າງ.”

ປະ​ເທດ​ໃນເຂດເອເຊຍຕາເວັນອອກສຽງໃຕ້ ​ໄດ້​ປະ​ເຊີ​ໜ້າ​ກັບລົມ​ພາຍຸ​ຮ້າ​ຍ​ແຮງ​ແບບທີ່​ບໍ່
​ມີ​ມາ​ກ່ອນ ​ໃນ​ສອງ​ສາມ​ປີ​ທີ່​ຜ່ານ​ມານີ້ ຮວມທັງ ໄຕ້​ຝຸ່ນ Bopha ທີ່​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ ຫລືຫາຍສາບສູນຫຼາຍ​ກວ່າ 1,900 ຄົນ ​ໃນ​ປີ 2012.

PHILIPPINES SOTVO
please wait
Embed

No media source currently available

0:00 0:00:40 0:00

XS
SM
MD
LG