ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ບາດເຈັບ ແປດຄົນ ໃນເຫດລະເບີດ ທີ່ຟີລິບປິນ


ເຫດລະເບີດທີ່ຟິລິບປິນ
ເຫດລະເບີດທີ່ຟິລິບປິນ

ພວກເຈົ້າໜ້າທີ່ໃນເຂດພາກໃຕ້ຂອງຟິລິບປິນ ກ່າວວ່າ ເຫດລະເບີດສອງບັ້ນທີ່ສັ່ນ​ສະ
ເທືອ​ນເມືອງ Zamboanga ​ໃນວັນອາທິດມື້ນີ້ ​ໄດ້​ສົ່ງຜົນໃຫ້ມີຜູ້ໄດ້ຮັບບາດເຈັບແປດຄົນ.

ທ່ານ Edwin De Ocampo ຜູ້ກໍາກັບການຕໍາຫລວດອາວຸໂສກ່າວວ່າ ລະເບີດລູກນຶ່ງໄດ້
ແຕກ​ຂຶ້ນ​ຢູ່ຊັ້ນໜ້າດິນຂອງໂຮງແຮມແຫ່ງນຶ່ງໃນເວລາປະມານທ່ຽງວັນ ແລະລູກທີ່ສອງໄດ້
ປະທະສະໜາມຕີໄກ່ ທີ່ຢູ່​ໃກ້ໆ​ກັນນັ້ນ.

ຕໍາຫລວດບໍ່​ໄດ້ໃຫ້ຄໍາເຫັນໃດໆ ກ່ຽວ​ກັບວ່າການວາງລະເບີດສອງບັ້ນດັ່ງກ່າວນັ້ນ ແມ່ນ
ກ່ຽວພັນກັນຫລືບໍ່.

ພວກຫົວຮຸນແຮງ ອາບູ ​ເຊຢັບ ທີ່ເຊຶ່ອມໂຍງກັບກຸ່ມກໍ່​ການ​ຮ້າຍອາລ​ເຄອີດາ ​ແມ່ນມີ​
ຖານປະຕິບັດການຢູ່ທີ່ເກາະ Basilan ຄົນ​ລະ​ຟາກຊ່ອງ ແຄບກັບ​ເມືອງ Zamboanga ແລະພວກຫົວຮຸນແຮງກຸ່ມນີ້ເຄີຍຖືກຖິ້ມ ໂທດໃສ່ວ່າ ເປັນຜູ້ທໍາ​ການໂຈມຕີຫລາຍໆບັ້ນ
ໃນເມືອງດັ່ງກ່າວ​ມາ​ແລ້ວ.

XS
SM
MD
LG