ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາຍອອສເຕຣເລຍ ຖືກລັກພາຕົວ ຢູ່ເກາະມິນດານາວ ຂອງຟິລິບປິນ


ແຜນທີ່ເກາະ Mindanao ຂອງຟິລິບປິນ
ແຜນທີ່ເກາະ Mindanao ຂອງຟິລິບປິນ

ພວກ​ເຈົ້າໜ້າ​ທີ່​ຟິລິບ​ປິນກ່າວ​ວ່າ ພວກທີ່ສົງໄສວ່າເປັນ​ມຸສລິມ​ຮຸນ​ແຮງ​ໄດ້​ລັກ​ພາ​ຕົວ​ຊາຍ
ຊາວ​ອອສ​ເຕຣ​ເລຍ​ຄົນ​ນຶ່ງ​ຈາກ​ບ້ານ​ພັກ​ຂອ​ງລາວ​ທີ່​ເກາະ​ມິນ​ດາ​ນາວ​ທາງ​ພາກ​ໃຕ້​ຂອງ​ປະ
ເທດ​ຊຶ່ງ​ເປັນ​ເຂດ​ທີ່​ວຸ້ນວາຍ​ຕະຫລອດ​ມາ​ນັ້ນ.

ເຈົ້າໜ້າ​ທີ່​ຕໍາ​ຫລວດ ແລະ​ທະຫານ​ ກ່າວ​ວ່າ ນາຍ Richard Rodwell ອາຍຸ 53 ປີ ທະ
ຫານ​ອອສ​ເຕຣ​ເລຍ​ທີ່​ພົ້ນ​ກະສຽນ​ແລ້ວ ​ໄດ້​ຖືກ​ລັກ​ພາ​ຕົວ ​ໄປ​ໂດຍ​ພວກ​ມື​ປືນ​ຫລາຍໆ​
ຄົນເມື່ອ​ຕອນ​ແລງ​ວັນ​ຈັນຢູ່ ​ທີ່ບ້ານ Ipil ທີ່​ບໍ່​ມີ​ຜູ້ຄົນອາໄສຢູ່​ຫລາຍ​ປານ​ໃດ​ນັ້ນ.

ທ່ານ​ນາງ Julia Gillard ນາຍົກລັດຖະມົນຕີອອສ​ເຕຣ​ເລຍ ກ່າວ​ວ່າ ທ່ານ​ນາງ​ໄດ້​ຮູ້ເລື່ອງ
ແລ້ວ​ວ່າ ຊາຍ​ອອສ​ເຕຣ​ເລຍ​ຄົນ​ນຶ່ງ​ຖືກ​ລັກ​ພາ​ຕົວ​ໄປ ຢູ່​ໃນ​ຟິລິບ​ປິນ ​ແລະ​ເວົ້າວ່າ ໜ່ວຍ​ສະ
ເພາະ​ກິດ​ໄດ້​ຖືກ​ແຕ່ງ​ຕັ້ງ​ຂຶ້ນມາ​ເພື່ອ ຮັບ​ມື​ກັບ​ບັນຫາ​ນີ້​.

ພວກ​ນັກ​ສືບສວນ​ສອບ​ສວນ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ເຫັນ​ຮອຍ​ເລືອດ​ຢູ່ ບ່ອນ​ເກີດ​ເຫດ​ທີ່​
ບ້ານພັກ​ຂອງນາຍ Rodwell ທີ່​ຊີ້ແນະ​ໃຫ້​ເຫັນ​ວ່າໄດ້​ມີ​ການຕໍ່ສູ້​ກັນກັບ​ພວກ​ມາ​ຈັບ​ກຸມນັ້ນ.

ຕໍາຫລວດ​ຟິລິບ​ປິນສົງ​ໄສ​ວ່າ ກຸ່ມ​ຫົວ​ຮຸນ​ແຮງ​ອີສລາມ Abu Sayyaf ທີ່​ເປັນເຄືອຂ່າຍກັບ​
ກຸ່ມ​ອາລຄາ​ອີ​ດາ ຢູ່​ເບື້ອງຫລັງ​ຂອງ​ການ​ລັກ​ພາ​ຕົວ​ຄັ້ງ​ນີ້.

XS
SM
MD
LG