ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ແມ່ນໍ້າລໍາຄອງ ໃນຂົງເຂດເອເຊຍ ກໍາລັງຊຸດໂຊມ ຢ່າງໜັກ ຍ້ອນມົນລະພິດ (ວີ​ດີ​ໂອ)


ເຂດພູດອຍ Cordillera ຂອງຊາວ Ifugaos ໃນເຂດພາກເໜືອຂອງ ຟິລິບປິນ ທີ່ເຣັດນາຢູ່ຕາມເຈີ້ຍພູ ແລະມີວີທີການຄຸ້ມຄອງນໍ້າໄດ້ດີທີ່ ສຸດ ແລະມີນໍ້າຢ່າງພຽງພໍຢູ່ຕະຫຼອດ.
ເຂດພູດອຍ Cordillera ຂອງຊາວ Ifugaos ໃນເຂດພາກເໜືອຂອງ ຟິລິບປິນ ທີ່ເຣັດນາຢູ່ຕາມເຈີ້ຍພູ ແລະມີວີທີການຄຸ້ມຄອງນໍ້າໄດ້ດີທີ່ ສຸດ ແລະມີນໍ້າຢ່າງພຽງພໍຢູ່ຕະຫຼອດ.
ປະ​ເມີນ​ກັນວ່າ ແມ່​ນໍ້າ​ລໍາ​ຄອງ​ໃນ​ຂົງ​ເຂດ​ເອ​ເຊຍ ສູງ​ເຖິງປະມານ
80% ທີ່​ຖື​ວ່າ​ມີ​ຄຸນ​ນະພາ​ບ​ເຊື່ອມ​ໂຊມ​ທີ່​ສຸດ ຫຼື​ໄດ້​ຮັບ​ຄວາມ​ເສຍ
ຫາຍ ຈາກ​ມົນ​ລະ​ພິດ ​ແລະການ​ພັດທະນາ​ດ້ານ​ຊັບພະຍາກອນ​
ນໍ້າທີ່​ຂາດ​ການ​ປະ​ສານ​ງານ​ກັນ. ​ໃນຂະນະ​ທີ່​ບັນດາ​ນັກ​ອະນຸລັກ​
ທັງຫຼາຍ ຄິດ​ທົບ​ທວນ​ເບິ່ງ​ ຍຸດ​ທະວີ​ທີ​ຕ່າງໆເພື່ອ​ປົກ​ປັກຮັກສາ​
ແມ່​ນໍ້າ​ລໍາ​ຄອງ​ເຫຼົ່າ​ນີ້​ ໃຫ້​ຢູ່​ໃນ​ສະພາບ​ສົມບູນ​ດີ ມີຄຸນ​ນະພາ​ບ
ຕະຫຼອດ​ໄປນັ້ນ ຄະນະ​ນັກ​ຄົ້ນຄວ້າ​ໜຸ່ມທີ່​ນະຄອນຫຼວງ​ມະນິລາ
ປະ​ເທດຟິລິບ​ປິນ ກໍາລັງ​ພົບ​ເຫັນ​ສິ່ງ​ທີ່​ໃຫ້​ຄວາມ​ຫວັງ ​ ໃນ​ວິທີ​
ການ​ຄຸ້ມ​ຄອງ​ນໍ້າ​ແບບ​ທີ່​ປະຕິບັດ​ກັນ​ມາ​ແຕ່​ໂບຮານນັ້ນ Pros
Laput ຜູ້​ສື່​ຂ່າວ​ວີ​ໂອ​ເອ ລາຍ​ງານຈາກ​ເຂດ​ພູ Cordillera ປະ​
ເທດ​ຟິລິປປິນ ຊຶ່ງ​ທອງ​ປານ​ຈະ​ນໍາ​ສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ

ລິງໂດຍກົງ

ຊົນ​ຊາວ Ifugao ຈາກ​ເຂດ​ພູ Cordillera ທາງ​ພາກເໜືອ​ຂອງ​ຟິລິບ​ປິນ ​ອັນທີ່​ຮູ້​ກັນ
ວ່າ​ ເປັນ​ຜູ້​ສ້າງ​ນາ​ຂັ້ນ​ໄດ ຫລື​ນາ​ຕາມ​ເຈີ້ຍພູ ຊຶ່ງ​ເປັນ ສະຖານ​ທີ່​ມໍ​ລະ​ດົກ​ໂລກ​ ຂອງ​ອົງການ UNESCO ນັ້ນ. ນາ​ພູດ​ອຍ​ເຫຼົ່າ​ນີ້ ສາມາດ​ຢູ່​ລອດ​ມາ​ໄດ້​ເປັນ​ເວລາ​ຫຼາຍ​ກວ່າ 900 ປີມາ​ແລ້ວ ສ່ວນ​ນຶ່ງ​ນັ້ນ​ກໍ​ເປັນ​ຍ້ອນພວກ​ຄົນ​ທ້ອງ​ຖິ່ນ​ ພາກັນ​ປົກ​ປ້ອງ​ປ່າ​ໄມ້​ຢູ່​ເຂດ​ໃກ້​ຄຽງ ​ແລະ​ປົກ​ປ້ອງ​ບໍລິ​ເວນ​ລຸ່ມ​ນໍ້າ ທີ່​ຄໍ້າ​ຈູນ​ທົ່ງ​ໄຮ່​ທົ່ງ​ນາ​ຂອງ​ພວກ​ເຂົາ​ເຈົ້າ​ ໃຫ້​ຢູ່​ໃນ​ສະ ພາບ​ສົມບູນ​ຕະຫຼອດ​ມາ.

ສ່ວນ​ຢູ່​ພື້ນ​ທີ່​ຮາບຕໍ່ານັ້ນ ຈໍານວນ​ປະຊາກອນ​ທີ່​ເພີ່ມ​ຂຶ້ນ ບວກ​ກັບ​ການ​ເຕີບ​ໂຕດ້ານ​ອຸດສາຫະກໍາ​ ​ແມ່ນ​ໄດ້​ກົດ​ດັນ​ຕໍ່ແມ່​ນໍ້າ ​ແລະ​ອ່າງ​ນໍ້າຫລາຍຂຶ້ນ​ນັບ​ມື້ ເຖິງ​ແມ່ນ​ຈະ​ມີ​ແຜນການ​ພັດທະນາ​ຂະໜາດ​ໃຫຍ່ທີ່​ອອກ​ແບບ​ໂດຍ​ພວກ ວິສະ​ວະ​ກອນຢ່າງ​ດີ​ກໍ​ຕາມ.

ທ່ານ Wouter Lincklaen Arriens ຜູ້​ຊ່ຽວຊານ​ເລຶ່ອງນໍ້າ ປະ​ຈໍາ​ທະນາຄານ​ພັດທະ ນາ​ເອ​ເຊຍ ​ເວົ້າ​ວ່າ ວິທີ​ການ​ປະຕິບັດ​ກັນມາ​ແຕ່​ເກົ່າ​ກ່ອນ​ຂອງ​ປະຊາ​ຄົມ​ທ້ອງ​ຖິ່ນ​ທັງ ຫຼາຍ​ນັ້ນ ໜ້າ​ຈະ​ຖື​ວ່າ​ ມີ​ບົດບາດ​ສໍາຄັນ​ທີ່​ສຸດ ​ໃນການ​ຄຸ້ມ​ຄອງ​ຮັກສາບໍລິ​ເວນ​ລຸ່ມ​ນໍ້າ​ສະ​ໄໝ​ໃໝ່​ນີ້​ໄດ້.

ທ່ານ ອາຣີອານ ​ເວົ້າ​ວ່າ: “ມັນ​ເປັນ​ກຸ່ມ​ປະຊາ​ຊົນ ​ແລະ​ສັງຄົມ ທີ່​ພວກ ​ເຂົາ​ເຈົ້າ ຕ້ອງ​ມີ​ວິທີ​ຮັກສາສະພາບ​ການ​ຂາດ​ແຄນ​ນໍ້າ ​ແລະ​ໃຫ້​ມີ​ປະລິມານ ນໍ້າ​ໄວ້​ດື່ມ​ໄວ້​ໃຊ້​ຢ່າງ​ເຫຼືອ​ເຟືອ​ໄດ້​. ສະ​ນັ້ັນການຈະ​ມີ​ຄວາມ​ສາມາດກັບ​ຄືນ​ສູ່​ສະພາບ​ ເດີມ​ໄດ້ ແທ້ໆ​ແລ້ວ ມັນ​ຂຶ້ນຢູ່​ກັບ​ປະຊາຊົນ ​ແລະ​ປະຊາ​ຄົມ ຕ່າງໆ.”

Jae Woo Jang ​ເປັນ​ນັກຮຽນ​ຊັ້ນ ປ 7 ທີ່ໂຮງຮຽນ​ນານາ​ຊາດ​ແຫ່ງ​ນຶ່ງ ​ໃນ​ນະຄອນ ຫຼວງ​ມະນິລາ ປະ​ເທດ​ຟິລິບ​ປິນ. ທ້າວ Jang ພ້ອມ​ດ້ວຍ​ເພື່ອນ​ຮ່ວມ​ຄົ້ນຄວ້າ​ນໍາ​ກັນ ຄື​ທ້າວ Scott Platt-Salcedo ກໍາລັງ​ສຶກສາຄົ້ນຄວ້າ​ເພື່ອຊອກ​ຫາ​ວີ​ທີແກ້​ໄຂ ​ເລຶ່ອງຊັບ ພະຍາກອນນໍ້າ ທີ່​ປະສົບ​ບັນຫາຂອງ​ຟິລິບ​ປິນຢູ່​ໃນ​ຂະນະນີ້.

ທ້າວ Jang ​ເວົ້າ​ວ່າ ຫຼັກການ​ສໍາຄັນ​ທີ່​ສຸດ ຕໍ່​ຜົນ​ສໍາ​ເລັດ​ໃນ​ເລຶ່ອງນໍ້າ​ຂອງຊົນ​ຊາວ Ifugao ນັ້ນ ປະກົດ​ວ່າ​ເປັນ​ຍ້ອນ​ຄວາມ​ໝັ້ນ​ໝາຍ​ຂອງ​ພວກ​ເຂົາ​ເຈົ້າຕໍ່ ຊີວະ​ນານາ​ພັນ ຄື​ພືດພັນ ​ແລະ​ສິ່ງ​ມີ​ຊີວິດຫຼາກຫຼາຍຊະນິດ ທີ່​ເປັນຕົວການ​ເຮັດ​ໃຫ້ປ່າ​ໄມ້​ທັງຫຼາຍ​ມີ​ສະພາບ​ທີ່​ອຸດົມສົມບູນແລະ ຜົນ​ຕອບ​ແທນ​ນັ້ນ ກໍ​ຄື​ປ່າ​ໄມ້​ຈະສາມາດ​ກັກ​ເກັບ​ນໍ້າ​ໄດ້​ຫຼາຍ​ຂຶ້ນນັ້ນ​ເອງ.

ທ້າວ Jang ​ເວົ້າ​ວ່າ: “ພວກ​ປະຊາຊົນ ບໍ່​ຕ້ອງ​ຖືກ​ບອກສອນ​ວ່າ​ລະບົບ​ຊີວະ​ນານາ​ ພັນ​ນັ້ນ​ສໍາຄັນ​ສໍ່າ​ໃດ. ພວກ​ເຂົາ​ເຈົ້າຮູ້​ດີ​ວ່າ ປ່າໄມ້​ທີ່​ອຸດົມສົມບູນ ​ແມ່ນ​ຖືກ​ສ້າງ​ຂຶ້ນມາ ກໍ​ໂດຍ​ຄວາມ​ຕ້ອງການ​ຂອງ​ພວກ​ເຂົ​າ​ເຈົ້າ​ພາກັນ​ປູກ​ພວກພືດ​ພັນ​ຫຼາກ​ຫຼາຍ​ຊະນິດ​ນັ້ນ ຍົກຕົວຢ່າງ ຄື​ພວກ​ເຂົາ​ເຈົ້າ​ໄດ້​ປູກ​ຕົ້ນ​ໄມ້ຈໍານວນ 171 ຊະນິດ​ທີ່​ແຕກ​ຕ່າງໆ ​ໃນ​ນັ້ນ ມີ 121 ຊະນິດ ທີ່​ຕ້ອງ​ໄດ້​ນໍາ​ໄປ​ໃຊ້​ເປັນ ປະ​ໂຫຍ​ດສະ​ເພາະ​ໃດ​ນຶ່ງ.”

ພໍ່​ຕູ້ Jose Pinay-an ​ຊຶ່ງ​ເປັນຊາວນາ​ເຜົ່າ Ifugao ທີ່​ເມືອງ Hungduan ຂອງເຂດ​ພູ Cordillera ​ເວົ້າ​ວ່າ ວິທີການຮັກສາ​ປ່າ​ໄມ້​ນີ້ແມ່ນ​ໄດ້​ສືບ​ທອດ​ກັນ​ມາ​ຈາກ​ບັນພະບຸລຸດ ຫຼື​ປູ່ຍ່າຕາ​ຍາຍ​ຂອງ​ພວກ ເຂົາ​ເຈົ້າ.

ພໍ່​ຕູ້ Jose ​ເວົ້າ​ວ່າ: “ພວກ​ເຮົາ​ມີ​ນໍ້າ​ຕະຫຼອດ​ເວລາ​ນັ້ນ ຍ້ອນ​ວ່າ​ພໍ່​ແມ່​ຂອງ ພວກ​ເຮົາ​ໄດ້​ບອກສອນ​ພວກ​ເຮົາວ່າ ​ເວລາໃດເຮົາ​ຕັດ​ຕົ້ນ​ໄມ້​ບາງ​ຕົ້ນນັ້ນ ພວກ​ເຮົາ​ຕ້ອງ​ປູກ​ແທນ​ຫຼາຍ​ກວ່າ​ຈໍານວນ​ທີ່​ເຮົາ​ຕັດ ນັ້ນ​ຄື​ວິທີ​ການ​ປະຕິບັດກັນ​ມາ ຂອງ​ພວກ​ເຮົາ.”

​ແຕ່​ມັນ​ກໍ​ເປັນ​ກາ​ນປະຕິບັດ ທີ່​ກໍ​າລັງຕໍ່ສູ້​ດິ້ນຮົນ ​ເພື່ອເຊື່ອມ​ໂຍງ​ໃຫ້​ເຂົ້າກັບ​ພວກ​ຄົນ​ລຸ້ນ​ໃໝ່​ຊາວ Ifugao ໃຫ້​ເຂົາ​ເຈົ້າເຂົ້າ​ໃຈດີ​ໃນ​ຄວາມ​ສໍາຄັນ ຂອງ ເລຶ່ອງນີ້ ກໍ​ຄື​ພວກ​ຄົນ​ໜຸ່ມ​ທີ່​ກໍາລັງ​ປະ​ຖິ້ມທົ່ງ​ໄຮ່​ທົ່ງ​ນາ ພາກັນ​ໄປ​ຊອກ​ຫາ​ວຽກ​ເຮັດ​ງານ​ທໍາ ຢູ່​ເຂດ​ທີ່​ຮາບ​ຕໍ່າ ຫຼາຍ​ຂຶ້ນນັບ​ມື້ນັ້ນ.

ຂະນະ​ນີ້ ນັບ​ວ່າ​ມັນ​ເປັນ​ຊ່ວງ​ເວລາ​ທີ່​ຂົມ​ຂື່ນ​ແລະ​ດີ​ໃຈ​ສໍາລັບປະຊາ​ຄົມ​ຫຼາຍ​ສົມຄວນ ຍ້ອນ​ວ່າ​ໃນ​ຂະນະ​ທີ່​ວິທີ​ການ​ປະຕິບັດ​ເພື່ອ​ສະຫງວນຮັກສາ​ປ່າ​ໄມ້​ນີ້ ກໍາລັງໄດ້​ຮັບ​ການ​ຮັບ​ຮູ້​ຫຼາຍ​ຂຶ້ນນັບ​ມື້​ນັ້ນ ຊາວ​ Ifugao ກໍາລັງ​ດິ້ນຮົນເພື່ອ​ສິດສອນ​ໃຫ້​ພວກ​ຊາວນາ​ລຸ້ນ ຕໍ່​ໄປຂອງ​ພວກ​ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້​ແລະ​ປະ ຕິບັດ​ມໍລະດົກ​ຕົກ​ທອດ​ນີ້ສືບ​ຕໍ່​ໄປ.

Traditional Farm Practices Hold Promise For Philippines' Sick Rivers
please wait

No media source currently available

0:00 0:02:34 0:00
ລິງໂດຍກົງ
XS
SM
MD
LG