ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະທານາທິບໍດີ ຟີລິບປິນ ກ່າວຂໍໂທດ ຕໍ່ຊາວ ຢິວ ທົ່ວໂລກ


Venesuela Milliy gvardiyasi mashinasi muxolifat namoyishchisini bosib ketdi.  Karakas shahri. 
Venesuela Milliy gvardiyasi mashinasi muxolifat namoyishchisini bosib ketdi.  Karakas shahri. 

ປະທານາທິບໍດີ ຟີລິບປິນ ທ່ານ Rodrigo Duterte ໄດ້ກ່າວຂໍໂທດ “ຢ່າງເລິກເຊິ່ງ ແລະ ໜັກແໜ້ນ” ຕໍ່ປະຊາຄົມຊາວ ຢິວ ຂອງໂລກໃນວັນອາທິດວານນີ້ ສຳລັບການປຽບທຽບສົງ ຄາມຂອງທ່ານ ໃສ່ພວກຄ້າຢາເສບຕິດ ກັບ ການຂ້າຄົນຈຳນວນຫຼາຍຂອງພວກ ນາຊີ ໃນ ສົງຄາມໂລກຄັ້ງທີ 2.

ທ່ານ Duterte ໄດ້ກ່າວໃນພິທີເປີດເທດສະການແຫ່ງໜຶ່ງໃນເມືອງ Bacolod ວ່າ “ຂ້າ ພະເຈົ້າຢາກຈະເຮັດໃຫ້ມັນກະຈ່າງແຈ້ງ ແລະ ຕອນນີ້ວ່າມັນບໍ່ເຄີຍມີຄວາມຕັ້ງໃຈໃດໆ ໃນພາກສ່ວນຂອງຂ້າພະເຈົ້າທີ່ຈະເຮັດໃຫ້ຄວາມຊົງຈຳຂອງຊາວ ຢິວ ຫົກລ້ານຄົນທີ່ ຖືກຂ້າຕາຍໂດຍພວກ ເຢຍລະມັນ ມີຄວາມເສື່ອມເສຍແຕ່ຢ່າງໃດ.”

ທ່ານໄດ້ຍອມຮັບວ່າ ການໃຫ້ຄຳເຫັນຂອງທ່ານໃນສັບປະດາທີ່ຜ່ານມາ ໄດ້ເຮັດໃຫ້ຫຼາຍ ຄົນບໍ່ພໍໃຈ.

ແຕ່ທ່ານໄດ້ກ່າວວ່າ ທ່ານຈະບໍ່ຂໍອະໄພຕໍ່ພວກນັກວິຈານ ກ່ຽວກັບ ການປາບປາມພວກທີ່ ຖືກສົງໄສວ່າເສບຢາ, ຜະລິດ ແລະ ຂາຍຢາເສບຕິດ ທີ່ຫຼາຍຄັ້ງມີຄວາມຮຸນແຮງ ແລະ ໜັກໜ່ວງ.

ສົງຄາມຢາເສບຕິດຂອງທ່ານຄາດວ່າໄດ້ຂ້າຄົນປະມານ 3,000 ຄົນ, ລວມທັງຫຼາຍຄົນ ບໍ່ໄດ້ຖືກດຳເນີນຄະດີ. ທ່ານ Duterte ໄດ້ໃຊ້ຄຳເວົ້າທີ່ຫຍາບຄາຍກັບຜູ້ທີ່ທ່ານເວົ້າວ່າ ເປັນ ທະນາຍຄວາມ ສະຫະພາບ ຢູໂຣບ ແລະ ເຈົ້າໜ້າທີ່ສິດທິມະນຸດຂອງອົງການ ສະ ຫະປະຊາຊາດທີ່ “ໂງ່” ເຊິ່ງຜູ້ທີ່ໄດ້ກ່າວວິຈານການໂຄສະນາຫາສຽງຂອງທ່ານ, ແລະ ທ່ານໄດ້ຂົ່ມຂູ່ວ່າຈະໂຍນພວກເຂົາເຈົ້າອອກໄປຈາກປະເທດຂອງທ່ານ.

ໃນວັນສຸກທີ່ຜ່ານມາ ທ່ານ Duterte ໄດ້ກ່າວວ່າ “Hitler ໄດ້ຂ້າພວກ ຢິວ 3 ລ້ານຄົນ.. ມັນມີພວກຕິດຢາ 3 ລ້ານຄົນ. ຂ້າພະເຈົ້າຍິນດີທີ່ຈະຂ້າພວກເຂົາໝົດ.”

ບັນດານັກປະຫວັດສາດກ່າວວ່າ ທ່ານມີຄວາມໃຈຮ້າຍ ແລະ ໄດ້ສະແດງປະຕິກິລິຍາຕໍ່ ຄຳປາໄສຂອງເຈົ້າໜ້າທີ່ ສະຫະປະຊາຊາດ ຄົນໜຶ່ງທີ່ປຽບທຽບນະໂຍບາຍຂອງທ່ານໃສ່ ກັບພວກຂ້າຄົນເປັນຈຳນວນຫຼວງຫຼາຍເຊັ່ນ Hitler ແລະ ຈອມຜະເດັດການ ໂຊວຽດ Josef Stalin.

ໂຄສົກກະຊວງການຕ່າງປະເທດ ສະຫະລັດ ທ່ານ Mark Toner ໄດ້ເອີ້ນການໃຫ້ຄຳປາ ໄສຂອງທ່ານ Duterte ວ່າ “ສ້າງບັນຫາ” ແລະ ເປັນຄວາມແຕກຕ່າງຢ່າງຍິ່ງໃຫຍ່ໄປ ຈາກປະເພນີ ກ່ຽວກັບ ສິດທິມະນຸດ ແລະ ກຽດສັກສີຂອງ ຟີລິບປິນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Philippines Duterte
please wait
Embed

No media source currently available

0:00 0:01:21 0:00

XS
SM
MD
LG