ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກ​ກະບົດ ໂຈມ​ຕີ ແຂວງທີ 2 ​ໃນ​ພາກ​ໃຕ້​ ຟິລິບ​ປີນ (ວີດີໂອ/ສະໄລດ໌)


ພວກ​ກະບົດມຸສລິ​ມ ​ໄດ້​ໂຈມ​ຕີ​ແຂວງ​ທີ 2 ​ໃນ​ພາກ​ໃຕ້​ຂອງ
ຟິລິບ​ປີນ, ບໍ່​ໄກ​ປານ​ໃດຈາກ​ບ່ອນ​ທີ່​ພວກ​ເຂົາ ​ໄດ້​ທໍາ​ການ
​ປະ​ເຊີນ​ກັບ​ພວກ​ທະຫານ​ເປັນ​ເວລາ 4 ມື້​ນັ້ນ.

ພວກ​ນັກ​ລົບຂອງ​ກຸ່ມແນວ​ໂຮມ​ປົດ​ປ່ອຍ​ຊາດ Moro ຫລື
MNLF ​ໃນ​ວັນ​ພະຫັດ​ມື້​ນີ້ ໄດ້ໂຈມ​ຕີເກາະ ​ຊຶ່ງ​ເປັນ​ທີ່​ຕັ້ງ
ຂອງແຂວງ Basilan ບ່ອນ​ທີ່​ທາງ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ
ມີ​ຢ່າງ​ນ້ອຍ 2 ຄົນ​ໄດ້​ຮັບ​ບາດ​ເຈັບ.

​ເກາະ Basilan ຕັ້ງ​ຢູ່​ປະມານ 30 ຫຼັກ​ກິ​ໂລ​ແມັດ ຫ່າງ​ຈາກ
​ເມືອງ​ທ່າ Zamboanga ບ່ອນ​ທີ່ ສະມາຊິກປະມານ 200
ຄົນ​ຂອງກຸ່ມແນວ​ໂຮມ Moro ​ໄດ້​ຈັບ​ພົນລະ​ເຮືອນ​ຈຳນວນ​ນຶ່ງ​ໄວ້ເປັນ​ຕົວ​ປະກັນ ນັບ​ຕັ້ງ​
ແຕ່​ວັນ​ຈັນ​ແລ້ວ​ນີ້ເປັນ​ຕົ້ນ​ໄປ.

​ມີຜູ້​ຄົນທີ່​ອາ​ໄສ​ຢູ່ທີ່​ນັ້ນປະ​ມານ 13 ພັນ ​ໄດ້​ພາກັນອົບ​ພະຍົບຫລົບ​ໜີ ຈາກ​ຫລາຍ​ໆ
​ເຂດ​ຂອງ ​ເມືອງ​ດັ່ງກ່າວ ຊຶ່ງ​ພາ​ໃຫ້​ບາງ​ສ່ວນ​ຂອງເມືອງຖືກ​ປ່ອຍ​ໃຫ້ຮ້າງ​ໄປ ​ຄ້າຍ​ກັບ
​ວ່າເປັນ​ເຂດທີ່​ເກີດ ການ​ສູ້​ລົບ​ຂອງ​ສົງຄາມ​.​ ຈົນ​ເທົ່າ​ເຖິງ​ປະຈຸ​ບັນ​ນີ້​ ມີ​ຢ່າງ​ນ້ອຍ
9 ຄົນ ຖືກ​ສັງຫານ​ຈາກ​ການ​ປະ​ທະ​ກັນ​ຄັ້ງ​ນີ້.


ທ່ານ JV Faustino ບັນນາທິການ​ຂອງ​ໜັງສືພິມ Zamboanga Today ບອກກັບ VOA
ວ່າສະຖານະການຕອນນີ້ແມ່ນເຄັ່ງຄຽດ. ຊຶ່ງທ່ານ ກ່າວວ່າ:“ທຸລະກິດຕ່າງໆນັ້ນຍັງ
ປິດຢູ່ມາໄດ້ 4 ມື້ແລ້ວ, ເຖິງຢ່າງນັ້ນກໍເທາະ ຄົນບາງກຸ່ມກໍອອກມານອກ​ເຮືອນ
ແດ່ແລ້ວ ແຕ່ໂດຍລວມ ສະ ພາບການຍັງບໍ່ເປັນປົກກະຕິເທື່ອ ຂ້າພະເຈົ້າເຫັນ
ທະຫານຈຳນວນ​ນຶ່ງລາດຕະເວນ ຢູ່​ໃນເມືອງ ດັ່ງ​ກ່າວ ຊຶ່ງຮວມທັງລົດຖັງ
ແລະອາວຸດໜັກ​ນຳ​ດ້ວຍ.”


ພັນເອກ Rodrigo Gregorio ຈາກກອງທັບທະຫານຟິລິບປີນ ກ່າວວ່າ ໃນປະຈຸບັນນີ້
ຍັງບໍ່ທັນມີຄວາມພະຍາຍາມທີ່ຈະຍຶດເອົາຂົງເຂດ ທີ່ກຸ່ມກະບົດແນວ​ໂຮມ​ Moro ຄວບ​ຄຸມ
​ຢູ່​ນັ້ນຄືນ ​ເທື່ອ ທີ່ກ່າວວ່າ ​ໄດ້​ຈັບຕົວປະກັນຈຳນວນ​ນຶ່ງ​ໄວ້​ເປັນ​ເກາະກໍາບັງນັ້ນ.

ເຈົ້າເມືອງ Zamboanga ທ່ານນາງ Maria Isaballe Climaco ໄດ້ກ່າວໃນວັນພະຫັດ
ມື້ນີ້ ຜ່ານທາງ facebook ວ່າ ການ​ເຈລະຈາ​ກຳລັງ​ດຳ​ເນີນ​ຢູ່​ກັບ​ພວກ​ຜູ້ນຳ​ກະບົດ Moro.

ປະທານາທິບໍດີຟິລິບ​ປີນ ທ່ານ Benigno Aguino ໄດ້ສົ່ງເຈົ້າໜ້າທີ່ຂັ້ນອາວຸໂສບາງຄົນ
ໄປ​ເຈລະຈາແກ້ໄຂ ເລື່ອງນີ້.

ກຸ່ມ MNLF ນັ້ນແມ່ນໄດ້ພະຍາຍາມມາດົນນານແລ້ວ ​ເພື່ອຊອກສະ​ແຫ​ວງຫາຊ່ອງ​ທາງ​
ໃນ​ການ​ປົກຄອງ​ຕົນ​ເອງ​ຫຼາຍຂຶ້ນ ໃນເຂດພາກ​ໃຕ້​ຂອງ​ປະ​ເທດ ຊຶ່ງສ່ວນໃຫຍ່ແມ່ນມີ
ຊາວມຸສລິມອາໄສ ຢູ່ນັ້ນ ບ່ອນທີ່ໄດ້ມີຫຼາຍກ່ວາ 150 ພັນຄົນໄດ້ລົ້ມຕາຍຍ້ອນການ
ປະເຊີນໜ້າ ທີ່​ມີ​ມາ​ເປັນ​ເວລາ 4 ທົດ​ສະ​ວັດ.

PHILIPPINES REBELS SOTVO.mov
please wait

No media source currently available

0:00 0:00:41 0:00
XS
SM
MD
LG