ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ນຳ ຟິລິບປີນ ສະເໜີເປີດ ການເຈລະຈາ ກັບ ພວກກະບົດ ມຸສລິມ


ປ້າຍຂຽນສະແດງການໄວ້ອາໄລແກ່ຜູ້ເຄາະຮ້າຍທີ່ເມືອງ Davao ລະຫວ່າງພິທີສູດມົນ ໃນນະຄອນມະນິລາ ປະເທດຟິລິບປີນ.
ປ້າຍຂຽນສະແດງການໄວ້ອາໄລແກ່ຜູ້ເຄາະຮ້າຍທີ່ເມືອງ Davao ລະຫວ່າງພິທີສູດມົນ ໃນນະຄອນມະນິລາ ປະເທດຟິລິບປີນ.

ປະທານາທິບໍດີຟິ​ລິບ​ປີນ ທ່ານ Rodrigo Duterte ​ໄດ້​ສະ​ເໜີທີ່​ຈະ​ເປີດ​ການ​ເຈລະຈາ​ກັບກະບົດ​ມຸສລິ​ມ ທີ່​ຮຸນ​ແຮງ​ສຸດສອງ​ກຸ່ມ​ໃນ​ປະ​ເທດ​ ຫລັງ​ຈາກການ​ໂຈມ​ຕີ​ຂອງ​ທະຫານ​ມາ​ເປັນ​ເວລາຫລາຍ​ເດືອນໂດຍ​ສ້າງ​ຍຸດ​ທະ​ສາດ​ຂອງ​ທ່ານ ​ເພື່ອ​ຍຸຕິ​ບັນຫາ​ຂັດ​ແຍ້ງທີ່ສັບສົນ​ມາ​ເປັນ​ເວລາ 45 ປີ ທີ່ຍັງ​ບໍ່​ຈະແຈ້ງ​ເທື່ອ​ເຖິງ​ແມ່ນ​ວ່າ​ໄດ້​ມີ​ການ​ໃຫ້​ຄຳ​ໝັ້ນສັນຍາ​ທີ່​ຈະ​ຕົກລົງ​ກັນ.

​ຢູ່່​ໃນ​ຄຳ​ຖະ​ແຫລ​ງຫວ່າງ​ມໍ່ໆ​ມາ​ນີ້ ທ່ານ Duterte ​ໄດ້ຮຽກ​ຮ້ອງ​ໃຫ້ເປີດການ​ເຈ ລະຈາ​ກັບ​ກຸ່ມ Abu Sayyaf ​ແລະ​ກຸ່ມ Maute ຊຶ່ງ​ເປັນ​ກຸ່ມ​ແບ່ງ​ແຍກດິນ​ແດນ​ມຸສລິ​ມອີກ​ກຸ່ມ​ນຶ່ງ ​ຢູ່​ໃນ​ເຂດພາກຕາ​ເວັນ​ຕົກ​ສຽງ​ໃຕ້​ສຸດ​ຂອງປະ​ເທດ.

​ໃນ​ເດືອນ​ສິງຫາ ຫລັງ​ຈາກ​ນຶ່ງ​ເດືອນ​ຢູ່​ໃນ​ຕຳ​ແໜ່​ງ ປະທານາທິບໍດີ​ທີ່​ຮູ້​ກັນ​ດີ​ວ່າ ​ ​ເປັນ​ນັກຕໍ່ສູ້ກັບ​ອາຊະ​ຍາ​ກຳທີ່ເຄັ່ງ​ຄັດ​ນັ້ນ ​ໄດ້​ສັ່ງ​ໃຫ້​ຕຳຫລວດ​ ​ແລະ​ທະຫານ​ “ຊອກ​ຫາ​ພວກເຂົາທີ່​ພາກັນ​ຫລົບ​ລີ້ຢູ່ ​ແລະ​ທຳລາຍ” ກຸ່ມ Abu Sayyaf ຊຶ່ງ ເປັນ​ກຸ່ມ​ທີ່ມີ​ປະມານ 400 ຄົນ ທີ່​ມັກ​ກ່າວ​ກັນ​ວ່າ ​ເປັນອົງການ​ເຮັດ​ທຸລະ​ກິດ​ໃນ ການ​ລັກພາ​ໂຕ​.

ບັນດາ​ຜູ້​ປ່ອນ​ບັດ​ຫລາຍ​ຄົນ​ພາກັນ​ຄິດ​ວ່າ​ທ່ານ Duterte ຈະ​ປະຕິບັດ​ໜ້າ​ທີ່​ສຳ​ເລັດເພາະ
ວ່າ ​ທ່ານ​ໄດ້​ສ້າງສັນ​ຕິ​ພາບ ​ກັບ​ກຸ່ມ​ກະບົດ​ຢູ່​ທີ່​ເມືອງ Davao ​ໃນ​ຂະນະ​ທີ່ທ່ານ​ເປັນ​ເຈົ້າ​ເມືອງ​ຢູ່​ທີ່​ນັ້ນ ​ເປັນ​ເວລາ 22 ປີ. ​ເມືອງ Davao ຢູ່​ໃນ​ເກາະ Mindanao ຊຶ່ງ​ເປັນ​ເກາະ​ນຶ່ງ​ຢູ່​ພາກ​ໃຕ້​ທີ່​ມີ​ປະຊາຊົນ 21 ລ້ານ​ຄົນບ່ອນ​ທີ່ກຸ່ມ Abu Sayyaf ​ແລະກຸ່ມ Maute ພາກັນ​ປະຕິບັດ​ງານຢູຸ່.

ຜູ້ຖືກລັກພາໂຕຊາວນໍເວ ທ່ານ Kjartan Sekkingstad (ຊ້າຍ) ກ່າວຖະແຫລງຫລັງຈາກພົບປະກັບ ປະທານາທິບໍດີຟິລິບປີນ ທ່ານ Rodrigo Duterte (ຂວາ) ທີເມືອງ Davao ປະເທດ Philippines.
ຜູ້ຖືກລັກພາໂຕຊາວນໍເວ ທ່ານ Kjartan Sekkingstad (ຊ້າຍ) ກ່າວຖະແຫລງຫລັງຈາກພົບປະກັບ ປະທານາທິບໍດີຟິລິບປີນ ທ່ານ Rodrigo Duterte (ຂວາ) ທີເມືອງ Davao ປະເທດ Philippines.

ທ່ານ Christian de Guzman ຮອງ​ປະທານ ​ແລະ​ເຈົ້າ​ໜ້າ​ທີ່​ໃຫ້​ສິນ​ເຊື່ອ​ອະ ວຸ​ໂສ​ຂອງ​ບໍລິສັດ Moody ​ໃນ​ສິງກະ​ໂປ ກ່າວ​ວ່າ “​ໄດ້​ມີ​ຄວາມ​ຫວັງ​ຢ່າງ​ໃດ​ຢ່າງ​ນຶ່ງ ທີ່​ອາດ​ຈະ​ມີ​ຄວາມ​ກ້າວໜ້າ​ເກີດ​ຂຶ້ນ​ພາຍ​ໃຕ້ການ​ນຳພາ​ທ່ານ Duterte ​ແຕ່​ນີ້​ເປັນ​ບັນ​ຫາ​ອັນ​ຍາວ​ນານ. ຂ້າພະ​ເຈົ້າ​ຄິດ​ວ່າ ​ການກ່າວ​ອ້າງໃດໆ​ທີ່​ຈະແກ້​ໄຂ​ໃນ​ເວລາຂ້າມ​ຄືນ​ນັ້ນ ​ເປັນ​ເລື້ອງ​ທີ່​ບໍ່​ແນ່ນອນ. ​ເວລາ​ໃດ​ທີ່​ພວກ​ເຮົາ​ເວົ້າເຖິງ ບັນ​ທີ່​ເປັນ​ຈຸດ​ໃນ​ກາງ ມັນ​ກັບ​ຄືນ​ໄປ​ກ່ອນ​ການ​ຕັ້ງ​ສາທາລະນະ​ລັດອີກ.”

ກຸ່ມ Abu Sayyaf ​ໄດ້ສ້າງຕັ້ງ​ຂຶ້ນ​ມາ​ໃນ​ປີ 1991 ​ແລະ​ໄດ້​ຟື້ນ​ໂຕ​ຄືນ​ມາ​ຢ່າງ​ວ່ອງ​ໄວ
ເວລາໃດ​ຖືກ​ໂຈມ​ຕີ​ໂດຍ​ກຳລັງລັດຖະບານ. ກຸມ​ດັ່ງກ່າວ ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ປະຊາຊົນ ​ໃນ​ທ້ອງ​ຖິ່ນ ພ້ອ​ມທັງ​ບັນດາ​ເຈົ້າໜ້າ​ທີ່ ຢູ່​ຕາມ​ເກາະດອນ​ທີ່​ນ້ອຍ​ໆ​ໃກ້​ກັບ​ເກາະ Mindanao ​ໂດຍ​ການ​ແບ່ງປັນ​ເງິນ​ຄ່າໄຖ່​ທີ່ ​ໄດ້​ຮັບ​ຈາກ​ການ​ລັກພາ​ໂຕ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG