ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຈຳນວນຜູ້ເສຍຊີວິດ ເພີ່ມຂຶ້ນເປັນ 72 ຄົນ ຈາກເຫດໄຟໄໝ້ ຢູ່ ຟີລິບປິນ


ພາບໂຮງງານເກີບແຕະ ຫຼັງຈາກຖືກໄຟໄໝ້
ພາບໂຮງງານເກີບແຕະ ຫຼັງຈາກຖືກໄຟໄໝ້

ເຈົ້າ​ໜ້າ​ທີ່ Philippine ​ໄດ້​ເ​ວົ້າວ່າ ​ຕອນ​ນີ້​ໄດ້​ຢືນຢັນ​ແລ້ວ​ວ່າ​ມີ​ 72 ຄົນ​ເສຍ​ຊີວິດ ຫຼັງ​ຈາກທີ່ໂຮງງານ​ຜະລິດ​ເກີບ​ແຕະ ​ໄດ້ເກີດ​ໄຟໄໝ້​ໃນ​ຄຸ້ມຄົນທຸກ​ຍາກ​ແຫ່ງໜຶ່ງຂອງນະຄອນ Manila.

ນອກນັ້ນ ຍັງມີ​ອີກ​ຫຼາຍ​ສິບ​ຄົນບາດ​ເຈັບ ເ​ມື່ອ​ໄຟ​ໄດ້​ລຸກໄໝ້ຂຶ້ນ​ຢູ່ບໍລິສັດການ​ຜະລິດ Kentex, ​ເຊິ່ງທຳ​ການ​ຜະລິດ ເກີບ​ແຕະ​ຢາງ ​ຂາຍ​ໃນ​ທ້ອງ​ຖິ່ນ.

ຕອນ​ນີ້​ ຍັງ​ບໍ່​ທັນ​ມີ​ຄວາມ​ຊັດ​ເຈນ​ວ່າ​ ມີ​ຜູ້ຄົນຍັງ​ສູນ​ຫາຍ ​ຫຼາຍ​ປານ​ໃດ.

ແປວ​ໄຟທີ່ໄໝ້ຕຶກ​ອາຄານ​ສອງ​ຊັ້ນ ​ເຊື່ອ​ວ່າ​ໄດ້ເລີ້​ມຈາກ​ເຄື່ອງ​ຈອດ​ໂລຫະ​ເຊິ່ງ​ໄປ​ສຳ​ພັດ​ກັບ​ສານເຄມີ.

ທ້າວ Steve Chua ​ກຳ​ມະກ​ອນ​ໂຮ​ງງານ​ໄດ້​ເວົ້າວ່າ “ຕອນ​ທີ່​ພວກ​ເຮົາກຳລັງ​ຕັດ​ເຫຼັກ​ຢູ່​ນັ້ນ, ມັນໄດ້​ມີ​ປະກາຍ​ໄຟອອກ​ມາ ​ແລະ ​ໄຟ​ກໍ່​ລາມ​ໄປ​ບ່​ອນອື່​ນ. ພວກ​ເຮົາ​ໄດ້​ພະຍາຍາມ​ສາດ​ນ້ຳ​ໃສ່ ​ແລະ ​ໃຊ້ເຄື່ອງດັບ​ເພີງ, ​ແຕ່​ວ່າ​ມັນ​ໃຊ້​ບໍ່​ໄດ້ຜົນ,”

ມີ​ຫຼາຍ​ຄອບຄົວ​ຂອງ​ຜູ້​ເຄາະ​ຮ້າຍ​ໄດ້ເສຍ​ໃຈ​ກັບ​ສິ່ງ​ທີ່​ພວກເຂົາ​ເວົ້າ​ວ່າ​ ເປັນ​ຍ້ອນ
ມາດຕະຖານ​ ການ​ປ້ອງ​ກັນໄຟ​ໄໝ້ ທີ່​ລະ​ຫຼວ​ມຂອງ​ໂຮງງານ. ກຳມະກອນ​ຫຼາຍ​ຄົນ​ໄດ້​ເວົ້າ​ວ່າ ​ພວກ​ເຂົາ​ບໍ່​ໄດ້​ເຂົ້າ​ຮ່ວມ​ຝຶກຊ້​ອມການ​ປ້ອງ​ກັນ​ໄຟໄໝ້. ມັນຍັງ​ບໍ່​ທັນ​ມີ​ຄວາມ​ກະຈ່າງ​ແຈ້ງເທຶ່ອວ່າ​ໂຮງງານນີ້​ມີ​ຈຳ​ນວນ​ປະ​ຕູ​ໜີ​ໄຟ​ທີ່​ກຳນົດ​ໃຫ້​ ຫຼື ບໍ່.

ຮາວເຫຼັກ ​ແລະ ກົງ​ເຫຼັກ​ທີ່​ປີ​ດກັ້ນ​ປ່ອງຢ້ຽມ​ຫຼາ​ຍໆ​ປ່ອງ​ໃນ​ໂຮ​ງງານ, ​ເປັນ​ສິ່ງ​ທີ່​ກີດ​ກັ້ນເຮັດ​ໃຫ້ຄົນ​ບໍ່ສາມາດ​ຫຼົບໜີ​ໄດ້. ສົບ​ຂອງ​ຄົນ​ທີ່​ຖືກ​ຕົກຄ້າງຢູ່ໃນ​ອາຄານແມ່ນເວົ້າ​ກັນວ່າໄດ້
ໄໝ້ໝົດຈົນ​ເຫຼືອ​ແຕ່​ກະດູກ.

​ເຈົ້າ​ໜ້າ​ທີ່​ກຳລັງ​ຢູ່​ໃນ​ຂັ້ນ​ຕອນ​ຂອງ​ການ​ສືບສວນ​ສອບ​ສວນ​ຢູ່, ​ແຕ່​ວ່າ​ຫົວໜ້າ​ກົມ​ຕຳ​ຫຼວດ​ແຫ່ງ​ຊາດ​ຂອງ Philippine ທ່ານ Leonardo Espina ​ໄດ້​ບອກ​ພວກນັກຂ່າວ ໃນ​ວັນ​ພະຫັດ​ມື້​ນີ້​ວ່າ “ແນ່​ນອນ​ຈະຕ້ອງ​ມີ​ໃຜ​ຄົນ​ໜຶ່ງ​ເປັນ​ຜູ້​ຮັບ​ຜິດ​ຊອບ” ຖານ​ອາ​ຊະ​ຍາ​ກຳ.

Philippine Factory Fire
please wait

No media source currently available

0:00 0:01:11 0:00

XS
SM
MD
LG