ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານສູງສຸດ ຟິລິບປີນ ອະນຸຍາດ ໃຫ້ຝັງສົບ ທ່ານ Marcos ທີ່ສຸສານ ວິລະຊົນແຫ່ງຊາດ


ບັນດາຜູ້ສະໜັບສະໜູນມື້ລາງຈອມຜະເດັດການ Ferdinand Marcos ສະແດງຮູບພາບຂອງທ່ານ.
ບັນດາຜູ້ສະໜັບສະໜູນມື້ລາງຈອມຜະເດັດການ Ferdinand Marcos ສະແດງຮູບພາບຂອງທ່ານ.

ສານ​ສູງ​ສຸດ​ຟິລິບ​ປີນຕັດສິນ​ໃນ​ວັນ​ອັງ​ຄານມື້​ນີ້​ວ່າ ອະດີດ​ຈອມຜະ​ເດັດ​ການ​ຂອງ ປະ​ເທ​ດ ທ່ານ Ferdinand Marcos ສາມາດ​ນຳໄປຝັງໄວ້​ຢູ່ທີ່​ສຸສານ​ວິລະ​ຊົນ​ແຫ່ງ​ຊາດ​ໄດ້.

​ໂຄສົກ​ຂອງສານ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ “ບໍ່​ມີ​ກົດໝາຍ​ຫ້າມ​ບໍ່​ໃຫ້ມີການ​ຝັງ​ສົບ”.

ທ່ານ Marcos ປົກຄອງ​ຟິລິບ​ປີນ ແຕ່​ທ້າຍ​ປີ 1965 ຈົນ​ຮອດ ​ຕົ້ນ​ປີ 1986​. ການ​ເປັນ​ປະທານາທິບໍດີ​ຂອງ​ທ່ານ ​ເປັນ​ເວລາ 20 ປີ ​ແມ່ນ​ເຕັມ​ໄປ​ດ້ວຍການ ສໍ້​ລາດ​ບັງ​ຫຼວງ ​ແລະ​ລະ​ເມີດ​ສິດທິມະນຸດ​ເພື່ອ​ປິດ​ປາກ​ປິດ​ສຽງພວກ​ຝ່າຍ​ຄ້ານ. ທ່ານ​ໄດ້​ຖືກ​ບັງຄັບ​ໃຫ້​ອອກ​ຈາກອຳ​ນາດ​ໃນ​ເດືອນ​ກຸມພາ ປີ 1986 ​ເວລາ​ການ ​ປະ​ທ້ວງ ລຸນ​ຫຼັງ​ການ​ເລື​ອກຕັ້ງ​ປະທາ ນາທິບໍດີ ທີ່​ເຕັມ​ໄປ​ດ້ວຍການ​ສໍ້​ໂກງຢ່າງ ກວ້າງຂວາງ ​ໄດ້​ບັງຄັບ​ໃຫ້​ທ່ານ Marcos ​ແລະ​ຄອບ​ຄົວຂອງ​ທ່ານ​ໄປ​ລີ້ໄພ​ຢູ່​ໃນ​ສະຫະລັດ.

ທ່ານ Marcos ​ແລະ​ພັນ​ລະ​ຍາ​ ທ່ານ​ນາງ​ Imelda ​ໄດ້​ຖືກ​ກ່າວ​ຫາ​ວ່າ ລັກລອບ​ເອົາ​ເງິນ​ລັດຖະບານ​ຫລາຍ​ພັນ​ລ້ານ​ໂດ​ລາ​ອອກ​ຈາກ​ປະ​ເທດ.

ທ່ານ Marcos ​ໄດ້​ເຖິງ​ແກ່ມໍລະນະ​ກຳໃນ​ປີ 1989 ຢູ່ທີ່​ລັດ Hawaii. ລັດຖະ ບານ​ທີ່​ຂຶ້ນ​ແທນ​ທ່ານຄືທ່ານ​ນາງ Corazon Aquino ​ໃນ​ຂັ້ນ​ຕົ້ນ​ໄດ້​ປະ​ຕິ​ເສດ ​ບໍ່​ອະນຸຍາດ ​ໃຫ້​ນຳ​ເອົາ​ສົບ​ຂອງ​ທ່ານ ກັບ​ຄືນໄປ​ຟິລິບ​ປິນ ​ແຕ່​ວ່າ​ໃນ​ປີ 1993 ຄອບຄົ​ວ​ໄດ້​ນຳ​ເອົາ​ສົບ​ກັບ​ຄືນ​ໄປ​ບ້ານ​ເກີດ​ຂອງ​ທ່ານ Marcos ທີ່​ເມືອງ Batac.

ປະທານາທິບໍດີ​ຄົນ​ປັດຈຸບັນ ທ່ານ Rodrigo Duterte ​ໃນ​ເດືອນ​ສິງຫາ​ໄດ້​ປະ ກາດ​ກ່ຽວ​ກັບແຜນການ​ທີ່​ຈະ​ນຳ​ເອົາສົບ​ຂອງ​ທ່ານ Marcos ໄປ​ຝັງ​ໄວ້​ຢູ່່​ສຸສານ​ວິລະ​ຊົນແຫ່ງ​ຊາດ ທີ່​ນະຄອນ​ມະນິລາ. ການ​ເຄື່ອນ​ໄຫວ​ດັ່ງກ່າ​ວ ​ແມ່ນໄດ້​ຖືກ​ຄັດຄ້ານ​ຈາກ​ຫລາຍໆ​ຄົນ ຮວມທັງ​ຮອງ​ປະທານາທິບໍດີຟິລິບ​ປີນ ທ່ານ Leni Robredo ​ທີ່ໄດ້​ຄຳຖາມ​ວ່່າ “ພວກ​ເຮົາ​ສາມາດອະນຸຍາດ​ໄດ້​ຈັ່ງ​ໃດ​ ໃຫ້ນຳ​ເອົາ​ສົບ ບຸ​ກຄົນ​ທີ່​ໄດ້​ປຸ້ນ​ສະດົມ​ປະ​ເທດຊາດ​ຂອງ​ພວກ​ເຮົາ ​ແລະ​ຮັບຜິດຊອບ​ຕໍ່​ການ​ເສຍ​ຊີວິດ ​ແລະ​ຫາຍ​ສາບ​ສູນ​ຂອງ​ຊາວ​ຟິລິບ​ປີນ​ຫລາຍໆ​ຄົນ ​ໄປ​ຝັງ​ໄວ້​ທີ່ສຸສານ​ວິລະ​ຊົນ​?

ທ່ານ Duterte ຊຶ່ງ​ມື້ລາງ​ບິດາຂອງ​ທ່ານ ເຄີຍ​ຮັບ​ໃຊ້ ​ຢູ່​ໃ​ນຄະນະ​ລັດຖະບານ ຂອງຈອມ ຜະ​ເດັດ​ການ ​ໄດ້​ໂຕ້​ຖຽງ​ວ່າ ​ທ່ານ Marcos ສົມ​ຄວນ​ທີ່​ຈະ​ຖືກນຳ​ໄປ​ຝັງ​ໄວ້​ຢູ່​ສຸ​ສານແຫ່ງ​ຊາດ ​ໃນ​ນາມ​ອະ​ດີດ​ທະຫານ ​ແລະ​ປະທານາທິບໍດີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Marcos Burial
please wait
Embed

No media source currently available

0:00 0:01:23 0:00

XS
SM
MD
LG