ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລມຕ ຕ່າງປະເທດ ສຫລ ຢ້ຽມຢາມຟີລິບປີນ


ແຜນທີ່ເຂດທະເລຈີນຕອນໃຕ້ ຊຶ່ງເປັນເຂດທີ່ມີ ບັນຫາ​ຜິດ​ຖຽງ​ກັນ​ໃນ​ທະ​ເລ ລະຫວ່າງຈີນ ແລະ ຟີລິບປິນ
ແຜນທີ່ເຂດທະເລຈີນຕອນໃຕ້ ຊຶ່ງເປັນເຂດທີ່ມີ ບັນຫາ​ຜິດ​ຖຽງ​ກັນ​ໃນ​ທະ​ເລ ລະຫວ່າງຈີນ ແລະ ຟີລິບປິນ

ເປັນ​ທີ່ຄາດ​ກັນ​ວ່າ ບັນຫາ​ຜິດ​ຖຽງ​ກັນ​ໃນ​ທະ​ເລ ລະຫວ່າງຟີ​ລິບ​ປິນກັບຈີນ ຈະ​ເປັນ​ຫົວ​ຂໍ້​
ຄອບ​ງໍາໃນ​ການ​ພົບ​ປະກັນ ​ໃນ​ວັນ​ອັງຄານ​ມື້ນີ້ ລະຫວ່າງພວກ​ເຈົ້າ​ໜ້າ​ທີ່ ຟີ​ລິບ​ປິນ ​ແລະ​
ທ່າ​ນ ນາາງ ຮິ​ລ​ເລີຣີ ຄລິນ​ຕັນ ລັດຖະມົນ​ຕີ​ກະຊວງ​ການ​ຕ່າງ​ປະ​ເທດ​ສະຫະລັດ.

ທ່ານ​ນາງຄລິນ​ຕັນ ກໍາລັງ​ແວ່ຢ້ຽມຢາມ​ຟີລິບ​ປິນ ​ແລະຈະ​ໄປ​ໄທຕໍ່ ​ໃນ​ລະຫວ່າງ​ການ​ເດີນທາງ​ໄປຮ່ວ​ມກອງ​ປະຊຸມ​ສຸດ​ຍອດເອ​ເຊຍ​ຕາ​ເວັນ​ອອກ​ ​ໃນ​ທ້າຍອາທິດ​ນີ້ ທີ່​ອິນ​ໂດ​ເນ​ເຊຍ. ຄາດ​ວ່າ ປະທານາທິບໍດີ​ຟີ​ລິບ​ປິນ ທ່ານ ​ເບນິກ​ໂນ ອາ​ກິ​ໂນ (Benigno Aquino) ຈະ​ສວາຍໃຊ້​ໂອກາດ​ທີ່​ທ່ານ​ນາງຄລິນ​ຕັນ​ໄປ​ຢ້ຽມຢາມ​ນີ້ ​ກົດດັນ​ໃຫ້​ສະຫະລັດ​ສະໜັບສະໜຸນ​ຟີ​ລິບ​ປີນ ​ໃນຂໍ້​ຂັດ​ແຍ່ງ​ທີ່​ຮຸນ​ແຮງ​ຂຶ້ນນັບ​ມື້ ກັບ​ຈີນ ຢູ່​ໃນທະ​ເລ​ຈີນ​ໃຕ້.

ລາຍ​ງານ​ຂ່າວ​ຂອງ​ຟີ​ລິບ​ປິນ ເວົ້າວ່າ ນອກ​ນັ້ນ​ແລ້ວ ທ່ານ​ອາ​ກິ​ໂນຍັງມີ​ແຜນທີ່​ຈະ​ກົດ​ດັນ​ພວກຜູ້​ນໍາ​ອື່ນໆຂອງຂົງ​ເຂດເອ​ເຊຍຕາ​ເວັນ​ອອກສຽງ​ໃຕ້ ​ໃຫ້ເອົາ​ບົດບາດ​ອັນ “​ເດັດດ່ຽວສຽບຂາດ” ກ່ຽວກັບ​ຂໍ້​ຂັດ​ແຍ້​ງດັ່ງກ່າວ​ນີ້ ​ໃນ​ເວລາ​ທີ່​ພວກ​ເຂົາ​ເຈົ້າພົບ​ກັນ​ໃນກອງ​ປະຊຸມ​ໃນອາທິດ​ນີ້ ຢູ່ເກາະ​ຕາກ​ອາກາດ ບາ​ຫລີ ຂອງອິນ​ໂດ​ເນ​ເຊຍ.

ສະຫະລັດ​ມີ​ສົນທິສັນຍາ​ປ້ອງ​ກັນຮ່ວມ​ກັນກັບ​ຟີ​ລິບ​ປິນ ເປັນ​ເວລາ 60 ມາ​ແລ້ວ​ແລະໃນ​ເດືອນສິງຫາ​ທີ່​ຜ່ານ​ມາ ສະຫະລັດ​ກໍ​ໄດ້​ຊ່ວຍ​ໃຫ້​ຟີ​ລິບ​ປິນໄດ້ຊຶ້ເຮືອຍາມ​ຝັ່ງ ປະກອບ​ອາວຸດທີ່​ປັບປຸງ​ໃໝ່​ລໍາ​ນຶ່ງ ຈາກ​ສະຫະລັດ ​ເພື່ອ​ໃຊ້ໃນ​ການລາດຕະ​ເວ​ນ​ເຂດນ່ານນໍ້າເລາະຊາຍ​ຝັ່ງ​ທະ​ເລ​ຂອງ​ຕົນ.

XS
SM
MD
LG