ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວປະມົງ ຟີລິບປິນ ພົບປະຊາກອນປາ ຫຼຸດໜ້ອຍລົງ ຢູ່ບໍລິເວນ ທະເລຈີນໃຕ້


ເຮືອປະມົງເດີນທາງກັບສູ່ໝູ່ບ້ານ ໃນເມືອງ Masinloc, ແຂວງ Zambales ໃນພາກຕາເວັນຕົກສຽງເໜືອ ຂອງປະເທດຟີລິບປິນ.
ເຮືອປະມົງເດີນທາງກັບສູ່ໝູ່ບ້ານ ໃນເມືອງ Masinloc, ແຂວງ Zambales ໃນພາກຕາເວັນຕົກສຽງເໜືອ ຂອງປະເທດຟີລິບປິນ.

ຊາວປະມົງ ຟີລິບປິນ ຢູ່ຕາມ​ເຂດ​ແນວໜ້າຂອງບໍລິເວນທະເລຈີນໃຕ້ ທີ່ມີການຂັດແຍ້ງ
ກັນຢ່າງແຮງກ່າວວ່າ ປະຊາກອນປາແມ່ນກຳລັງຫຼຸດລົງ ສ່ວນໜຶ່ງແມ່ນຍ້ອນການລ່ວງ
ລໍ້າທີ່ບໍ່ສາມາດຢຸດໄດ້ຈາກຄູ່ແຂ່ງຂັນ ຈີນ, ໄຕ້ຫວັນ ແລະ ຫວຽດນາມ.

ຈຳນວນປາໄດ້ຫຼຸດລົງປະມານ 50 ເປີເຊັນ ຢູ່ນອກຊາຍຝັ່ງຂອງເມືອງ Masinloc ນັບ
ຕັ້ງແຕ່ປີ 2010 ເປັນຕົ້ນມາ, ເຊິ່ງເປັນເມືອງໜຶ່ງຂອງ ຟີລິບປິນ ທີ່ຕັ້ງຢູ່ໃກ້ທີ່ສຸດກັບໝູ່
ເກາະ Scarborough, ເຊິ່ງເປັນໝູ່ເກາະທີ່ມີການຂັດແຍ້ງກັນ ລະຫວ່າງ ມະນີລາ ແລະ
ປັກກິ່ງ ນັບຕັ້ງແຕ່ປີ 2012 ເປັນຕົ້ນມາ, ອີງຕາມຄຳ​ເວົ້າຂອງທ່ານ Franklin Cattigay, ຜູ້ບັນຊາການໜ່ວຍ​ຍາມຝັ່ງ ຟີລິບປິນ ໃນທ້ອງຖິ່ນ.

ບັນຫາຕ່າງໆໃນໝູ່ເກາະທີ່ອາໄສທະເລສ່ວນໃຫຍ່ເຊິ່ງມີຄວາມທຸກຍາກຢູ່ແລ້ວ ອາດເພີ່ມ
ຄວາມກົດດັນໃຫ້ແກ່ປະທານາທິບໍດີ ຟີລິບປິນ ທ່ານ Rodrigo Duterte ​ເສີມ​ຄວາມ​ເຂັ້ມ
​ແຂງ​ໃນ​ມິດຕະພາບໃໝ່ກັບ ຈີນ, ຫຼັງຈາກ ປັກກິ່ງ ໄດ້ໃຫ້ຄຳສັນຍາ ທີ່​ຈະ​ໃຫ້ການຊ່ວຍ
ເຫຼືອ ແລະ ລົງທຶນ​ເປັນເງິນ 24 ຕື້ໂດລາ ໃນເດືອນຕຸລາທີ່ຜ່ານມາ, ຫຼື ຈະເຊີນກອງທັບ
ເຮືອ ສະຫະລັດ ກັບຄືນ ເພື່ອສືບຕໍ່ກວດກາຊາຍຝັ່ງຕໍ່ຕ້ານເຮືອຂອງຕ່າງປະເທດຮ່ວມ
ກັນ.

ຈີນ ໄດ້​ເຂົ້າຄວບຄຸມການເຂົ້າເຖິງ ໝູ່ເກາະທີ່ມີເນື້ອທີ່ 150 ຕາກິໂລແມັດຢ່າງມີປະສິດທິ
ຜົນ, ເຊິ່ງເປັນບ່ອນຫາປາທີ່ສຳຄັນ 198 ກິໂລແມັດ ຫ່າງຈາກເມືອງ Masinloc.

ທ່ານ Cattigay ໄດ້ກ່າວວ່າ ເຮືອຈຳນວນຫຼາຍຈາກ ຈີນ, ໄຕ້ຫວັນ ແລະ ຫວຽດນາມ ໄດ້
ໃຊ້ເທັກນິກການຈັບປາທີ່ “ຜິດກົດໝາຍ” ເຊັ່ນລະເບີດ ແລະ ແສງໄຟທີ່ແຈ້ງໃນຍາມ
ກາງຄືນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG