ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວຟິລິບປີນ ຮ່ວມກັບ ຊາວຫວຽດນາມ ປະທ້ວງຈີນ (ວີດີໂອ)


ຊາວຟິລິບປີນ ຮ່ວມກັບ ຊາວຫວຽດນາມ ປະທ້ວງຕ້ານ ຈີນ
ຊາວຟິລິບປີນ ຮ່ວມກັບ ຊາວຫວຽດນາມ ປະທ້ວງຕ້ານ ຈີນ
ຊາວ​ຟິລິບ​ປີນ ​ແລະ​ຊາວ​ຫວຽດນາມ ​ຢູ່ໃນປະ​ເທດ​ຟິລິບປີນ ​
ຮ່ວມກັນ​ປະ​ທ້ວງຕໍ່ຕ້ານ​ຈີນ ​ທີ່ໄດ້ລຸກ​ລຳ້ເຂົ້າ​ໄປ​ໃນເຂດທະ​
ເລ​ຈີນ​ໃຕ້ທີ່ອ້າງເອົາກຳມະສິດ​ໂດຍ​ປະ​ເທດ​ຂອງ​ເຂົາ​ເຈົ້າ.

ພວກ​ປະ​ທ້ວງຫຼາຍ​ກວ່າ 100 ຄົນພາກັນ​ຖື​ປ້າຍ​ຢູ່​ຕໍ່ໜ້າກົງ
​ສຸນ​ຈີນ ​ໃນ​ວັນ​ສຸກ​ມື້​ນີ້​ທີ່ ​ນະຄອນຫລວງມະນີ​ລາຮຽກຮ້ອງ​
ໃຫ້​ຈີນ ຢຸດເຊົາ​ການ​ເຈາະ​ນຳ້ມັນໃນ​ເຂດນ່ານນຳ້ທີ່​ຫວຽດ
ນາມ​ອ້າງເອົາກຳມະສິດ​ນັ້ນ.

ກຳປັ່ນ​ຈີນ ​ແລະ​ຫວຽດນາມ ​ໄດ້​ປະເຊີນໜ້າກັນ ນັບ​ຕັ້ງ​ແຕ່
​ຈີນ​ໄດ້​ຕິດຕັ້ງ​ຖານ​ເຈາະ​ນໍ້າ ມັນ​ເມື່ອ​ເດືອນ​ແລ້ວ​ນີ້ ຢູ່ໃນບໍລິ
ເວນທະ​ເລ​ຈີນ​ໃຕ້ ທີ່​ຫວຽດນາມອ້າງວ່າ ຢູ່ພາຍໃນ​ເຂດ​ເສດຖະກິດພິເສດ ​ຂອງ​ຕົນ. ທັງ​ສອງ​ຝ່າຍ​ໄດ້ໂຈມ​ຕີ​ກັນ​ດ້ວຍ​ ​ທໍ່​ສີດ​ນຳ້ເຮັດໃຫ້​ເກີດ​ຄວາມ​ຢ້ານ​ກົວ​ທີ່​ຈະ​ເກີດການ​ປະ​ທະ​ກັນດ້ວຍກຳລັງທະຫານປະກອບ​ອາວຸດ.
CHINA VIETNAM UPD CNPK
please wait

No media source currently available

0:00 0:02:08 0:00

ມະນີ​ລາໄດ້ປະ​ທ້ວງ​ຈີນທີ່ທຳການຖົມດິນຢູ່​ເກາະ​ຫີນແຫ່ງນຶ່ງຊຶ່ງຟີລິບປິນກ່າວວ່າ ເປັນ ​ດິນ​ແດນ​ຂອງ​ຕົນນັ້ນ.

ຮອງ​ປະທານາທິບໍດີ ສະຫະລັດ ທ່ານ Joe Biden ​ໄດ້​ກ່າ​ວຕໍ່ຫົວໜ້າ​ເສນາທິການ
ກອງທັບຈີນ ນາຍ​ພົນ Fang Fenghui ທີ່ນະຄອນຫລວງວໍຊິງຕັນ ​ໃນ​ວັນ​ພະຫັດ​
ວານ​ນີ້​ວ່າ ການເຄື່ອນໄຫວ​ຂອງ​ຈີນ​ຢູ່​ໃນທະ​ເລ​ຈີນ​ໃຕ້ ​ແມ່ນເປັນ​ໄພ ອັນຕະລາຍ ​ແລະທ້າທາຍເກາະຜິດ​. ທ່ານ Biden ກ່າວຕໍ່ທ່ານ Feng ວ່າ ຈີນ​ຈະຕ້ອງ​ບໍ່ບ່ອນ
ທຳລາຍ ຕໍ່ຄວາມ​ໝັ້ນຄົງ ​ແລະ​ສັນຕິພາບ.

ການ​ໂຕ້​ຖຽງ​ໄດ້​ນຳ​ໄປ​ສູ່ການ​ປະ​ທ້ວງຕໍ່ຕ້ານຈີນຢູ່​ໃນ​ຫວຽດນາມ ຮວມ​ທັງ​ການ​ກໍ່ຈາ
ລະ​ຈົນ ຢູ່​ໂຮງງານ​ເຫລັກຂອງໄຕ້​ຫວັນ ​ທີ່ເຮັດ​ໃຫ້​ພະນັກງານ​ຈີນ​ຄົນ​ນຶ່ງ​ເສຍ​ຊີວິດ
​ແລະ​ໄດ້​ຮັບ​ບາດ​ເຈັບອີກ 149 ຄົນ.
CHINA VIETNAM CNPK
please wait
Embed

No media source currently available

0:00 0:01:50 0:00
XS
SM
MD
LG