ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າທີ່ ລັດຖະບານກາງ ເລີິ້ມສືບສວນ ລົດໄຟຕົກລາງ ທີ່ນະຄອນຟີລາແດລເຟຍ


ໜ່ວຍກູ້ໄພກຳລັງປະຕິບັດງານ ຢູ່ບ່ອນລົດໄຟຕົກລາງ ໃກ້ກັບ ນະຄອນຟີລາແດລເຟຍ ທາງພາກຕາເວັນອອກສຽງເໜືອ ຂອງ ສະຫະລັດ.
ໜ່ວຍກູ້ໄພກຳລັງປະຕິບັດງານ ຢູ່ບ່ອນລົດໄຟຕົກລາງ ໃກ້ກັບ ນະຄອນຟີລາແດລເຟຍ ທາງພາກຕາເວັນອອກສຽງເໜືອ ຂອງ ສະຫະລັດ.

ບັນດາ​ເຈົ້າໜ້າທີ່​ສືບສວນຂອງ​ລັດຖະບານ​ກາງ ​ໄດ້​ເດີ​ນທາງໄປ
​ເຖິງນະຄອນ Philadelphia ທາງ​ພາກ​ຕາ​ເວັນ​ອອກ​ຂອງສະຫະ
ລັດ ບ່ອນ​ທີ່​ລົດ​ໄຟ​ຜູ້​ໂດ​ຍ ສານ​ໄດ້ຕົກ​ລາງ​ໃນຄືນ​ແລ້ວນີ້ ​ເຮັດ
​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຫ້າ​ຄົນ​ແລະ​ອີກ​ຫລາຍ​ສິບ​ຄົນ​ໄດ້​ຮັບ​ບາດ​ເຈັບ.

ລົດ​ໄຟ Amtrak ທີ່ແລ່ນປະຈຳໃນເຂດ​ພາກ​ຕາ​ເວັນ​ອອກສຽງ
ເໜືອ​ໄດ້​ບັນທຸກຜູ້​ໂດຍສານ 243 ຄົນ ​ແລະ​ພະນັກງານ ​ໄດ້​ຕົກ​
ລາງ​ໃນ

​ຕອນ​ຄຳ່ວັນ​ອັງຄານ ​ວານນີ້ ໃນ​ຂະນະ​ທີ່​ເດີນທາງ​ຈາກນະຄອນ
ຫລວງວໍ​ຊິງຕັນ ​ໄປ​ຫານະຄອນ​ນິວຢອກ ​ຊຶ່ງເຮັດ​ໃຫ້​ພວກ​ຜູ້​ໂດ​ຍ
ສານ ແລະ​ຫີບ​ເຄື່ອງ​ຂອງ​ຟົ້ງ​ຂື້ນ​ສູ່​ອາກາດ ​ໃນ​ຂະນະ​ທີ່ຫົວ​ເຄື່ອງ​ຈັກ​ລົດ​ໄຟ ​ແລະ​ຕູ້​ຜູ້ໂດຍ
ສານຫົກ​ຕູ້​ປີ້ນຂວ້ຳ ​ແລະ​ຕົກ ອອກຈາກລາງ​ກາຍເປັນ​ເສດ​ເຫລັກ​ບິດ​ບ້ຽວ​ນັ້ນ.

ທ່ານ Michael Nutter ເຈົ້າຄອງນະຄອນ Philadelphia ກ່າວໃນຂະນະທີ່ ທ່ານໄປຢ້ຽມ
ບ່ອນເກີດເຫດວ່າ “​ມັນ​ເປັນຄວາມ​ເສຍ​ຫາຍ​ຮ້າຍ​ແຮງ​. ຂ້າພະເຈົ້າ ບໍ່ເຄີຍເຫັນແບບນີ້ມາ
ກ່ອນໃນຊີວິດຂ້າພະເຈົ້າ.”

ພວກ​ດັບ​ເພີງແລະ​ບັນດາ​ເຈົ້າ​ໜ້າ​ທີ່​ຕຳຫລວດ​ຫຼາຍ​ກວ່າ 200 ຄົນ​ ​ ​ໄດ້ພາກັນ​ປະຕິບັດ
ງານຢູ່ໃນ​ບ່ອນ​ເກີດ​ເຫດທ່າມກາງ​ຄວາມ​ມືດ​ມົວ ໂດຍໃຊ້​ໄຟ​ສາຍຊອກ​ຫາຜູ້ໂດຍສານທີ່
ຍັງຕົກຄ້າງຢູ່ຕາມຕູ້ລົດໄຟ. ເຈົ້າໜ້າທີ່ກ່າວວ່າ ມີຜູ້ໂດຍສານ 135 ຄົນຖືກສົ່ງໄປຮັບການ
ປິ່ນປົວຢູ່ຕາມໂຮງໝໍໃກ້ຄຽງແຫ່ງຕ່າງໆ ຮວມທັງຫົກ​ຄົນທີ່​ໄດ້​ຮັບ​ບາດ​ເຈັບ​ສາຫັດ.

ຜູ້​ໂດຍສານ​ຄົນ​ນຶ່ງ ແມ່ນອະດີດ​ຜູ້​ແທນ​ສະພາ​ຕໍ່າ ​ທ່ານ Patrick Murphy ​ໄດ້​ຖ່າຍຮູບ
​ຂອງ​ຊາກ​ເພພັງ ແລະ​ການ​ປະຕິບັດ​ງານ​ກູ້ໄພ ແລ້ວກໍ​ສົ່ງຜ່ານທາງ Twitter.

US Train Derailment
please wait
Embed

No media source currently available

0:00 0:01:06 0:00

XS
SM
MD
LG