ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

Michael Phelps ໄດ້ຄອງຕໍາແໜ່ງ ນັກກິລາໂອລິມປິກ ທີ່ໄດ້ຫລຽນຫລາຍທີ່ສຸດ (ສໄລດ໌)


Micheal Phelps ​ໄດ້​ທັບ​ມ້າງສະຖິຕິໂອ​ລິ​ມປິກ​ ທີ່​ນັກ​ກິລາໂອລິມປິກ​ຢາກ​ໄດ້​ທີ່​ສຸ​ດນັ້ນ
ໂດຍ​ໄດ້​ຮັບ​ອີກ​ສອງ​ຫລຽນ ຢູ່ທີ່​ການ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ ໃນ​ກຸງ​ລອນ​ດອນ ​ແລະ​ໄດ້​
ສ້າງ​ສະຖິຕິ​ໂອ​ລິ​ມປິກ​ທີ່​ສູງທີ່ສຸດໃນ​ດ້ານ​ຫລຽນ ຄື​ໄດ້​ມາ​ທັງ​ໝົດ​ 19 ຫລຽນ​ແລ້ວ ລື່ນ
​ແຊ້ມ​ໂອ​ລິ​ມປິກ​ຄົນ​ກ່ອນ ຄືອ​ະດີດ​ນັກ​ກິລາ gymnastic ຣັດ​ເຊຍ ນາງ Larisa Latynina
ທີ່ໄດ້​ຫລຽນໂອ​ລິ​ມປິກ ທັງ​ໝົດ 18 ຫລຽນ.

ນາຍ Phelps ​ໄດ້​ຮັບ​ຫລຽນ​ເງິນ ​ໃນ​ວັນ​ອັງຄານ ຈາກ​ການ​ລອຍ​ນໍ້າ​ທ່າແມງກ​ະ​ເບື້ອ 200
​ແມັດ ​ແລະໄດ້ຫລຽນ​ຄໍາ ຈາກ​ການ​ລອຍ​ນໍ້າ 4x200 ​ແມັດ ​ປ່ຽນ​ຜຽນ​ກັນ​ກັບ ເພື່ອນ​ຮ່ວມ
ທີ​ມ Ryan Lochte, Conor Dwyer ​ແລະ Ricky Beerens. ຝຣັ່ງໄດ້​ຮັບ​ຫລຽນ​ເງິນ​ ​
ໃນ​ຂະນະ​ທີ່ຈີນ​ໄດ້​ຮັບ​ຫລຽນ​ທອງ​ແດງ.

​ໃນ​ການ​ລອຍ​ນໍ້າ​ແມງທ່າ​ແມງກ​ະ​ເບື້ອ 200 ​ແມັດ ນັ້ນ Phelps ​ໄດ້​ລອຍ​ນໍາ​ໜ້າ​ຄູ່​ແຂ່ງ
​ມາ​ຕະຫລອດ ​ແຕ່​ພໍໃກ້ຈະຮອດ​ຝາຫລັກ​ໄຊ ກັບ​ບໍ່​ຢັນ​ ແຕ່​ປ່ອຍ​ໃຫ້​ໂຕ​ເອງ​ລອຍ​ໄປ​ຊື່ໆ ຊຶ່ງ
ອໍານວຍ​ໃຫ້​ນັກ​ລອຍ​ນໍ້າ​ຈາກ​ອາ​ຟຣິກາ​ໃຕ້​ ນາຍ Chad Le Clos ຢື່ນມື​ໄປແຕະຝາ​ກ່ອນ ​
ແລະ​ຍາດ​ເອົາ​ຫລຽນ​ຄໍາ​ໄປ. ​ນັກ​ລອຍ​ນໍ້າຍີ່​ປຸ່ນ ນາຍ Takeshi Matsuda ​ໄດ້​ຮັບ​ຫລຽນ
ທອງ​ແດງ.

ໃນ​ການລ​ອຍ​ປ່ຽນ​ຜຽນ​ກັນ ​ 4x200 ​ແມັດ​ນັ້ນ ນາຍ Phelps ​ໄດ້ເປັນຫລັກ ຫລືຜູ້ລອຍ
​ຂາ​ສຸດທ້າຍ ຄື​ໄລຍະ 200 ​ແມັດ​ສຸດ​ທ້າຍ ​ແລະໄດ້​ນໍາຫລຽນ​ຄໍາ​ມາ​ໃຫ້​ທີ​ມ USA ຊຶ່ງ​ເປັນ​
ຫລຽນ​ທີ່​ສາມ ແລະຫລຽນ​ຄໍາ​ທໍາ​ອິດ ທີ່ເຂົາ​ໄດ້​ຮັບ​ ໃນ​ກິລາໂອ​ລິ​ມປິກ ທີ່ລອນ​ດອນນັ້ນ.

ນັກ​ກິລາລອຍ​ນໍ້າ ຈີນ ນາງ Ye Shiwen ​ໄດ້​ຮັບ​ຫລຽນ​ຄໍາອັນ​ທີສອງໃນ​ວັນ​ອັງຄານ ຈາກ​
ການ​ແຂ່ງຂັນ​ໄລຍະ 200 ​ແມັດ ຫລັງ​ຈາກ​ທີ່​ໄດ້ຮັບ​ຫລຽນ​ຄໍາ ​ໃນ​ວັນ​ເສົາ ຈາກ​ການແຂ່ງ
ລອຍນໍ້າ 400 ​ແມັດ ​ໂດ​ຍທໍາ​ສະຖິຕິ​ໄດ້​ໄວ​ຈົນ​ທຸກໆ​ຄົນ​ໃນ​ກຸງ​ລອນ​ດອນ ພາກັນ​ໂສກັນວ່າ
ນາງ​ໄດ້ກິນ​ຢາ​ຊູ​ກໍາລັງ​ຫລື​ບໍ່?

ໃນ​ກິລາປະ​ເພດ gymnastics ຂອງ​ຜູ້ຍິງນັ້ນ ທີ​ມຂອງສະຫະລັດ ​ໄດ້ຮັບ​ຫລຽນ​ຄໍາ ​ເປັນ
​ຄັ້ງ​ທໍາ​ອິດ ນັບ​ແຕ່​ປີ 1996 ມາ.

10 ປະເທດທີ່ໄດ້ຫລຽນຫລາຍທີ່ສຸດ ມາຮອດຄືນວັນພຸດ:

Loading...

See complete list at olympic.org

XS
SM
MD
LG