ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ້າວ Michael Phelps ຊະນະຫຼຽນຄຳ ໃນ ການແຂ່ງລອຍນຳ້ ລາຍການສຸດທ້າຍຂອງ ລາວ


ທ້າວ Michael Phelps ຂອງ ສະຫະລັດ ຍ່າງກັບທຸງຊາດ
ຂອງລາວ ໃນລະຫວ່າງ ພິທີຮັບຫຼຽນລາງວັນ ສຳລັບ ການ
ລອຍນຳ້ຜັດປ່ຽນ 4 ຄົນໄລຍະ 100 ແມັດຮອບຊິງຊະນະ
ເລີດໃນກິລາ ໂອລິມປິກລະດູຮ້ອນ 2016. ນະຄອນ Rio de Janeiro, ບຣາຊິລ. 14 ສິງຫາ, 2016.
ທ້າວ Michael Phelps ຂອງ ສະຫະລັດ ຍ່າງກັບທຸງຊາດ ຂອງລາວ ໃນລະຫວ່າງ ພິທີຮັບຫຼຽນລາງວັນ ສຳລັບ ການ ລອຍນຳ້ຜັດປ່ຽນ 4 ຄົນໄລຍະ 100 ແມັດຮອບຊິງຊະນະ ເລີດໃນກິລາ ໂອລິມປິກລະດູຮ້ອນ 2016. ນະຄອນ Rio de Janeiro, ບຣາຊິລ. 14 ສິງຫາ, 2016.

ນັກລອຍນ້ຳ ອາເມຣິກັນ ທີ່ໄດ້ຮັບຄວາມສົນໃຈສູງ ທ້າວ Michael Phelps ໄດ້ຊະນະ ຫຼຽນຄຳໂອລິມປິກຫຼຽນທີ 23 ໃນອາຊີບຂອງລາວ ແລະ ເປັນຫຼຽນທີ 5 ໃນກິລາ Rio Games ຄັ້ງນີ້, ໃນສິ່ງທີ່ອາດຈະເປັນການແຂ່ງຂັນໃນກິລາໂອລິມຄັ້ງສຸດທ້າຍໃນອາຊີບ ຂອງລາວ.

ນັກກິລາໂອລິມປິກທີ່ໄດ້ຮັບຫຼຽນຄຳຫຼາຍທີ່ສຸດໃນປະຫວັດສາດ ໄດ້ລອຍເປັນຄົນທີ 3 ໃນການແຂ່ງຂັນຜັດປ່ຽນກັນ 4 ຄົນ ໄລຍະ 100 ແມັດ, ເຊິ່ງລອຍມານຳຫຼັງຜ່ານນັກກິລາ ອັງກິດ ແລະ ເຮັດໃຫ້ ສະຫະລັດ ນຳໜ້າໃນການແຂ່ງຂັນຄົນສຸດທ້າຍ.

ຮອບທຳອິດຂອງການແຂ່ງຂັນຜັດປ່ຽນກັນແມ່ນທ່າ ຫງາຍຫຼັງ, ໄດ້ກາຍເປັນເວລາທີ່ເປັນ ສະຖິຕິໂລກ ລອຍໂດຍນັກລອຍນ້ຳ ອາເມຣິກາ ທ້າວ Ryan Murphyແລະ ມັນໄດ້ຜັກ ດັນໃຫ້ທີມ ສະຫະລັດ ໄປສູ່ເວລາທີ່ເປັນສະຖິຕິຂອງກິລາ ໂອລິມປິກ ສຳລັບການແຂ່ງຂັນ ທັງໝົດ.

ນອກນັ້ນ ສຳລັບນັກລອຍນ້ຳແມ່ຍິງ ສະຫະລັດ ຍັງໄດ້ຮັບຫຼຽນຄຳເຊັ່ນກັນໃນການແຂ່ງ ຂັນຜັດປ່ຽນ 4 ຄົນໄລຍະ 100 ແມັດໃນວັນເສົາວານນີ້, ເຊິ່ງເປັນຫຼຽນຄຳທີ 1000 ຂອງ ປະເທດ ໃນປະຫວັດສາດກາແຂ່ງຂັນກິລາໂອລິມປິກລະດູຮ້ອນ.

ໃນມື້ສຸດທ້າຍຂອງການແຂ່ງຂັນລອຍນ້ຳໃນນະຄອນ Rio de Janeiro, ນັກລອຍນ້ຳ ຈາກ ອິຕາລີ ທ້າວ Gregorio Paltrinieri ໄດ້ຮັບຫຼຽນຄຳໃນການແຂ່ງລອຍນ້ຳທີ່ມີ ຄວາມທໍລະຫົດທີ່ສຸດ, ສຳລັບທ່າລອຍນ້ຳ Freestyle 1,500 ແມັດຂອງຜູ້ຊາຍ. ເຊິ່ງທ້າວ Connor Jaegor ຂອງ ສະຫະລັດ ໄດ້ຫຼຽນເງິນ.

ນາງ Pernille Blume ສະແດງຄວາມດີໃຈຫຼັງຈາກໄດ້ຊະນະການແຂ່ງຂັນລອຍນຳ້ແມ່ຍິງ Freestyle 50 ແມັດ ທີ່ກິລາ ໂອລິມປິກລະດູຮ້ອນ 2016.
ນາງ Pernille Blume ສະແດງຄວາມດີໃຈຫຼັງຈາກໄດ້ຊະນະການແຂ່ງຂັນລອຍນຳ້ແມ່ຍິງ Freestyle 50 ແມັດ ທີ່ກິລາ ໂອລິມປິກລະດູຮ້ອນ 2016.

ກ່ອນໜ້ານີ້, ທ້າວ Pernille Blume ຈາກ ເດັນມາກ ໄດ້ເອົາຊະນະນັກລອຍນ້ຳ ອາເມຣິ ກັນ ທ້າວ Simone Manuel ໃນການແຂ່ງຂັນ Freestyle 50 ແມັດ.

ໃນການແຂ່ງຂັນແລ່ນ ແລະ ລານ, ນັກແລ່ນຈາກປະເທດ ຈາໄມກາ ນາງ Elaine Thompson ໄດ້ຊະນະຫຼຽນຄຳ ໃນການແຂ່ງແລ່ນ 100 ແມັດປະເພດຍິງ ທຳເວລາໄດ້ 10.70 ວິນາທີ, ເປັນການສິ້ນສຸດຄວາມພະຍາຍາມແຂ່ງ ໂດຍເພື່ອນຈາກປະເທດດຽວ ກັນກັບລາວ, ນາງ Shelly-Ann Fraser-Pryce, ໃນການຊະນະການແຂ່ງແລ່ນໄວ ໃນກິລາໂອລິມປິກ 3 ຄັ້ງລຽນຕິດ. ນັກແລ່ນ ອາເມຣິກັນ ນາງ Tori Bowie ໄດ້ຫຼຽນເງິນ ເຊິ່ງແລ່ນກາຍນາງ Fraser-Pryce ພຽງໜ້ອຍດຽວ.

ໃນການແຂ່ງຂັນໂດດໄກ, ລາງວັນທີໜຶ່ງແມ່ນເປັນຂອງນັກກິລາ ອາເມຣິກັນ ທ້າວ Jeff Henderson, ໄດ້ຮັບຫຼຽນຄຳໃນການໂດດຄັ້ງທີ 6 ແລະ ເປັນການໂດດຄັ້ງສຸດທ້າຍ.

​ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG