ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານນາງ Fujimori ຖືກສືບສວນ ໃນຂໍ້ຫາ ຟອກເງິນ


ຜູ້ສະໝັກປະທານາທິບໍດີ Keiko Fujimori (ກາງ) ຈາກພັກ ມະຫາຊົນ Fuerza.
ຜູ້ສະໝັກປະທານາທິບໍດີ Keiko Fujimori (ກາງ) ຈາກພັກ ມະຫາຊົນ Fuerza.

ຄະນະ​ໄອ​ຍະ​ການ​ຂອງ​ເປ​ຣູ ​ເລີ້ມທຳ​ການ​ສືບສວນ ​ໃນ​ຂໍ້​ຫາ​ຟອກ​ເງິນ ຕໍ່​ຜູ້​ສະໝັກ​ປະທາ ນາທິບໍດີ Keiko Fujimori ​ແລະ​ສາມີ​ຂອງ​ນາງ.

ການ​ສືບສວນ ເລີ້ມຂຶ້ນ​ໃນ​ເດືອນ​ມີນາ​ຜ່ານ​ມາ ​ແຕ່​ໄດ້​ເປັນ​ທີ່​ຮູ້​ກັນ​ຢ່າງ​ກວ້າງຂວາງ​ໃນ​ມື້ ວັນ​ສຸກ​ຜ່ານ​ມານີ້ ຫລັງ​ຈາກ​ໄດ້​ມີ​ການ​ລົງ​ຂ່າວ​ຂອງ​ໜັງສື​ພິມ El Comercio ທີ່​ມີ​ສຳນັກ ງານ​ຕັ້ງຢູ່​ນະຄອນ​ລີ​ມາ.

ການ​ສືບສວນ​ແມ່​ນ​ແນ​ໃສ່​ການ​ກ່າວ​ຫາ​ກ່ຽວ​ກັບ​ການ​ໂອນ​ເງິນ​ທີ່​ມີ​ການ​ສົງ​ໄສ​ແລະ​ການ ບໍລິຈາກ​ເງິນ​ສະໜັບສະໜຸນ​ໃນ​ການ​ໂຄສະນາ​ຫາ​ສຽງ.

ທ່ານ​ນາງ Fujimori ​ໄດ້​ປະຕິ​ເສດ​ວ່າ ທ່ານ​ນາງ​ບໍ່​ໄດ້​ກະທຳ​ຜິດ​ໃດໆ.

ການ​ກ່າວ​ຫານີ້ ມີ​ຂຶ້ນພຽງ​ສອງ​ອາທິດ​ກ່ອນ​ທີ່​ຊາວ​ເປ​ຣູຈະ​ພາກັນ​ໄປ​ປ່ອນ​ບັດ​ເລືອກ​ເອົາ ປະທານາທິບໍດີ​ຄົນ​ໃໝ່​ ​ແລະ​ສອງ​ມື້ ຫລັງ​ຈາກ​ຜູ້​ຊ່ອຍ​ຄົນ​ນຶ່ງ ​ຂອງທ່ານ​ນາງ Fujimori ໄດ້​ລາ​ອອກ​ຍ້ອນ​ການ​ສືບສວນ​ກ່ຽວ​ກັບ​ການ​ຟອກ​ເງິນ​ ທີ່ບໍ່​ມີ​ສ່ວນກ່ຽວຂ້ອງ​ກັນ​ເລີຍ.

ທ່ານ​ນາງ Fujimori ພວມ​ຢູ່​ໃນ​ລະຫວ່າງ​ການແຂ່ງຂັນ​ທີ່​ມີ​ຄະ​ແນນ​ສຽງໃກ້​ຄຽງ​ກັນ​ກັບ ອະດີດ​ນັກ​ເສດຖະສາດ ​ຂອງ​ທະນາຄານ​ໂລກ ທ່ານ Pedro Kuczynski ​ເພື່ອ​ເປັນ​ຜູ້ ນຳຂອງ​ປະ​ເທດ​ເປຣູ.

ນັກ​ການ​ເມືອງ​ທີ່ເປັນກາງ​ອຽງ​ຂວາ​ທ່ານ​ນີ້ ຈະ​ເປັນ​ປ​ະທາ​ນາ​ທິບໍດີ​ແມ່ຍິງ​ຄົນ​ທຳ​ອິດຖ້າ ຫາກ​ນາງ​ໄດ້​ຮັບ​ໄຊ​ຊະນະ ​ໃນ​ການ​ເລືອກ​ຕັ້ງຮອບ​ສອງ ຊຶ່ງ​ຈະ​ມີ​ຂຶ້ນ​ໃນ​ເດືອນ​ໜ້ານີ້.

ການ​ເລືອກ​ຕັ້ງຂອງ​ທ່ານ​ນາງ ​ຍັງ​ບໍ່​ທັນ​ເປັນ​ທີ່​ແນ່​ນອນ​ເທື່ອ ​ໃນ​ເມື່ອ​ຊາວ​ເປຣູຈຳນວນ ຫຼວງຫຼາຍປະຕິຍານ​ວ່າ ຈະ​ບໍ່​ປ່ອນ​ບັດ​ເອົາ​ຜູ້​ໃດ​ອີກ ທີ່​ພົວພັນ​ກັບ​ບິດາ​ຂອງທ່ານ​ນາງ ຄືທ່ານ Alberto Fujimori.

ທ່ານ​ນາງ Keiko Fujimori ​ໄດ້​ພະຍາຍ​າມວາງ​ໂຕ​ຢູ່​ຫ່າງໆ​ຈາກການ​ປົກຄອງເປຣູແບບ ຜະ​ເດັດ​ການ​ຂອງ​ບິດາ​ທ່ານ​ນາງ ​ແຕ່ປີ 1990 ຫາ​ປີ 2000. ອະດີດປະທານາທິບໍດີ​ທ່ານ ​ນີ້ກຳລັງ​ຮັບ​ໃຊ້​ໂທດ ​ຈຳ​ຄຸກ 25 ປີ ຍ້ອນ​ການລະ​ເມີດ​ສິດທິມະນຸດ​ ແລະ ​ການ​ສໍ້​ລາດ​ບັງ​ຫລວງ​ໃນ​ສະ​ໄໝ​ການ​ປົກຄອງ​ຂອງ​ທ່ານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG