ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເປຣູ ສືບຕໍ່ ຮັບມືກັບ ສະພາບ ສຸກເສີນ ທີ່ເກີດຍ້ອນ ຝົນຕົກລົງມາຢ່າງໜັກ


ຜູ້ຍິງຄົນນຶ່ງ ກຳລັງຖືກດຶງເຂົ້າໄປຫາບ່ອນທີ່ປອດໄພ ດ້ວຍສາຍສະລິງ ໃນນະຄອນຫຼວງ ລີມາ ຂອງປະເທດເປຣູ ເມື່ອວັນທີ 17 ມີນາ 2017.
ຜູ້ຍິງຄົນນຶ່ງ ກຳລັງຖືກດຶງເຂົ້າໄປຫາບ່ອນທີ່ປອດໄພ ດ້ວຍສາຍສະລິງ ໃນນະຄອນຫຼວງ ລີມາ ຂອງປະເທດເປຣູ ເມື່ອວັນທີ 17 ມີນາ 2017.

ຊາວເປຣູ ພວມສູ້ຊົນຮັບມືກັບ ໄພຕ່າງໆເຊັ່ນ ຂີ້ຕົມເຈື່ອນລົງມາ ພ້ອມກັບນ້ຳຖ້ວມ
ຢ່າງໃຫຽ່ ທີ່ໄດ້ເກີດມາຈາກຝົນຕົກລົງມາຢ່າງໜັກ ເຊິ່ງໄດ້ສັງຫານຢ່າງນ້ອຍ 75 ຄົນ
ແລະ ໄດ້ເຮັດໃຫ້ຫຼາຍກວ່າ 100,000 ຄົນ ບໍ່ມີເຮືອນຢູ່ອາໄສ ນັບຕັ້ງແຕ່ເດືອນມັງກອນ
ເປັນຕົ້ນມາ.

ໃນນະຄອນຫຼວງ Lima ຂອງເປຣູ ພວກພົນລະເມືອງໄດ້ພາກັນລຽນແຖວ ເພື່ອຂໍນ້ຳດື່ມ
ໃນວັນອາທິດວານນີ້ ຫຼັງຈາກ ລະບົບນ້ຳປະປາໄດ້ອຸດຕັນ ອັນເປັນສາເຫດເຮັດໃຫ້ມີ
ການຈຳກັດ ການສະໜອງນ້ຳປະປາ.

ພວກລາງລົດໄຟ ຖືກທຳລາຍພັງລະເນລະນາດ ໂດຍກະແສນ້ຳທີ່ລົ້ນຈາກຝັ່ງ ແມ່ນ້ຳໃນຕົວເມືອງ Chosica ຂອງນະຄອນຫຼວງ Lima, ປະເທດເປຣູ, ເມື່ອວັນອາທິດ ທີ 19 ມີນາ 2017.
ພວກລາງລົດໄຟ ຖືກທຳລາຍພັງລະເນລະນາດ ໂດຍກະແສນ້ຳທີ່ລົ້ນຈາກຝັ່ງ ແມ່ນ້ຳໃນຕົວເມືອງ Chosica ຂອງນະຄອນຫຼວງ Lima, ປະເທດເປຣູ, ເມື່ອວັນອາທິດ ທີ 19 ມີນາ 2017.

ໂຮງຮຽນທັງຫຼາຍ ໃນນະຄອນຫຼວງລີມາ ໄດ້ຖືກປິດໄວ້ ແລະ ບາງພື້ນທີ່ ປາດສະຈາກ
ນໍ້າປະປາ ມາໄດ້ 3 ມື້ແລ້ວ ສ່ວນຮ້ານຄ້າຕ່າງໆ ແມ່ນມີລາຍງານວ່າ ຂາດແຄນນ້ຳດື່ມ.

ສະພາບການກະທັນຫັນ ແລະ ການອຸ່ນຂຶ້ນຢ່າງບໍ່ປົກກະຕິຂອງນ້ຳທະເລໃນປາຊີຟິກ
ນອກຝັ່ງປະເທດເປຣູ ໄດ້ກໍ່ໃຫ້ເກີດຝົນຕົກໜັກຂັ້ນອັນຕະລາຍທີ່ສຸດ ໃນຊ່ວງຫຼາຍ
ທົດສະວັດຜ່ານມາ ໂດຍເຮັດໃຫ້ກະແສນ້ຳ ໃນແມ່ນ້ຳຫຼາຍສາຍ ໄຫລພັດພວກຄົນ
ແລະ ລົດຍົນທັງຫຼາຍ ເຮັດໃຫ້ຖະໜົນຫລວງຫຼາຍສາຍຕັນ ແລະ ທຳລາຍພືດຜົນ
ຕ່າງໆ. ການເດີນທາງໆອາກາດ ກໍໄດ້ຮັບຜົນກະທົບເຊັ່ນກັນ.

ລະດູຝົນ ໄດ້ພາໃຫ້ຝົນຕົກລົງມາ ຫຼາຍກວ່າທຳມະດາ ເຖິງ 10 ເທົ່າ. ບັນດາເຈົ້າໜ້າທີ່
ໄດ້ປະກາດວ່າ ເຄິ່ງນຶ່ງຂອງປະເທດ ແມ່ນຢູ່ໃຕ້ພາວະສຸກເສີນ ເພື່ອໃນການນຳເອົາ ສິ່ງຂອງຕ່າງໆ ໄປພື້ນທີ່ທີ່ຖືກກະທົບໜັກທີ່ສຸດ ໄດ້ຢ່າງວ່ອງໄວ.

ສູນປະຕິບັດການສຸກເສີນແຫ່ງຊາດ ກ່າວວ່າ ຊາວເປຣູ 99,475 ຄົນ ໄດ້ສູນເສຍທຸກ
ສິ່ງທຸກຢ່າງ ນັບຕັ້ງແຕ່ເລີ້ມຕົ້ນປີນີ້ເປັນຕົ້ນມາ ໃນຂະນະດຽວກັນ 626,928 ຄົນ
ແມ່ນບໍ່ໄດ້ຮັບຜົນເສຍຫາຍຫຼາຍປານໃດ ຕໍ່ເຮືອນຊານຂອງພວກເຂົາເຈົ້າ. ແລະ
ຍັງຈະມີໄພມາຕື່ມອີກ ຕາມທີ່ພວກພະຍາກອນອາກາດ ໄດ້ຄາດຄະເນໄວ້ ວ່າ ຈະມີ
ຝົນຕົກໜັກຕື່ມອີກ ໃນພາຍຂ້າງໜ້າ.

Peru Floods
please wait
Embed

No media source currently available

0:00 0:01:06 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG