ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວນະຄອນຫລວງລີມາ ພາສັດລ້ຽງຂອງເຂົາເຈົ້າ ໄປຮັບພອນ ຈາກຄຸນພໍ່ ໃນເປຣູ


PERU PETS VOSOT
please wait
Embed

No media source currently available

0:00 0:00:34 0:00

ເບິ່ງວີດີໂອ ເຈົ້າຂອງສັດລ້ຽງ ພາສັດຂອງເຂົາເຈົ້າ ໄປຮັບພອນ ຈາກຄຸນພໍ່ ໃນເປຣູ.

ທີ່​ປະ​ເທດ​ເປຣູ ພວກ​ສັດລ້ຽງ​ເຊັ່ນ ໝາ ​ແມວ ນົກ ​ແລະ ແມ່ນ​ກະ​ທັງ​
ຈອນ​ຟອນ ​ໄດ້​ຖືກ​ນຳ​ໄປ​ເຂົ້າ​ພິທີ​ທາງ​ສາສະໜາ​ພິ​ເສດ​ ​ເພື່ອ​ຮັບ
ເອົາ​ພອນ​ຈາກໂບດ​ຄາ​ໂທ​ລິກ ​ໃນ​ນະຄອນຫລວງ​ລີ​ມາ ​ໃນ​ວັນ
ສະ​ເຫລີມ ສະຫລອງ ພະ​ອໍລະຫັນ St. Francis ​ແຫ່ງ Assisi ຊຶ່ງ
​ເປັນ​ຜູ້​ປົກ​ປ້ອງ​ສັດ​ທັງຫຼາຍ.

ພວກ​ເຈົ້າ​ຂອງ​ສັດ​ທັງຫຼາຍ ພາກັນລຽນ​ແຖວ​ ພ້ອມກັບ​ສັດ​ລ້ຽງ​ຂອງ​ເຂົາ​ເຈົ້າ ​ເພື່ອ​ໃຫ້
ຄຸນ​ພໍ່​ຈາກ​ໂບດຄາ​ໂທ​ລິກ ​ຊິດນ້ຳມົນ​ໃສ່. ໃນ​ລະຫ​ວ່າງພິທີທາງ​ສາສະໜາ​ນັ້ນ. ຄຸນ​ພໍ່​ໄດ້
ຂໍ​ຮ້ອງ ​ບັນດາ​ເຈົ້າຂອງ​ສັດລ້ຽງ​ ໃຫ້ປະຕິບັດ​ຕໍ່​ພວກ​ສັດລ້ຽງຂອງ​ຕົນ ດ້ວຍຄວາມຮັກຫອມ.

ອີງ​ຕາມ​ປະຫວັດສາດ ພະ​ອໍລະຫັນ St. Francis ແມ່ນເວົ້າ​ລົມກັບ ​ພວກ​ສັດ​ທັງຫຼາຍ ​ແລະ ປະຕິບັດ​ຕໍ່​ພວກ​ເຂົາ ຄື​ກັນ​ກັບສະມາ​ຊິກ​ຂອງ​ຄອບ​ຄົວ.

​ເຈົ້າຂອງ​ໝາ​ພັນ dachshund ຄົນ​ນຶ່ງ ນາງ Ines Alvarado ​ເວົ້າວ່າ “ຄື​ກັນ​ກັບ​ທີ່
ຂ້ອຍຢາກ​ໃຫ້​ລູກ​ຂອງ​ຂ້ອຍ ຄອບຄົວ​ຂອງ​ຂ້ອຍ ​ໄດ້​ຮັບ​ພອນ ຂ້ອຍ​ກໍ​ຢາກ​ໃຫ້ໝາ​
ຂອງ​ຂ້ອຍ ​ໄດ້​ຮັບ​ພອນ​ເຊັ່ນ​ກັນ ມັນ​ເປັນ​ສ່ວນ​ນຶ່ງ​ ຂອງ​ຄອບຄົວຂ້ອຍ​ຄື​ກັນ.”

ພວກ​ເຊື່ອ​ຖື ກ່າວ​ວ່າ ການ​ໄດ້​ຮັບ​ພອນ ຈະ​ເຮັດ​ໃຫ້​ພວກ​ສັດ​ລ້ຽງ ມີ​ສຸຂະພາບ​ດີ.

Dogs, cats, canaries and even a pet ferret attended a special Mass to be blessed at the Catholic Church in Peru's capital in celebration of St. Francis
of Assisi, the protector of animals.

People lined up to have their pets sprinkled with holy water by the church's priest.

During the Mass, the priest asked for the animals to be treated with love
and affection by their human owners.

According to history, St. Francis spoke to the animals and treated them
as members of the family.

''Just as I seek the blessing of my children, of my family, he's ((the dog))
part of the family too."

Believers say the blessings will keep pets in good health.

XS
SM
MD
LG