ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມີຢ່າງນ້ອຍ 37 ຄົນ ເສຍຊີວິດ ໃນອຸບປະຕິເຫດ ລົດເມຕຳກັນ ຢູ່ເປີຣູ


Peru Accident
please wait
Embed

No media source currently available

0:00 0:00:59 0:00

ຕຳຫຼວດໃນເປີຣູ ກ່າວວ່າ ມີຢ່າງນ້ອຍ 37 ຄົນ ໄດ້ເສຍຊີວິດ
ແລະມີຫຼາຍກວ່າ 84 ຄົນ ໄດ້ຮັບບາດເຈັບ ເວລາລົດເມ 3 ຄັນ
ແລະລົດບັນທຸກຄັນນຶ່ງ ຕຳກັນໃນຖະໜົນຫຼວງແຄມຝັ່ງທະເລ
ທີ່ສຳຄັນສາຍນຶ່ງ.

ຕຳຫຼວດ ໄດ້ກ່າວວ່າ ລົດເມທີ່ບໍລິສັດ Murga Serrano
ເປັນເຈົ້າຂອງນັ້ນ ໄດ້ເຈືອກເຂົ້າໃສ່ ລົດທີ່ກຳລັງແລ່ນມາ
ທາງດ້ານຕົງຂ້າມ ແລະຕຳເຂົ້າຢ່າງແຮງແບບຊຶ່ງໆໜ້າ ກັບ
ລົດເມ 2 ຄັນ ທີ່ກຳລັງແລ່ນສວນມານັ້ນ.

ລົດບັນທຸກທີ່ຕາມນັ້ນແມ່ນໄດ້ຕຳເຂົ້າໃນຂະບວນລົດທີ່ຖືກຕຳກັນກ່ອນນັ້ນ.

ເຮືອບິນເຮລິຄອບເຕີໄດ້ນຳເອົາຜູ້ບາດເຈັບຫຼາຍສິບຄົນ ຈາກສະຖານທີ່ເກີດເຫດນີ້ ນຳສົ່ງ
ໂຮງພະຍາບານແຫ່ງຊາດ Daniel Alcides Carrion ທີ່ຢູ່ປະມານ 300 ກິໂລແມັດ ໄປທາງໃຕ້.

ເຈົ້າໜ້າທີ່ກ່າວວ່າ ອຸບປະຕິເຫດໃນຄັ້ງນີ້ ແມ່ນເປັນການເສຍຊີວິດທີ່ຮ້າຍແຮງສຸດຂອງເປີຣູ ນັບຕັ້ງແຕ່ເດືອນຕຸລາ ປີ 2013 ເປັນຕົ້ນມາ ເວລາມີ 51 ຄົນເສຍຊີວິດ ໃກ້ໆກັບ ເມືອງ Cuzcafter ຕອນທີ່ລົດບັນທຸກທີ່ລຳລຽງສຳພາລະໜັກເກີນໄປ ຂວ້ຳລົງໃສ່ຮ່ອມພູນັ້ນ.

ສື່ຂອງເປີຣູລາຍງານວ່າ ກຸ່ມນັກທ່ອງທ່ຽວ Senegale ແລະກຸ່ມສະມາຊິກ ຂະບວນການ
ເຄື່ອນໄຫວເຜີຍແຜ່ສາສະໜາທົ່ວໂລກ ຫຼື Worldwide Missionary Movement​ ແມ່ນຮວມຢູ່ໃນນັ້ນນຳ.

ລະບຽບການໂດຍສານໃນເປີຣູ ແມ່ນຂີ້ຮ້າຍຫລາຍ ແລະອຸບປະຕິເຫດຮ້າຍແຮງແມ່ນເປັນ
ເລື້ອງທຳມະດາ ປົກກະຕິ.

XS
SM
MD
LG