ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ Sanders ຍຶດໝັ້ນ ໃນອຸດົມການ ຈົນໄດ້ຮັບ ການຍິນຍອມ ໃນການກຳນົດ ນະໂຍບາຍພັກ


US Politics Democrats
please wait
Embed

No media source currently available

0:00 0:01:19 0:00

ໃນ​ຊ່ວງ​ໄລຍະ​ເວລາ​ນຶ່ງ​ປີຜ່ານ​ມານີ້ ທ່ານ Bernie Sanders ​ໄດ້ມີຄະ​ແນນ​ເພີ້ມຂຶ້ນ ​ໃນ​ການ​ຢັ່ງ​ຫາງ​ສຽງ ຈາກ​ຫລຸດ​ຢູ່ ​40 ​ເປີ​ເຊັນ ມາ​ເປັນ​ເກື​ອບ​ພໍ​ໆກັນ ​ກັບ​ທ່ານ​ນາງ Hillary Clinton ​ໃນ​ຂະນະ​ທີ່​ພັກ Democrat ພວມ​ກະກຽມ​ຫ້າງ​ຫາ ​ກ່ຽວ​ກັບ​ການ​ປະກາດ​ນະ​ໂຍ ບາຍ ຕໍ່​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ ​ໃນ​ເດືອນກໍລະກົດ​ທີ່​ຈະ​ມາ​ເຖິງ​ນີ້.

ນອກ​ເໜືອ​ໄປ​ຈາກ​ການ​ແຕ່ງ​ຕັ້ງຜູ້ຕາງ​ໜ້າພັກໃນ​ການ​ລົງ​ແຂ່ງຂັນ​ເປັນ​ປະທານາທິບໍດີ ຢ່າງ ເປັນ​ທາງ​ການ​ ​ໃນ​ທຸກໆ 4 ປີ ​ແລ້ວ ພັກ Democrat ​ແລະ​ຄູ່​ແຂ່ງພັກ Republican ​ໃຊ້​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ນີ້ ​ໃນ​ການນຳສະ​ເໜີ ລາຍ​ລະອຽດ​ກ່ຽວ​ກັບ​ນະ​ໂຍບາຍ​ຂອງ​ພັກ ​ແລະ ຈຸດໝາຍ​ປາ​ທີ່​ພັກ​ເຂົາ​ເຈົ້າຈະ​ນຳພາປະ​ເທດ​ຊາດ​ໄປສູ່.

ຄະນະ​ກຳມະການແຫ່ງ​ຊາດຂອງ​ພັກ Democrat ​ໄດ້​ປະກາດ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ຄະນະ​ກຳມະການ​ຮ່າງ​ນະ​ໂຍບາຍຂອງ​ພັກ ແມ່ນ​ຈະຮວມທັງ ​ຕົວ​ແທນ 5 ທ່ານທີ່​ຖືກ​ເລືອກ​ໂດຍ ທ່ານ Sanders ​ແລະ 6 ທ່ານ​ຈາກ​ຝ່າຍ​ທ່ານ​ນາງ Clinton ແລະ​ອີກ 4 ທ່ານຈາກ​ການ​ເລືອກ​ຂອງທ່ານ​ນາງ Debbie Wasserman Schultz ປະທານຄະນະ​ກຳມະ ການ​ແຫ່ງ​ຊາດຂອງ​ພັກ Democrat.

ສະມາຊິກເດັກນ້ອຍ ຖືປ້າຍສະໜັບສະນຸນ ແລະຢືນຟັງທ່ານ Bernie Sanders ກ່າວໃນການຊຸມນຸມ ທີ່ Springfield, Oregon, 28 ເມສາ, 2016.
ສະມາຊິກເດັກນ້ອຍ ຖືປ້າຍສະໜັບສະນຸນ ແລະຢືນຟັງທ່ານ Bernie Sanders ກ່າວໃນການຊຸມນຸມ ທີ່ Springfield, Oregon, 28 ເມສາ, 2016.

ທ່ານ Sanders ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ໃນ​ວັນ​ຈັນ​ວານ​ນີ້ ​ໂດຍ​ໄດ້​ເນັ້ນ​ໜັກເຖິງຈຸດ​ສຳ ຄັນ​ໃນ​ການ​ໂຄສະນາ​ຫາ​ສຽງຂອງ​ທ່ານວ່າ “ພວກ​ເຮົາ​ຈະ​ມີີທ່າ​ທີທີ່​ເຂັ້ມ​ແຂງ ​ໃນ​ການ​ຕໍ່ສູ້​ທາງດ້ານ​ເສດຖະກິດ ທີ່​ຈະໃຫ້​ຜົນ​ປະ​ໂຫຍ​ດ​ແກ່​ຜູ້​ຄົນ​ຂອງ​ພວກ​ເຮົາ​ທຸກ​ຄົນ.”

ນັກ​ການ​ເມືອງ​ທີ່​ຂະໜານ​ນາມ​ຕົນ​ເອງ​ວ່າ ​ເປັນ​ນັກສັງຄົມ​ນິຍົມຂອງ​ພັກ​ເດ​ໂມ​ແຄ​ຣັດ​ໄດ້ມີຜູ້​ຕິດຕາມ​ຢ່າງໃຫຍ່​ຫຼວງ ​ໂດຍ​ສະ​ເພາະ​ພວກ​ຊາວ​ໜຸ່ມ ​ໃນ​ຂະນະ​ທີ່​ທ່ານໂຄສະນາ​ຫາ​ສຽງໃນ​ຂໍ້ຄວາມ​ທີ່​ວ່າ ສະໜັບສະໜຸນ​ຄວາມ​ສະ​ເໝີ​ພາບທາງ​ດ້ານເສດຖະກິດ ຄ້ຳປະກັນ​ໃຫ້​ຄ່າ​ຮຽນຕໍ່​ຂັ້ນ​ສູງທີ່ສາມາດ​ຈ່າຍ​ໄດ້ ກຳຈັດ​ອິດ​ທິພົນຂອງ​ກຸ່ມຜົນ​ປະ​ໂຫຍ​ດ ຈາກ​ວົງ​ການ​ເມືອງ ​ແລະ​ຂະຫຍາຍ​ການ​ໃຫ້​ບໍລິການ​ທາງ​ດ້ານ​ສັງຄົມ​ເພີ້​ມຂຶ້ນ.

ທ່ານ Sanders ​ຍ້ອນ​ຄື້ນຟອງ​ການ​ສະໜັບສະໜຸນທີ່​ວ່າ​ນີ້ ຈຶ່ງ​ເຮັດ​ໃຫ້​ທ່ານ​ໄດ້ຊະນະການ​ແຂ່ງ​ຂັນ​ເລືອກ​ຕັ້ງ​ຂັ້ນ​ຕົ້ນຢູ່​ໃນ 20 ລັດ ​ພ້ອມ​ດຽວ​ກັນ​ນີ້ ທາງ​ທ່ານ​ນາງ Clinton ​ແລະ​ຈາກ​ພັກ Republican ​ຊຶ່ງ​ຄາດ​ວ່າ​ຈະ​ແມ່ນ​ທ່ານ Donald Trump ຈະ​ເປັນ​ຜູ້ຕາງໜ້າ​ຂອງ​ພັກ​ນັ້ນ ຄື 1 ​ໃນ 3 ຂອງ​ຜູ້​ສະໝັກຄົນສຳຄັນ ທີ່​ຍັງ​ທຳ​ການ​ແຂ່ງຂັນ ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້ຢູ່ ​ເພື່ອ​ຈະ​ໄດ້ຊະນະ ​ໃນ​ການເປັນປະທານາທິບໍດີ​ຄົນ​ຕໍ່​ໄປ ຫຼັງ​ຈາກໝົດສະ​ໄໝການ​ດຳລົງ​ຕຳ​ແໜ່​ງຂອງ​ທ່ານ Barack Obama ​ໃນ​ເດືອນ​ມັງກອນ​ປີໜ້າ​ນີ້.

ສະມາຊິກສະພາສູງ ທ່ານ Bernie Sanders ຈາກລັດ Vermont, ສັງກັດພັກ Democrat ກ່າວໃນການໂຮມຊຸມນຸມ, 22 ພຶກສະພາ, 2016.
ສະມາຊິກສະພາສູງ ທ່ານ Bernie Sanders ຈາກລັດ Vermont, ສັງກັດພັກ Democrat ກ່າວໃນການໂຮມຊຸມນຸມ, 22 ພຶກສະພາ, 2016.

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG