ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

11 ຄົນ ເສຍຊີວິດ ໃນການໂຈມຕີ ໃນສານ ທີ່ປາກິສຖານ (ວີດີໂອ/ສະ​ໄລ​ດ໌)


Pakistan Violence
please wait
Embed

No media source currently available

0:00 0:00:53 0:00

ຄວາມຮຸນແຮງ ທີ່ປາກິສຖານ

ຕຳຫຼວດ​ປາ​ກິ​ສຖານ ​ກ່າວ​ວ່າ ການ​ໂຈມ​ຕີ​ດ້ວຍ​ປືນ ​ແລະ
​ລະ​ເບີດ​ສະລະ​ຊີບ ​ໃນ​ວັນ​ຈັນມື້​ນີ້​ ຕໍ່​ສານ​ແຫ່ງ​ນຶ່ງ ຢູ່ໃນ​
ນະຄອນຫຼວງ ​ໄດ້​ສັງຫານ​ປະຊາຊົນ 11 ຄົນ ຮວມທັງ​
ຜູ້​ພິພາກສາ 2 ທ່ານ ​ແລະທະນາຍຄວາມ ​ຈຳນວນ​ນຶ່ງ​.

ຕຳຫຼວດ​ກ່າວ​ວ່າ 25 ຄົນ ສ່ວນ​ຫຼາຍ​ເປັນ​ພວກ​ທະນາຍ
ຄວາມ​ທີ່​ຍັງ​ໝຸ່ມ ​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ໂຈມ​ຕີ​ໃນ​ວັນ​
ຈັນ​ມື້​ນີ້ ​ໃນ​ກຸງ​ອິສລາມາ​ບັດ ​ແລະ​ເອີ້ນ​ການ​ໂຈມ​ຕີ​ດັ່ງ
ກ່າວ​ວ່າ ​ເປັນ “​ການ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ທີ່​ມີ​ການ​ປະ
ສານ​ງານກັນ​ຢ່າງດີ.” ​ໃນ​ເບື້ອງ​ຕົ້ນ ຕຳຫຼວດ​ເວົ້າ​ວ່າ ມີ
ປະຊາຊົນ 35 ຄົນ​ໄດ້​ຮັບ​ບາດ​ເຈັບ.

ພວກ​ສະມາຄົມ​ທະນາຍຄວາມ​ໄດ້​ປະກາດ​ນັດ​ຢຸດ​ງານ​ທົ່ວ​ປະ​ເທດ ​ເພື່ອ​ທຳ​ການ​ປະ​ທ້ວງ​ຕໍ່​ຄວາມ​ຮຸນ​ແຮງ​ທີ່ເກີດ​ຂຶ້ນ​ໃນ​ສານ​ນັ້ນ.

ຕຳຫຼວດ​ກ່າວ​ວ່າ ການ​ສືບສວນ​ສອບ​ສວນໃນ​ເບື້ອງ​ຕົ້ນ ຊີ້​ແນະ​ວ່າ ຢ່າງ​ໜ້ອຍ​ມີ​ຊາຍ
2 ຄົນ​ ​ແກ່ວ​ງລະ​ເບີດ​ມື​ຫຼາຍ​ລູກ​ເຂົ້າ​ໃສ່​ຝູງ​ຊົນ​ຢູ່​ໃນ​ສານ ແລ້ວ​ກໍເປີດ​ສາກ​ຍິງ​ປືນ​ສາດເຂົ້າໃສ່​ ກ່ອນຈະ​ບີບ​ຂະ​ນວນ​ລະ​ເບີດ​ຂ້າ​ຕົວ​ເອງ​ຕາຍ.

​ໃນ​ຂະນະ​ດຽວ​ກັນ ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປາ​ກິ​ສຖານ ລະ​ເບີດ​ໄດ້​ສັງຫານ​ທະຫານ 2 ຄົນ ​ແລະ​ເຮັດ​ໃຫ້​ບາດ​ເຈັບ 4 ຄົນ​ໃນ​ເຂດ Sadokhel ​ໃນ​ຂົງ​ເຂດ​ຊົນ​ເຜົ່າ Khyber ທີ່​ເປັນ​ເຂດ​ວຸ້ນວາຍ​ນັ້ນ. ​ເວລາ​ນີ້ ຍັງ​ບໍ່​ທັນ​ມີ​ຜູ້​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ ທັງ​ສອງ​ບັ້ນ​ນີ້.

​ຫວ່າງ 2 ມື້​ຜ່ານ​ມາ​ນີ້ ກຸ່ມ​ຕາ​ລີ​ບັນ​ໃນ​ປາ​ກິ​ສຖານ ປະກາດວ່າ ຕົນ​ຈະ​ປະຕິບັດ​ການ​
ຢຸດ​ຍິງ​ເປັນ​ເວລາ​ນຶ່ງ​ເດືອນ ​ເພື່ອ​ອໍານວຍ​ໃຫ້ການ​ເຈລະຈາ​ສັນຕິພາບ ກັບ​ຝ່າຍ​ລັດຖະ
ບານ​ຄືບ​ໜ້າ​ຕໍ່​ໄປ.

ຄວາມ​ວຸ້ນວາຍ​ດັ່ງກ່າວ ມີ​ຂຶ້ນ​ໃນ​ເວລາ​ພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫຼັງ​ຈາກ​ລັດຖະບານ​ປາ​
ກິ​ສຖານ​ປະກາດວ່າ ຕົນ​ໄດ້​ຢຸດ​ທຳ​ການ​ຖິ້ມ​ລະ​ເບີດ​ທາງ​ອາກາດ ​ຕໍ່​ບ່ອນ​ທີ່​ສົງ​ໄສ​ວ່າ ​ເປັນ ບ່ອນ​ລີ້​ຊ່ອນ​ຂອງ​ພວກ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ​ຈັດ ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ
​ຂອງ​ປະ​ເທດ​ແລ້ວ ​ໃນ​ການ​ຕອບ​ສະໜອງ​ຕໍ່​ຄຳປະກາດ​ຢຸດ​ຍິງ​ແຕ່​ຝ່າຍ​ດຽວ​ຂອງ​ກຸ່ມ Tehrik-e-Taliban ຫຼື TTP ​ໃນ​ປາ​ກິ​ສຖານ​ນັ້ນ.

ກຸ່ມ TTP ທີ່ນອກ​ກົດໝາຍ ​ເປັນອົງ​ກອນ​ພັນທະ​ມິດແບບຫລົມ​ໆຂອງ​ກຸ່ມ​ອິສລາມ
ນ້ອຍໆ​ຫຼາຍ​ກຸ່ມ ທີ່ກຳລັງ​ທຳ​ການ​ກະບົດຢ່າງ​ນອງ​ເລືອດ​ໃນ​ປາ​ກິ​ສຖານ ທີ່​ໄດ້​ເຂັ່ນ
ຂ້າ​ປະຊາຊົນ​ໄປ​ແລ້ວ​ຫຼາຍ​ພັນ​ຄົນ.

XS
SM
MD
LG