ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທຳນຽບຫ້າແຈ ເວົ້າວ່າ ການປະຕິບັດງານ ຢູອີຣັກ ໃຊ້ເງິນ 7 ລ້ານ 5 ແສນໂດລາ ຕໍ່ມື້ (ສະໄລດ໌/ວີດີໂອ)


ຄວັນພຸ່ງຂຶ້ນສູ່ທ້ອງຟ້າ ຂະນະທີ່ມີການໂຈມຕີ ທາງອາກາດ ຕໍ່ເປົ້າໝາຍຕ່າງໆ ອ້ອມແອ້ມເຂື່ອນ Mosul ໃນພາກເໜືອອີຣັກ (18 ສິງຫາ 2014)
ຄວັນພຸ່ງຂຶ້ນສູ່ທ້ອງຟ້າ ຂະນະທີ່ມີການໂຈມຕີ ທາງອາກາດ ຕໍ່ເປົ້າໝາຍຕ່າງໆ ອ້ອມແອ້ມເຂື່ອນ Mosul ໃນພາກເໜືອອີຣັກ (18 ສິງຫາ 2014)

ກະຊວງປ້ອງກັນປະເທດສະຫະລັດ ກ່າວວ່າ ການປະຕິບັດງານ
ທາງທະຫານຕ້ານພວກຫົວຮຸນແຮງລັດອິສລາມຢູ່ໃນອີຣັກແມ່ນ
ໃຊ້ຈ່າຍເງິນ ປະມານ 7 ລ້ານ 5 ແສນໂດລາຕໍ່ມື້.

ພົນເຮືອຕີ John Kirby ກ່າວໃນມື້ວັນສຸກວານນີ້ວ່າ ຄ່າໃຊ້ຈ່າຍ
ຢູ່ອີຣັກໄດ້ເພີ້ມຂຶ້ນ ຂະນະທີ່ກິດຈະກຳຕ່າງໆ ເພີ້ມທະວີຂຶ້ນ ນັບ
ແຕ່ໄດ້ເລີ້ມຕົ້ນມາໃນກາງເດືອນ ມິຖຸນາ.

ຂ່າວດັ່ງກ່າວນີ້ ມີຂຶ້ນນຶ່ງມື້ ຫລັງຈາກປະທານາທິບໍດີ ບາຣັກ ໂອ
ບາມາ ບໍ່​ໄດ້​ໃຫ້​ຄວາມ​ສຳຄັນກ່ຽວກັບຄວາມເປັນໄປໄດ້ໃນການ
ທີ່ອາດ​ຈະມີການໂຈມ​ຕີ ​ທາງ​ອາກາດ ຂອງສະຫະລັດ ​ຕໍ່​ກຸ່ມ​ຫົວ​
ຮຸນ​ແຮງຈັດ​ລັດ​ອິສລາມ​ໃນ​ຊີ​ເຣຍ ແຕ່ກໍກ່າວຕື່ມວ່າ ລັດຖະບານຂອງທ່ານ ພວມດຳເນີນ
ງານກ່ຽວ​ກັບ​ແຜນການ ໃນຂອບເຂດທີ່ກວ້າງຂວາງ ເພື່ອ​ຮັບມື​ ກັບ​ພວກກໍ່ການຮ້າຍດັ່ງ
ກ່າວ.

IRAQ SYRIA UPD CNPK
please wait
Embed

No media source currently available

0:00 0:01:18 0:00

ພົນເຮືອຕີ Kirby ເວົ້າວ່າ ກອງທັບສະຫະລັດ ພວມຢູ່ໃນຂັ້ນຕອນ ການຮ່າງ ທາງເລືອກ
ຕ່າງໆໃຫ້ແກ່ປະທານາທິບໍດີ ທີ່ອາດມີຄຳສັ່ງໃຫ້ໂຈມຕີເປົ້າໝາຍຕ່າງໆຂອງພວກຫົວຮຸນ ແຮງລັດອິສລາມໃນຊີເຣຍ ດັ່ງທີ່ໄດ້ກະທຳມາຢູ່ໃນອີຣັກ.

ພົນເຮືອຕີ Kirby ກ່າວວ່າ “ອົງປະກອບຢູ່ຊີເຣຍ ແມ່ນຂ້ອນຂ້າງໃໝ່. ພວກເຮົາຍັງສືບຕໍ່ ກັ່ນກອງແລະດຳເນີນງານກ່ຽວກັບທາງເລືອກຕ່າງໆນັ້ນຄືວຽກງານຂອງພວກເຮົາແຕ່ນັ້ນ ບໍ່ໄດ້ໝາຍຄວາມວ່າໃນຂະນະທີ່ພວກເຮົາມີຜູ້ວາງແຜນເຮັດວຽກດັ່ງກ່າວຢູ່ໃນລະດັບຕ່ຳ
ນັ້ນ ທີ່ພວກເຮົາພ້ອມແລ້ວ ໃນລະດັບສູງ ເພື່ອນັ່ງລົງ ແລະກວດສອບເບິ່ງ ລາຍລະອຽດ
ຕ່າງໆ ແລະພວກເຮົາຍັງບໍ່ທັນຮອດຈຸດນັ້ນເທື່ອ ໃນຖານະຄະນະປະຕິບັດງານ ຂອງພະ
ແນກການຕ່າງໆ.”

ສະຫະລັດ ໄດ້ທຳການໂຈມຕີທາງອາກາດໄປແລ້ວ ຫຼາຍກວ່າ 100 ຖ້ຽວຢູ່ໃນອີຣັກ ສ່ວນ
ໃຫຍ່ແມ່ນສະຖານທີ່ຕ່າງໆໃນບໍລິເວນອ້ອມແອ້ມເຂື່ອນ Mosul ການໂຈມຕີທາງອາກາດ ຂອງສະຫະລັດໄດ້ຊ່ອຍກຳລັງອີຣັກແລະຊາວເຄີດໃຫ້ສາມາດຍຶດຄືນເອົາສະຖານທີ່ຕ່າງໆ ໃນບໍລິເວນເຂື່ອນເມື່ອຕົ້ນເດືອນນີ້. ແລະພົນເຮືອຕີ Kirby ເວົ້າວ່າສະຫະລັດຈະສືບຕໍ່ທຳ ການໂຈມຕີທາງອາກາດຕາບໃດທີ່ພວກຫົວຮຸນແຮງລັດອິສລາມຍັງພະຍາຍາມຂົ່ມຂູ່ຕໍ່ສະ ຖານທີ່ດັ່ງກ່າວຢູ່.

IRAQ SYRIA CNPK
please wait
Embed

No media source currently available

0:00 0:01:13 0:00

ມີ​ການ​ຮຽກຮ້ອງ​ເພີ້ມຂຶ້ນ​ ເພື່ອໃຫ້ສະຫະລັດ​ເຂົ້າ​ແຊກ​ແຊງ​ ໃນ​ຂະນະ​ທີ່​ພວກ​ຫົວ​ຮຸນແຮງ ສືບຕໍ່​ດຳ​ເນີນ​ການ​ ທີ່​ເຈົ້າ​ໜ້າ​ທີ່ສະຫະ​ປະຊາ​ຊາດ​ ກ່າວ​ວ່າ ເທົ່າກັບ ເປັນການກວດລ້າງ​ດ້ານຊົນຊາດຊົນເຜົ່າ​ ແລະ​ດ້ານ​ສາສະໜາ.

Is West Doing Enough to Tackle Islamic State?
please wait

No media source currently available

0:00 0:03:24 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG