ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ງົບປະມານ​​ ທີ່ເຂັ້ມ​ງວດ ແກ່ກອງທັບ ສະຫະລັດ​ ຈະເປັນໄພ ຕໍ່ການກຽມພ້ອມ


ນາຍພົນໂທ John Paxton ຂອງທະຫານມາຣີນ ໃຫ້ການຕໍ່ ສະພາສູງ ໃນວັນທີ 22 ກຸມພາ ປີ 2010.
ນາຍພົນໂທ John Paxton ຂອງທະຫານມາຣີນ ໃຫ້ການຕໍ່ ສະພາສູງ ໃນວັນທີ 22 ກຸມພາ ປີ 2010.

ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ ຈາກ​ສີ່​ເຫລົ່າຂອງກອງ​ທັບສະຫະ​ລັດ
ກ່າວ​ວ່າ ງົບປະມານທີ່ເຂັ້ມ​ງວດ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ​ ໄດ້​
ຈຳກັດຄວາ​ມສາມາດຂອງ​ພວກ​ເຂົາ​ເຈົ້າ​ໃນ​ການ​ເສີມ​ສະມັດ
​ຖະ​ພາບທາງ​ດ້ານກຳລັງຄືນຈາກ​ສອງ​ສົງຄາມ​ເພື່ອ ​ໃຫ້​ພຽງພໍ
​ກັບ​ຄວາມ​ຮຽກຮ້ອງຕ້ອງການ​ໃນ​ປັດ​ຈຸ​ບັນ ​ແລະ​ຄໍ້າປະກັນ
​ຄວາມ​ພ້ອມ​ຂອງກອງທັບ​ຕໍ່​ການ​ເກີດ​ບັນຫາ​ຂັດ​ແຍ້​ງ​ໃນ​ອະ
ນາຄົດ.

ຮອງ​ຜູ້​ບັນຊາ​ການທະຫານ​ບົກ ນາຍ​ພົນ Daniel Allyn ກ່າວ​
ໃນ​ການ​ໃຫ້ການ ຕໍ່ຄະນະ​ກຳ​ມະການກອງທັບ​ ຂອງສະພາ​ສູງ
​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ “ພວກ​ເຮົາ​ກຳລັງ​ໃຊ້​ຄວາມພ້ອມ ໄວ​
ເທົ່າ​ກັນ​ກັບ​ການ​ສ້າງ​ມັນຂຶ້ນ​ມາ.”

ຮອງ​ຜູ້​ບັນຊາ​ການກອງທັບ​ອາກາດ ນາຍ​ພົນ David Goldfein ກ່າວ​ວ່າ “ຊາວ​ຫ້າ​ປີໃນການ​ດຳ​ເນີນສູ້​ລົບຢ່າງ​ຕໍ່​ເນື່ອງ ພ້ອມ​ກັບ​ງົບຄວາມ​ບໍ່​ທຸ່ນ​ທ່ຽງ​ໃນ ດ້ານ​ງົບປະມານ​ ​ແລະງົບປະມານຕໍ່າ​ກວ່າ​ແຜນທີ່​ໄດ້​ວາງ​ໄວ້ນັ້ນ ​ໄດ້​ເຮັດ​ໃຫ້​ກອງທັບ​ອາກາດ​ກາຍ ​ເປັນ​ນຶ່ງ​ໃນ​ຈຳນວນ​ນ້ອຍທີ່​ສຸດ ​ເກົ່າ​ແກ່​ທີ່​ສຸດ ​ແລະມີ​ຄວາມພ້ອມໜ້ອຍ​ທີ່​ສຸດ​ ໃນປະຫວັດສາດ​ຂອງ​ເຮົາ.”

ສະມາຊິກ​ສະພາ​ສູງ Kelly Ayotte ທີ່​ສັງກັດ​ພັກຣີພັບ​ບລີ​ກັນ ກ່າວ​ວ່າ “ຊ່ອງ​ຫວ່າງ​ລະຫວ່າງ​ກອງທັບທີ່​ເຮົາຕ້ອງການ​ ​ແລະ​ກອງທັບ​ທີ່​ເຮົາ​ໄດ້​ກໍ່ສ້າງ​ຂຶ້ນມາ ງົບປະມານ​ປ້ອງ​ກັນ​ປະ​ເທດ​ຂອງ​ພວກ​ເຮົາ ຕ້ອງ​ອີງ​ຕາມ​ຜົນ​ປະໂຫຍ​ດ​ໃນ​ດ້ານ ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ພວກ​ເຮົາ ​ແລະ​ການ​ຂົ່ມຂູ່​ທີ່​ພວກ​ເຮົາ​ປະ​ເຊີນ​ໜ້າຢູ່​ບໍ່ແມ່ນ​ງົບປະມານຈຳກັດ​ທີ່​ໄດ້​ກຳນົດ​ຂຶ້ນມາ.”

ງົບປະມານການ​ໃຊ້​ຈ່າຍຂອງ​ກອງທັບ​ໄດ້​ຫລຸດ​ລົງ​ຈາກ 700 ພັນ​ລ້ານ​ໂດ​ລາ​ໃນ​ປີ 2010 ມາ​ເປັນ 560 ພັນ​ລ້ານ​ໃນ​ປີ​ກາຍ​ນີ້ ​ແລະ​ບໍ່ຄາດ​ວ່າ​ຈະ​ເພີ້ມຂຶ້ນ ​ເຖິງ 600 ພັນ​ລ້ານ ​ກ່ອນທົດ​ສະ​ວັດ​ນີ້ສິ້ນສຸດ​ລົງ.

ການ​ໃຊ້​ຈ່າຍດ້ານປ້ອງ​ກັນ​ປະ​ເທດ ​ທີ່​ຫລຸດ​ລົງ​ຢູ່​ແລ້ວ ໃນ​ຂະນະ​ທີ່ສົງຄາມ​ໃນ​ອີ ຣັກແລະ​ອັຟກາ​ນິສຖານຄ່ອຍໆ​ໝົດ​ໄປ​ນັ້ນ ​ໄດ້​ຖືກ​ຕັດ​ລົງ​ຕື່ມ ​ໂດຍ​ການ​ຕັດ​ການ ໃຊ້​ຈ່າຍຢ່າງ​ອັດຕະ​ໂນ​ມັດ ທີ່​ຮູ້​ກັນວ່າ sequestration ຊຶ່ງ​ໄດ້ເລີ້ມຂຶ້ນ ​ໃນ​ປີ 2011.

XS
SM
MD
LG