ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ກ່າວວ່າ ການຖິ້ມລູກກະ​ສຸນ ແລະ​ອຸບປະກອນ ລົງໃຫ້ ກຳລັງຊີເຣຍ ປະສົບຜົນສຳເລັດ


ທະຫານອີຣ່ານ ກຳລັງເດີນສວນສະໜາມ ທີ່ເຕຫະຣານ.
ທະຫານອີຣ່ານ ກຳລັງເດີນສວນສະໜາມ ທີ່ເຕຫະຣານ.

ທຳນຽບຫ້າ​ແຈ ກ່າວ​ວ່າ ການນຳ​ສົ່ງ​ຖິ້ມລູກກະ​ສຸນແລະ​ອຸບປະ
ກອນຕ່າງໆທາງ​ອາກາດ ​ໃນ​ວັນ​ອາທິດ​ແລ້ວ​ນີ້ ​ລົງໃຫ້​ແກ່​ກອງ
ກຳລັງອາຣັບ​ຊີ​ເຣຍ ໄດ້ປະສົບກັບຄວາມສຳ​ເລັດ.

ລູກກະສຸນແລະອຸບປະກອນ​ເຫຼົ່ານີ້ ​ແມ່ນແນເປົ້າ​ໝາຍ ເພື່ອສົ່ງ
ໃຫ້​ແກ່ກອງພັນ Sunni Arab ໃນ​ພາກ​ຕາ​ເວັນ​ອອກສຽງເໜືອ
ຂອງ​ຊີ​ເຣຍ ທີ່ີ​ໄດ້​ສູ້​ລົບ​ ກັບກຸ່ມລັດ​ອິສລາມ ຢູ່​ໃນບໍລິເວນ ທາງ
ເໜືອ ທີ່​ໝັ້ນຂອງກຸ່ມ​ດັ່ງກ່າວ​ໃນເມືອງ Raqqa.

​ເຈົ້າ​ໜ້າ​ທີ່ທຳນຽບຫ້າ​ແຈຄົນໜຶຶ່ງ ​ກ່າວໃນ​ວັນ​ພະຫັດ​ວານ​ນີ້​ວ່າ
ທະຫານ​ສະຫະລັດ ມີຄວາ​ມໝັ້ນ​ໃຈ​ວ່າ ລູກກະ​ສຸນ​ດັ່ງກ່າວໄດ້
​ໄປ​ເຖິງ​ມື​ຂອງກຳລັງ​ແນວໂຮມ ອາຣັບຊີ​ເຣຍ.

ກ່ອນ​ໜ້າ​ນັ້ນ ​ໂຄ​ສົກ​ທຳນຽບຫ້າ​ແຈ ທ່ານ Peter Cook ​ໄດ້ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ
ການ​ຖີ້ມລູກກະສຸນແລະອຸບປະກອນ​ຈຳນວນ​ໜຶ່ງອາດ​ຈະ​ຕົກຢູ່​ໃນກຳມື ​ຂອງ​ກຸ່ມ​ອຶ່ນໆ
ຮວມທັງ​ກຳລັງ​ຊາວເຄີ​ດ. ບັນດາ​ເຈົ້າ​ໜ້າ​ທີ່ກະຊວງ​ປ້ອງກັນ​ປະ​ເທດ ຕໍ່​ມາ​ໄດ້​ອອກ​ຖະ
​ແຫລ​ງ​ການ ແກ້ຂ່າວ​ວ່າ ບໍ່​ໄດ້​ມີ​ຮ່ອງ​ຮອຍວ່າ “ອຸບ​ປະ ກອນ​ເຫລົ່າ​ນັ້ນ ​ໄດ້​ຖືກ​ແບ່ງປັນ​
​ກັບ​ກຸ່ມ​ອື່ນໆແຕ່ຢ່າງໃດ.’”

ອົງການ​ຂ່າວ​ AFP ຂອງຝຣັ່ງ ໄດ້ອ້າງ​ຄຳ​ເວົ້າ ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດສະຫະລັດ ​ທີ່​
ກ່າວ​ວ່າ​ ກອງທັບ​ສະຫະລັດ ບັດ​ນີ້ ​ພ້ອມແລ້ວທີ່ຈະສືບສານຕໍ່ຄວາມ​ສຳ​ເລັດ ໃນການ
​ຖີ້ມເຄື່ອງທາງ​ອາກາດ ​ແລະ​ຈັດສົ່ງ​ອາວຸດ​ໃຫ້​ແກ່ພວກ​ຕໍ່ຕໍ່ຕ້ານລັດຖະບານ​ຊີເຣຍ “ຖ້າ
ວ່າ​ເຂົາ​ເຈົ້າ​ສາມາດ ​ສະ​ແດ​ງ​ໃຫ້​ເຫັນ​ວ່າ​ເຂົາ​ເຈົ້າ​ໄດ້​ໃຊ້​ອາວຸດເຫຼົ່າ​ນັ້ນຢ່າງ​ໄດ້ຜົນຕ້ານ
ກຸ່ມລັດ​ອິສລາມ.”

​ໃນ​ຂະນະ​ດຽວ​ກັນ ອີຣ່ານພວມເພີ້ມການມີໜ້າຂອງຕົນ ຢູ່​ໃນ​ຊີ​ເຣຍຫລາຍ​ຂື້ນ ໂດຍສົ່ງ​
ກອງ​ທະຫານທີ່ດີສຸດຫລາຍ​ຮ້ອຍຄົນ ​ເຂົ້າ​ໄປໃນ​ປະ​ເທດດັ່ງກ່າວເພື່ອໃຫ້ການສະໜັບ
ສະໜູນປະທານາທິບໍດີ Bashar al-Assad ທີ່​ກຳລັງດີ້ນຮົນ ເພື່ອຄວາມຢູ່ລອດໃນເວ
ລານີ້.

US Syria
please wait
Embed

No media source currently available

0:00 0:01:13 0:00

XS
SM
MD
LG