ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຣັດເຊຍ ເສີມກຳລັງ​ອາວຸດ ຍຸດໂທປະກອນ ທາງທະຫານ ຢ່າງຫຼວງຫລາຍ ໃກ້ຊາຍແດນຢູເຄຣນ


ພາບນີ້ໄດ້ມາຈາກວີດີໂອ ທີ່ມີ ທະຫານອາເມຣິກັນ ຄູເຝິກຈຳນວນນຶ່ງ ຢູ່ທີ່ພິທີເປີດ ການເຝິກຊ້ອມລົບຮ່ວມ ລະຫວ່າງ ສຫລ ແລະ ຢູເຄຣນ ຢູ່ໃນຂົງເຂດ Yavoriv, Lviv ທາງພາກຕາເວັນຕົກຂອງຢູເຄຣນ, ວັນທີ 20 ເມສາ 2015.
ພາບນີ້ໄດ້ມາຈາກວີດີໂອ ທີ່ມີ ທະຫານອາເມຣິກັນ ຄູເຝິກຈຳນວນນຶ່ງ ຢູ່ທີ່ພິທີເປີດ ການເຝິກຊ້ອມລົບຮ່ວມ ລະຫວ່າງ ສຫລ ແລະ ຢູເຄຣນ ຢູ່ໃນຂົງເຂດ Yavoriv, Lviv ທາງພາກຕາເວັນຕົກຂອງຢູເຄຣນ, ວັນທີ 20 ເມສາ 2015.

ຫົວໜ້າອົງການເນ​ໂຕ້ ທ່ານ Jens Stoltenberg ລາຍ​ງານ​ວ່າ
ມີການ​ເສີມກຳລັງ​ອາວຸດຍຸດໂທປະກອນ ທາງທະຫານຢ່າງຫຼວງ
ຫລາຍຂອງ​ຣັດ​ເຊຍ​ ໃກ້​ຊາຍ​ແດນ​ຢູ​ເຄຣນ ທີ່ລວມທັງ​ອຸບປະກອນ
ຂະໜາດ​ໜັກ ລະບົບ​ອາວຸດທີ່​ທັນ​ສະ​ໄໝ ລົດ​ຖັງ ​ແລະປືນ​ໃຫຍ່​
ຕ່າງໆຫຼາຍ ກວ່າ 1,000 ​ອັນ.

ໃນການ​ຖະ​ແຫລງການ ຢູ່​ທີ່​ນະຄອນ Brussels ​ໃນ​ວັນພະ​ຫັດ​
ວານ​ນີ້ ທ່ານ Stoltenberg ຍັງ​ໄດ້​ກ່າວ​ຫາ ວັງ Kremlin ວ່າ
ສະໜອງ​ພວກ​ແບ່ງ​ແຍກ​ດິນ​ແດນ​ນິຍົມ​ຣັດ​ເຊຍ ຢູ່​ໃນ​ພາກ
​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ດ້ວຍ​ການ​ເຝິກ​ແອບ ​ທີ່​ກ້າວໜ້າ ​
ເຖິງ​ແມ່ນ​ວ່າ ​ໄດ້​ບັນລຸຂໍ້​ຕົກລົງ​ຢຸດຍິງ ທີ່​ໄກ່​ເກ່ຍ​ໂດຍ ຣັດ​ເຊຍ
ຢູ​ເຄຣນ ​ເຢຍຣະມັນ ​ແລະ ​ຝຣັ່ງ ເມື່ອ​ສອງ​ເດື່ອ​ນແລ້ວນີ້​ກໍ​ຕາມ.

ທ່ານ Stoltenberg ກ່າວ​ອີກ​ວ່າ ການ​ເສີມກຳລັງດັ່ງກ່າວ​ນີ້ ​ແມ່ນ “​ເຫດຜົນ ທີ່ພາໃຫ້​ມີ​
ຄວາມ​ກັງວົນ​ຢ່າງ​ສູງ”
​ແລະ ອາດ​ອະນຸຍາດ ​ໃຫ້​ພວກ​ແບ່ງ​ແຍກ​ດິນ​ແດນ ເປີດ​ສາກ​ການ​
ບຸກ​ໂຈມ​ຕີ​ທາງ​ດ້ານ​ທະຫານ ບັ້ນ​ໃໝ່ ​ໂດຍບໍ່​ມີ​ການ​ເຕືອນລ່ວງໜ້າ​ໃດໆ​ເລີຍ.

​ທີ່ມົສກູ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ ທ່ານ Sergei Shoigu ​ໄດ້​ປະຕິ​ເສດ ຕໍ່
ການ​ກ່າວ​ອ້າງ​ ຂອງອົງການ​ເນ​ໂຕ້ ​ໃນ​ຂະນະ​ດຽວ​ກັນນັ້ນ ທ່ານກໍກ່າວຫາ​ວ່າ ທະຫານ​ຫາສະຫະລັດ ສະໜອງ​ການ​ເຝິກ​ແອບ ໃນການ​ສູ້​ລົບ ​ຢູ່​ໃນຕົວ​ເມືອງ ​ໃຫ້​ແກ່​ພວກທະຫານ
ກຳລັງ​ພິທັກ​ຊາດຢູ​ເຄຣນ ​ໃກ້ໆຊາຍ​ແດນຣັດ​ເຊຍ.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ທ່ານ​ນາງ Maria Harf ​ໄດ້​ປະ​ຕິ​ເສດ​ ຕໍ່ຂໍ້​ກ່າວ​ຫາ​ຂອງ
​ທ່ານ Shoigu ຊຶ່ງ​ໃນ​ຈຸດ​ນຶ່ງ ​ເອີ້ນການ​ກ່າວ​ຫານັ້ນວ່າ “​ເປັນເລື້ອງທີ່ໜ້າຢາກຫົວ.”
ທ່ານ​ນາງກ່າວ​ວ່າ ກິດຈະກຳທັງ​ໝົດ ​ໃນດ້ານການ​ເຝິກ​ແອບ ຂອງ​ທະຫານ​ສະຫະລັດ​ ຢູ່​
ໃນ​ຢູ​ເຄຣນນັ້ນ ກໍ​ແມ່ນ​ວ່າ​ ໄດ້​ມີ​ຂຶ້ນຢູ່​ທາງພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ ​ໃກ້ໆ​ຊາຍ​ແດນ​
ຂອງ​ໂປ​ແ​ລນ.

ທ່ານ​ນາງ ກ່າວ​ຕໍ່​ໄປ​ວ່າ “ພວກ​ເຮົາ​ໄດ້​ປະຕິບັດ​ເ​ຊັ່ນ​ນີ້ ປະມານ 20 ປີ ​ມາແລ້ວ.”

US Forces Launch Ukraine Military Training
please wait

No media source currently available

0:00 0:02:05 0:00

NATO chief Jens Stoltenberg is reporting a "substantial Russian buildup" of military hardware near the Ukraine border, including more than 1,000 pieces of heavy equipment, advanced weapons systems, tanks and artillery.

Speaking Thursday in Brussels, Stoltenberg also accused the Kremlin of providing pro-Russian separatists inside eastern Ukraine with advanced training, despite a cease-fire brokered two months ago by Russia, Ukraine, Germany and France.

Stoltenberg said the buildup "gives reason for great concern," and would allow separatists to launch new military offensives with little advanced warning.

In Moscow, Russian Defense Minister Sergei Shoigu denied the NATO claims, while accusing the U.S. military of providing training in urban fighting to Ukrainian national guardsmen near the Russian border.

U.S. State Department spokeswoman Marie Harf rejected Shoigu's accusation, at one point calling it "ridiculous."She said all U.S. military training activity in Ukraine is taking place in the country's west, near the Polish border.

"We've done this [military training] for about 20 years now," she said.

XS
SM
MD
LG