ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ບໍ່ສາມາດ ຢືນຢັນ ກ່ຽວກັບ ຊະຕາກຳ ຂອງຜູ້ນຳ ກຸ່ມລັດອິສລາມ


ຜູ້ນຳກຸ່ມ​ລັດ​ອີສລາມ ທ້າວ Abu Bakr al-Baghdadi, 5 ກໍລະກົດ, 2014.
ຜູ້ນຳກຸ່ມ​ລັດ​ອີສລາມ ທ້າວ Abu Bakr al-Baghdadi, 5 ກໍລະກົດ, 2014.

ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ກ່າວ​ວ່າ ຕົນ​ບໍ່​ສາມາດໃຫ້
ການຢືນຢັນກ່ຽວກັບລາຍ​ງານ​ທີ່​ວ່າ ຜູ້ນຳກຸ່ມ​ລັດ​ອີສລາມ ທ້າວ
Abu Bakr al-Baghdadi ​ໄດ້​ຖືກ​ສັງຫານ ຫຼື​ບາດ​ເຈັບ ​ໃນ​ການ
​ໂຈມ​ຕີ​ທາງ​ອາກາດ​ຂອງສະຫະລັດ ​ໃນ​ພາກ​ເໜືອ​ຂອງ​ອີຣັກ
​ໃນ​ແລງ​ວັນ​ສຸກ​ຜ່ານ​ມາ​ນີ້.​

​ໂຄສົກ​ຂອງ​ທຳນຽບຫ້າ​ແຈ ພັນ​ເອກ Steve Warren ​ໄດ້​ກ່າວ
​ໃນ​ວັນ​ຈັນ​ວານ​ນີ້​ວ່າ ກອງ​ກຳລັງ​ສະຫະລັດ​ ​ບໍ່​ໄດ້ແນເປົ້າໝາຍ
ໂດຍສະ​ເພາະເຈາະ​ຈົງ​ ໃສ່ທ້າວ Baghdadi ​ໃນ​ການ​ໂຈມ​ຕີ
​ທີ່​ວ່າ​ນີ້ ​ແຕ່​ແມ່ນເພື່ອພະຍາຍາມ​ທີ່​ຈະ​ບັ່ນ​ທອນ​ກຳລັງຄວາມ
​ສາມາດ​ຂອງ​ກຸ່ມ ​ດັ່ງກ່າວ ໃນ​ການ​ຕໍ່ສູ້.

​ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອີຣັກ ທ່ານ Khalid al Ubaydi ຕັ້ງ ​
ໃຈ​ອອກຂ່າວ​ທາງ Facebook ຂອງ​ທ່ານ ​ໂດຍ​ກ່າວ​ວ່າ ທ້າວ Baghdadi ໄດ້​ຮັບ​ ບາດ​ເຈັບ​ຈາກການ​ໂຈມ​ຕີທາງ​ອາ​ກາດ ​ແລະ​ລາຍ​ງານຂ່າວຫລາຍໆສະບັບ ​ກໍ​ກ່າວອ້າງ​ວ່າ ການ​ໂຈມ
​ຕີ​ຄັ້ງ​ນີ້ ​ໄດ້​ສັງຫານ​ຜູ້​ຊ່ອຍ​ທີ່​ໃກ້ຊິດ​ກັບ​ທ້າວ Baghdadi.

​ອີກເຫດການນຶ່ງ ໃນ​ວັນ​ຈັນ​ວານ​ນີ້ ກຸ່ມຫົວຮຸນແຮງ Ansar Beit al-Maqdis ຂອງອີຈິບ ກໍປະຕິຍານ​ວ່າ​ຈະ​ຊື່ສັດຈົງ​ຮັກ​ພັກດີຕໍ່ທ້າວ Baghdadi. ກຸ່ມຫົວ​ຮຸນ​ແຮງອີ​ຈີບ ດັ່ງກ່າວນີ້​
ໄດ້​ປະກາດໃຫ້​ການ​ສະໜັບສະໜຸນ ຜ່ານທາງ Twitter ​ແລະ​ກ່າວ​ເຖິງ​ທ້າວ Baghdadi
ວ່າ ​ເປັນຜູ້ນຳ​ທາງ​ສາສະໜາ ຫຼື “Caliph” ​ແລະຮຽກຮ້ອງ​ໃຫ້​ຊາວ​ມຸສລິ​ມອື່ນໆ ​ໃຫ້ການ​ສະໜັບສະໜຸນ​ທ່ານນຳ.

XS
SM
MD
LG