ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທຳນຽບຫ້າແຈ ລາຍງານ ເຫດການ ເຮືອບິນຮົບ ຂອງ ຣັດເຊຍ ໃນທະເລ ບານຕິກ ອີກຄັ້ງໜຶ່ງ


ເຮືອບິນຮົບ ທະຫານອາກາດ ຣັດເຊຍ Su-27 ສະແດງການບິນ
ທີ່ງານວາງສະແດງເຮືອບິນ ຢູ່ນອກນະຄອນຫຼວງ ມອສໂກ ໃນປີ 2011.
ເຮືອບິນຮົບ ທະຫານອາກາດ ຣັດເຊຍ Su-27 ສະແດງການບິນ ທີ່ງານວາງສະແດງເຮືອບິນ ຢູ່ນອກນະຄອນຫຼວງ ມອສໂກ ໃນປີ 2011.

ເຮືຶອບິນລາດຕະເວນຂອງກອງທັບອາກາດ ສະຫະລັດ ທີ່ບິນຂ້າມທະເລ ບານຕິກ ໄດ້ຖືກ ສະກັດໂດຍເຮືອບິນຮົບ SU-27 ຂອງ ຣັດເຊຍ ໃນສິ່ງທີ່ທະຫານ ສະຫະລັດ ກ່າວວ່າ ແມ່ນ “ການປະພຶດທີ່ບໍ່ປອດໄພ ແລະ ບໍ່ແມ່ນມືອາຊີບ.”

ຖະແຫຼງການຈາກກອງບັນຊາການ ສະຫະລັດ ແລະ ຢູໂຣບ ໃນວັນເສົາວານນີ້ໄດ້ກ່າວວ່າ ເຫດການດັ່ງກ່າວ ໄດ້ເກີດຂຶ້ນໃນໜ່ານຟ້າສາກົນ ແລະ ບໍ່ໄດ້ມີເວລາໃດທີ່ສະແດງໃຫ້ ເຫັນວ່າເຮືອບິນ ອາເມຣິກາ ບິນຜ່ານເຂດແດນຂອງ ຣັດເຊຍ. ໂຄສົກທະຫານ ສະຫະລັດ ຄົນໜຶ່ງໄດ້ກ່າວຕໍ່ໂທລະພາບ CNN ວ່າເຮືອບິນຮົບ “ໄດ້ທຳການເຄື່ອນໄຫວແບບຄາດ ເດົາບໍ່ໄດ້ ແລະ ແບບຮຸກຮານ” ໃນເວລາທີ່ພວກເຂົາເຈົ້າໄດ້ບິນເຂົ້າໃກ້ເຮືອບິນລຳດັ່ງ ກ່າວເຖິງ 15 ແມັດ.

ສອງສາມມື້ກ່ອນ, ເຮືອບິນຮົບຂອງ ຣັດເຊຍ ໄດ້ບິນເຂົ້າໃກ້ເຮືອພິຄາດ USS DONALD COOK ໃນໜ່ານນ້ຳທະເລ ບານຕິກ. ພະນັກງານຢູ່ເທິງເຮືອພິຄາດໄດ້ຕົກໃຈຢ່າງແຮງທີ່ ໄດ້ເຫັນເຮືອບິນຮົບ SU-24 ບໍ່ຕິດອາວຸດບິນຫ່າງຈາກເຮືອພິຄາດຂອງຕົນພຽງ 9 ແມັດ ເຊິ່ງມັນໃກ້ພໍທີ່ຈະກໍ່ໃຫ້້ເກີດຄື້ນຟອງແຮງໃນນ້ຳ.

ກະຊວງປ້ອງກັນປະເທດຂອງ ຣັດເຊຍ ໄດ້ປະຕິເສດວ່າການກະທຳນັ້ນບໍ່ແມ່ນເປັນການ ຍຸ ແຍ່, ໂດຍກ່າວວ່າເຮືອບິນຮົບພວກນັ້ນໄດ້ທຳການທົດລອງການບິນ ແລະ ພຽງແຕ່ໄປ ສັງເກດເບິ່ງເຮືອພິຄາດ Donald Cook ເທົ່ານັ້ນ ກ່ອນບິນໜີອອກໄປ, “ໃນການສັງເກດ ການ ກ່ຽວກັບ ທຸກໆມາດຕະການຂອງຄວາມປອດໄພ.”

ອ່ານຂ່າວເລື່ອງນີ້ເປັນພາສາອັງກິດ

XS
SM
MD
LG