ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ໂຈມຕີ ຖານທັບອາກາດ ຊີເຣຍ ເພື່ອຕອບໂຕ້ ຕໍ່ການໃຊ້ ອາວຸດເຄມີ


ກອງທັບເຮືອສະຫະລັດ ຍິງລູກສອນໄຟ cruise Tomahawk ຈາກກຳປັ່ນລົບ USS Porter ທີ່ປະຈຳການຢູ່ທະເລ Mediterranean ວັນທີ 7 ເມສາ 2017.
ກອງທັບເຮືອສະຫະລັດ ຍິງລູກສອນໄຟ cruise Tomahawk ຈາກກຳປັ່ນລົບ USS Porter ທີ່ປະຈຳການຢູ່ທະເລ Mediterranean ວັນທີ 7 ເມສາ 2017.

ກອງທັບ​ສະຫະລັດ​ໄດ້​ຍິງ​ລູກ​ສອນ​ໄຟຈຳນວນ​ນຶ່ງ ເຂົ້າໄປ​ໃນ​ຊີ​ເຣຍ​ໃນ​ຕອນ​ເຊົ້າ​ວັນ
​ສຸກ​ມື້​ນີ້ ເພື່ອ​ເປັນ​ການ​ຕອບ​ໂຕ້ ​ຕໍ່​ການ​ໂຈມ​ຕີ​ດ້ວຍອາວຸດ​ເຄມີ ທີ່​ມີ​ການຖິ້ມ​ໂທດ​ໃສ່
ກຳລັງ​ຂອງ​ປະທານາທິບໍດີ Bashar al-Assad ທີ່​ໄດ້​ສັງຫານ​ພົນລະ​ເຮືອນປະມານ
100 ຄົນ. ນີ້​ເປັນ​ເທື່ອ​ທຳ​ອິດ ​ທີ່​ສະຫະລັດ ​ໂຈມ​ຕີ​ໂດຍ​ກົງ​ຕໍ່​ກຳ​ລັງ​ລັດຖະບານ​ຊີ​ເຣຍ.

ກຳລັງສະຫະລັດ ກ່າວວ່າໄດ້ແນໃ່ສ່ເປົ້າໝາຍເດີ່ນເຮືອບິນ Shayrat ພາກຕາເວັນຕົກຂອງຊີເຣຍ.
ກຳລັງສະຫະລັດ ກ່າວວ່າໄດ້ແນໃ່ສ່ເປົ້າໝາຍເດີ່ນເຮືອບິນ Shayrat ພາກຕາເວັນຕົກຂອງຊີເຣຍ.

ຣັດ​ເຊຍ​ ທີ່​ໄດ້​ສະໜອງ​ກຳລັງ​ທະຫານ​ແລະໃຫ້ການ​ສະ​ໜັບສະ​ໜູນ​ທາງ​ອາກາດ​ ແກ່​ລັດຖະບານ​ຊີ​ເຣຍ ​ໄດ້​ປະນາມ​ການໂຈມ​ຕີ​ທາງທະຫາ​ນຂອງສະຫະລັດໂດຍ​ຮ້ອງ​ວ່າ
“​ເປັນ​ການ​ຮຸກ​ຮານ​ຕໍ່​ປະ​ເທດ​ທີ່​ມີອະທິປະ​ໄຕ​” ​ແລະ​ກ່າວ​ອີກ​ວ່າ ​ຕົນ​ໄດ້ໂຈະ​ການ​ປະ
ຕິບັດ​ບົດ​ບັນທຶກຄວາມ​ເຂົ້າ​ໃຈກັບ​ສະຫະລັດ ກ່ຽວ​ກັບ​ການບິນ​ຢ່າງ ປອດ​ໄພ ເໜືອ​
ນ່ານຟ້າ​ຊີ​ເຣຍ.

President Trump's Statement on US Missile Strikes on Syria
please wait

No media source currently available

0:00 0:02:51 0:00

ລູກ​ສອນ​ໄຟ cruise Tomahawk 59 ລູກ ທີ່​ນຳ​ທິດ​ທາງໂດຍ​ດາວ​ທຽມ ​ໄດ້​ເລີ້ມ​ຍິງ
ໂຈມຕີ​ ປະມານ 4 ​ໂມງ 40 ຕອນ​ເຊົ້າ ​ຕາມ​ເວລາ​ທ້ອງ​ຖິ່ນ ຈາກ​ກຳ​ປັ່ນ​ລົບ​ສະຫະລັດ
USS Rossand USS Porter ​ທີ່​ໄດ້​ສົ່ງ​ໄປ​ປະຈຳການ​ຢູ່​ໃນ​ພາກຕາ​ເວັນ​ອອກ​ຂອງ
​ທະ​ເລ Mediterranean​. ການ​ຍິງ​ລູກ​ສອນ​ໄຟ​ໄດ້​ໃຊ້​ເວລາ​ຢູ່ສາມຫາ​ສີ່​ນາທີ ອີງ​ຕາມ​
ຄຳ​ເວົ້າຂອງເຈົ້າ​ໜ້າ​ທີ່​ສະຫະລັດ​.

ກ່າວ​ກັນ​ວ່າກຳລັງ​ສະຫະລັດ​ ​ໄດ້​ແນ​ເປົ້າ​ໝາຍ​ໃສ່​ເດີ່ນ​ເຮືອບິນ Shayrat ຢູ່​ໃນ​ພາກ​
ຕາ​ເວັນ​ຕົກ​ຂອງ​ຊີ​ເຣຍ. ​ເຈົ້າ​ໜ້າ​ທີ່​ກອງ​ທັບ​ເຮືອ​ສະຫະລັດກ່າວ​ຕໍ່ ວີ​ໂອ​ເອ ວ່າ ເດີ່ນ​
ເຮືອບິນ​ໄດ້​ເປັນ​ເປົ້າ​ໝາຍ ​ເພາະວ່າ​ເປັນ​ບ່ອນ​ທີ່​ມີ​ຄວາມ​ເປັນ​ໄປ​ໄດ້​ສູງ ໃນ​ການໃຊ້
ໂຈມ​ຕີ​ດ້ວຍອາວຸດເຄມີ ຕໍ່​ເມືອງອັນ​ເປັນ​ທີ່​ໝັ້ນຂອງ​ພວກ​ຕໍ່​ຕ້ານ​ລັດ ຖະບານ​ໃນ
ວັນ​ອັງຄານ​ມາ.

ລູກສອນໄຟ cruise Tomahawk ທີ່ນຳທາງໂດຍດາວທຽມ ຈາກກຳປັ່ນລົບສະຫະລັດ USS Porter ໃນທະເລ Mediterranean.
ລູກສອນໄຟ cruise Tomahawk ທີ່ນຳທາງໂດຍດາວທຽມ ຈາກກຳປັ່ນລົບສະຫະລັດ USS Porter ໃນທະເລ Mediterranean.

ລັດຖະມົນຕີ​ກະຊວງ​ຕ່າງປະ​ເທດ​ສະຫະລັດ ທ່ານ Rex Tillerson ກ່າວ​ຕໍ່​ບັນດາ
​ນັກ​ຂ່າວ​ໃນ​ຕອນ​ແລງ​ວັນ​ພະຫັດ​ວານ​ນີ້​ວ່າ “ພວກ​ເຮົາ​ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ສູງ​ທີ່​ການ​
ໂຈມ​ຕີ ​ແມ່ນ​ເປັນ​ການ​ປະຕິບັດ​ງານ​ພາຍ​ໃຕ້​ເຮືອບິນ ​ທີ່​ໄດ້​ຮັບ​ຄຳ​ສັ່ງ​ຈາກ ອຳນາດ​
ການ​ປົກຄອງ Bashar al-Assad. ພວກ​ເ​ຮົາມີ​ຄວາມ​ໝັ້ນ​ໃຈ​ສູງ ​ທີ່​ການ​ໂຈມ​ຕີ​ນີ້
​ພົວພັນ​ກັບ​ການໃຊ້ແກັສທຳລາຍ​ປະສາດ​ຊາຣິນ.”

ປະທານປະເທດຈີນ ແລະສະຕີໝາຍເລກນຶ່ງ ທ່ານນາງ Peng Liyuan ຮ່ວມຮັບປະ
ທານອາຫານຄໍ່າ ເປັນເຈົ້າພາບໂດຍ ປະທານາທິບໍດີ Donald Trump.

ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ Rex Tillerson ກ່າວຕໍ່ກອງປະຊຸມນັກຂ່າວ.
ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ Rex Tillerson ກ່າວຕໍ່ກອງປະຊຸມນັກຂ່າວ.

ທ່ານ Tillerson ກ່າວ​ວ່າ ມັນ​ມີ​ຄວາມ​ສຳ​ຄັນ​ທີ່​ຈະ​ຕ້ອງເອົາ​ມາດ​ຕະການ​ຕໍ່​ຜູ້ນຳ
ຊີ​ເຣຍ ​ເພາະວ່າ “​ໃນ​ຂະນະ​ທີ່ ທ່ານ Assad ​ຍັງ​ສືບ​ຕໍ່ໃຊ້​ອາວຸດເຄມີ ໃນການ​ໂຈມ​
ຕີ​ເຫລົ່າ​ນີ້ ​ທີ່ບໍ່​ມີ​ການ​ຕອບ​ໂຕ້ ບໍ່​ມີ​ການ​ຕອບ​ໂຕ້ຈາກ​ປະຊາ​ຄົມສາກົນ ຜູ້ກ່ຽວດ້ວຍ
​ເຫດ​ນີ້ ​ຈຶ່ງຖື​ວ່າເປັນ​ປົກກະຕິ ​ໃນການ​ໃຊ້​ອາວຸດ​ເຄມີ​ ທີ່​ອາດ​ຈະ​ມີຮັບ​ເອົາ​ຈາກ
​ຜູ້ອື່ນໆນັ້ນ.

ຮູບພາບເຜີຍແຜ່ໂດຍ ພວກຕໍ່ຕ້ານລັດຖະບານ ສະແດງໃຫ້ເຫັນຜູ້ຊາຍຄົນນຶ່ງ ອູ້ມເດັກນ້ອຍທີ່ສົງໄສວ່າຖືກໂຈມຕີດ້ວຍອາວຸດເຄມີ.
ຮູບພາບເຜີຍແຜ່ໂດຍ ພວກຕໍ່ຕ້ານລັດຖະບານ ສະແດງໃຫ້ເຫັນຜູ້ຊາຍຄົນນຶ່ງ ອູ້ມເດັກນ້ອຍທີ່ສົງໄສວ່າຖືກໂຈມຕີດ້ວຍອາວຸດເຄມີ.

ທ່ານ​ກ່າວ​ເພີ້ມອີກ​ວ່າ ຈຳ​ເປັນ​ຕ້ອງ​ໄດ້​ມີ​ການ​ເອົາ​ມາດ​ຕະການ “​ເພື່ອ​ໃຫ້​ເປັນ​ທີ່​ຈະ
​ແຈ້ງວ່າ ອາ​ວຸດ​ເຄມີ​ເຫລົ່າ​ນີ້ ​ຍັງ​ສືບ​ຕໍ່​ເປັນ​ການລະ​ເມີດ​ຕໍ່​ຫລັກການສາກົນ.”

ບັນດາຜູ້ເຄາະຣ້າຍ ທີ່ສົງໄສວ່າ ຖືກໂຈມຕີດ້ວຍອາວຸດເຄມີ ຢູ່ເມືອງ Khan Sheikhoun ແຂວງ Idlib ປະເທດ Syria.
ບັນດາຜູ້ເຄາະຣ້າຍ ທີ່ສົງໄສວ່າ ຖືກໂຈມຕີດ້ວຍອາວຸດເຄມີ ຢູ່ເມືອງ Khan Sheikhoun ແຂວງ Idlib ປະເທດ Syria.

ທີ່​ປຶກສາ​ຄວາມ​ໝັ້ນຄົງ ທ່ານ H.R McMaster ກ່າວ​ວ່າ ການ​ໂຈມ​ຕີ​ນີ້​ແມ່ນ ໄດ້​ຫລີກ
​ລ່ຽງຕໍ່ສາງ​ທີ່​ຕັ້ງ​ຢູ່​ຖານ​ທັບ​ອາກາດບ່ອນ​ພວກ​ເຈົ້າ​ໜ້າ​ທີ່​ສະຫະລັດ​ເຊື່ອວ່າອາວຸດ​ເຄມີ​
ຊາຣິນ ​ເກັບຮັກສາ​ໄວ້​ຢູ່​ທີ່​ນັ້ນ.T

ນາງ Aya Fadl ນອນໃສ່ໜ້າກາກຫາຍໃຈ ຫລັງຈາກການໂຈມຕີ ທີ່ເມືອງ Khan Sheikhoun.
ນາງ Aya Fadl ນອນໃສ່ໜ້າກາກຫາຍໃຈ ຫລັງຈາກການໂຈມຕີ ທີ່ເມືອງ Khan Sheikhoun.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US Syria Strike
please wait
Embed

No media source currently available

0:00 0:01:49 0:00

XS
SM
MD
LG