ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະມົນຕີ ປ້ອງກັນປະເທດ Carter ຢ້ຽມຢາມ​ອີຣັກ ​ແບບ​ບໍ່​ໄດ້​ປະກາດ ​ໃຫ້​ຊາບລ່ວງໜ້າ


US Iraq Cater
please wait
Embed

No media source currently available

0:00 0:00:31 0:00

ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ Ash
Carter ໄດ້​ໄປ​ຢ້ຽມຢາມ​ອິຣັກ ​ແບບ​ບໍ່​ໄດ້​ປະກາດ​ໃຫ້​ຊາບ ​ຊຶ່ງໃນ
ເວລານີ້ກຳລັງທຳການ​ຕໍ່ສູ້​ກັບ​ກຸ່ມ​ລັດ​ອິສລາມ ດ້ວຍ​ການ​ຊ່ອຍ​
ເຫຼືອສະໜັບສະໜຸນ​ຂອງ​ສະຫະລັດ ​ໃນ​ການ​ໂຈມ​ຕີທາງ​ອາ
ກາດ ​ແລະ​ການ​ຝຶກ​ແອບ.

ທ່ານ Carter ​ໄດ້​ໄປ​ຮອດ​ນະຄອນ Baghdad ​ໃນ​ເຊົ້າ​ວັນ​ພະຫັດ​ມື້​ນີ້ ບ່ອນ​ທີ່​ທ່າ​ນຈະ​ໄດ້​ພົບ​ປະ​ກັບ ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ອິຣັກ ຮວມທັງ ນາຍົກລັດຖະມົນຕີ Haider al-Abadi ​ແລະລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ Khaled al-Obeidi.

ຫົວໜ້າ​ທຳນຽບຫ້າ​ແຈ ຍັງຈະ​ໄດ້ພົບ​ປະ​ກັບ​ບັນດາ​ຜູ້​ນຳ​ຊາວ Sunni ທີ່ສະຫະລັດກຳລັງ
ພະຍາຍາມຈະ​ເກນ​ເອົາ​ໄປຕໍ່ສູ້​ກຸ່ມ​ລັດ​ອິສລາມ ​ຊຶ່ງ​ຄວບ​ຄຸມ​ພາກ​ເໜືອ​ແລະ​ຕາ​ເວັນ​ຕົກ​ຂອງ​ປະ​ເທດນັ້ນ.

ເປັນທີ່ຄາດກັນວ່າອິຣັກ ​ໃນ​ໄວໆ​ນີ້ ​ຈະ​ເປີດສາກບຸກໂຈມຕີຄັ້ງໃຫຍ່ ​ເພື່ອ​ຍາດ​ເອົາ ​ເມືອງ Ramadi ໃນ​ແຂວງ Anbar ກັບຄືນມາ ທີ່ເບິ່ງກັນວ່າ​ເປັນການ​ທົດ​ສອບທີ່ສຳຄັນ ກ່ຽວກັບ ກຳລັງທະຫານ​ຂອງ​ປະ​ເທດດັ່ງກ່າວ.

ລມຕ. ​ກະຊວງ​ປ້ອງ​ກັນ​ປະ​ເທດ ທ່ານ Carter Ash (ຂວາ) ແລະພົນໂທ Abdul Amir al-Lami (ກາງ) ກຳລັງເບິ່ງ ແຜນທີ່ຍຸດທະສາດ ທີ່ Baghdad, Iraq, 23 ກໍລະກົດ 2015.
ລມຕ. ​ກະຊວງ​ປ້ອງ​ກັນ​ປະ​ເທດ ທ່ານ Carter Ash (ຂວາ) ແລະພົນໂທ Abdul Amir al-Lami (ກາງ) ກຳລັງເບິ່ງ ແຜນທີ່ຍຸດທະສາດ ທີ່ Baghdad, Iraq, 23 ກໍລະກົດ 2015.

ກອງ​ກຳລັງ​ຂອງ​ອິຣັກ ຫ​ລົບ​ໜີ ເວລາພວກ​ກຸ່ມ​ຫົວ​ຮຸນ​ແຮງທີ່​ມີກຳລັງ​ເໜືອກ​ວ່າ ​ເຂົ້າ​ຢຶດ​ເອົາ ເມືອງ Ramadi ​ໃນ​ເດືອນ​ພຶດສະພາຜ່ານມາ ຊຶ່ງ​ເຮັດ​ໃຫ້​ທ່ານ Carter ຕຳ​ນິຕິ​ຕຽນ​ວ່າ “ກອງທະຫານ​ອິຣັກ ສະ​ແດງ​ໃຫ້​ເຫັນ​ວ່າ​ບໍ່​ຢາກ​ຕໍ່ສູ້.”

ປະທານາທິບໍດີ ​ສະຫະລັດ ທ່ານ ​ໂອ​ບາ​ມາ ​ແມ່ນ​ໄດ້​ຮັບ​ຄວາມ​ກົດ​ດັນພາຍໃນປະເທດ​ໃຫ້ ເພີ້ມທະວີການຕໍ່ສູ້​ກັບ​ກຸ່ມ​ລັດ​ອິສລາມ ​ເຖິງ​ແມ່ນ​ວ່າ ທ່ານ​ໄດ້​ຢືນຢັນ​ໃນ​ການ​ບໍ່​ສົ່ງ​ກອງ​ກຳ ລັງ​ທະຫານ​ທາງພາກ​ພື້ນ​ດິນໄປສູ້ລົບ.

​ແຕ່ເວລານີ້ ມີທະຫານຫຼາຍ​ກວ່າ 3 ພັນ​ຄົນ ໃຫ້ການ​ຝຶກ​ແອບ ​ແລະ​ເປັນ​ປຶ​ກສາ​ໃຫ້​ແກ່​ກອງ​ກຳລັງ​ອິຣັກ. ສະ​ຫະລັດ ​ແ​ລະ​ພັນທະມິດ ​ໄດ້​ທຳ​ການ​ໂຈມ​ຕີ ທາງ​ອາກາດ​ຫຼາຍ​ພັນ​ເທື່ອ
ຕໍ່ເປົ້າ​ໝາຍ​ຂອງກຸ່ມ​ລັດ​ອິສລາມ.

​ເຖິງແມ່ນໄດ້​ມີການດຳເນີນ​ຄວາມ​ພະຍາຍາມ​ດັ່ງກ່າວ​ກໍ​ຕາມ ​ແຕ່​ຄວາມ​ຮຸ​ນ​ແຮງ​ຍັງດຳເນີນ​ສືບ​ຕໍ່​ມາ.

​ ໃນ​ວັນ​ພຸດ​ວານ​ນີ້ ລົດລະ​ເບີດໄດ້​ແຕກ​ຂຶ້ນ​ໃນ​ຕະຫຼາດ​ທີ່​ມີ​ຜູ້​ຄົນແອ​ອັດ ​ໃນ​ຄຸ້ມ​ຂອງ​ຊາວ Shi’ite ໃນ​ນະຄອນ Baghdad ສັງຫານ​ຢ່າງ​ນ້ອຍ 20 ຄົນ ​ແລະ​ບາດ​ເຈັບ ຫຼາຍ​ສິບ​ຄົນ. ຍັງ​ບໍ່​ທັນ​ມີ​ກຸ່ມ​ໃດ​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ເທື່ອ​ ​ແຕ່​ວ່າ ກຸ່ມ​ຫົວ​ຮຸນ​ແຮງ ລັດອິສລາມ ມັກຈະແນເປົ້າໝາຍໃສ່ຊາວ Shi’ite ທົ່ວຂົງເຂດ.

ນີ້ ແມ່ນການເດີນທາງໄປຢ້ຽມຢາມອີຣັກຄັ້ງທຳອິດຂອງທ່ານ Carter ໃນຖານະເປັນລັດ ຖະມົນຕີປ້ອງກັນປະເທດ. ສັບປະດານີ້ ທ່ານຍັງໄດ້ໄປຢ້ຽມຢາມ Israel Jordan ແລະ Saudi Arabia.

XS
SM
MD
LG