ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຫົວໜ້າ ທຳນຽບຫ້າແຈ ຮຽກຮ້ອງໃຫ້ ກຳລັງພາກພື້ນດິນ ສຫລ ມີໜ້າ ເພື່ອສູ້ລົບ ກັບກຸ່ມ ລັດອິສລາມ


US Ground Troops
please wait
Embed

No media source currently available

0:00 0:00:36 0:00

ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ Ash
Carter ຮຽກຮ້ອງ ​ໃຫ້​ສືບ​ຕໍ່​ການ​ມີໜ້າ​ ຂອງ​ກຳລັງ​ພາກພື້ນ
ດິນ​ສະຫະລັດ​ ຢູ່​ໃນ​ອີຣັກ​ ແລະ​ຊີ​ເຣຍ​ເພື່ອ ​ເອົາ​ຊະນະ​ພາບ
​ແພ້​ກຸ່ມລັດ​ອິສລາມ.

​ໃນ​ການ​ໃຫ້​ສຳພາດ ​ແກ່​ລາ​ຍການ​ໂທລະພາບ CNBC ທີ່​
ກອງ​ປະຊຸມ​ ເສດຖະກິດໂລກ ຢູ່​ທີ່ເມືອງ Davos ປະ​ເທດ
Switzerland ນັ້ນ​ ທ່ານ Carter ກ່າວ​ວ່າ ກຳລັງ​ພາກພື້​ນ
ດິນ​ຂອງ​ສະຫະລັດຈະເປີດ​ທາງ​ໃຫ້ກຳລັງ​ທ້ອງ​ຖິ່ນ​ແລະ​ສືບ
​ຕໍ່ເພັ່ງເລັງ​ໃສ່​ການ​ໃຫ້​ຄຳ​ແນະນຳ​ແລະ​ຊ່ອຍ​ເຫລືອ.

ທ່ານ Carter ກ່າວ​ວ່າ ພວກ​ເຮົາ​ແມ່ນ​ຊອກ​ຫາ​ໂອກາດ​ທີ່​ຈະ​ດຳ​ເນີນ​ການຫຼາຍ ​ໄປ​ກວ່າ​ນີ້
​ແລະ​ມັນ​ຈະ​ມີ​ກຳລັງ​ພາກພື້ນດິນ.​ ຂ້າພະ​ເຈົ້າຢາກ​ໃຫ້​ເປັນ​ທີ່​ຈະ​ແຈ້ງ ກ່ຽວ​ກັບ​ເລື້ອງນີ້ ​ແຕ່
ມັນ​ເປັນ​ຄຳ​ຖາມ​ຍຸດ​ທະ​ສາດ ທີ່​ວ່າພວກ​ເຮົາ​ໃຫ້ການ​ສະ​ໜັບສະ​ໜຸນຕໍ່​ກຳລັງ​ທ້ອງ​ຖິ່ນ​ ​ໃນ
​ການ​ບຸກ​ໂຈມ​ຕີ​ແລະ​ຍຶດພື້ນທີ່​ແທນ​ທີ່​ຈະ​ພະຍາຍາມ ​ເຮັດໜ້າ​ທີ່​ແທນ​ພວກ​ເຂົາ.

ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ​ຈະ​ພົບ​ປະ​ກັບ​ບັນດາ​ລັດຖະມົນຕີ​ປ້ອງ​ກັນ
ປະ​ເທດ​ຂອງຫຼາຍໆ​ປະ​ເທດ ​ໃນໄລຍະ​ສອງ​ອາທິດ​ ຂ້າງ​ໜ້ານີ້.​ ທ່ານກ່າວ​ວ່າ ມີ​ຫຼາຍໆ​ປະ
​ເທດ​ຍັງ​ບໍ່​ທັນ​ໄດ້​ດຳ​ເນີນ​ການ​ພຽງພໍ​ເທື່ອ ​ໃນ​ການ​ເຮັດ​ສົງ ຄາມຕ້ານ​ກຸ່ມລັດ​ອິສລາມ ​ໂດ​ຍ
​ເວົ້າວ່າ ພວກ​ເຂົາ​ເຈົ້າທຳ​ການ​ສູ້​ລົບ​ແຕ່​ໃນ​ເຈ້ຍ​ສໍ ​ເທົ່າ​ນັ້ນ.

ທ່ານ Carter ກ່າວ​ວ່າ ສະຫະລັດ​ບໍ່​ໄດ້​ຮ້ອງ​ຂໍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ຜູ້​ຄົນ ​ແຕ່​ພວກ​ເຮົາ​
ຢາກ​ບຸກຄົນ​ອື່ນໆ ​ເອົາ​ບົດບາດ​ຂອງ​ພວກ​ເຂົາ​ເຈົ້າ.

ປັດຈຸບັນ​ນີ້ ສະຫະລັດ​ມີ​ທະຫານ 3,550 ຄົນ​ໃນ​ປະ​ເທດ​ອີຣັກ​ຄື​ປະມານ 2,750 ຄົນ​ໃຫ້
ການ​ສະໜັບສະໜຸນ​ ກຳລັງ​ຮັກສາ​ຄວາມ​ສະຫງົບຂອງ​ອີ​ຣັກ​ ໃນ​ຖານະ​ເປັນຄູ​ຝຶກ ທີ່​ປຶກ
ສາ ​ແລະ​ພະນັກງານ​ສະໜັບສະໜຸນ ອີງ​ຕາມ​ຂໍ້​ມູນ​ຂອງ​ກອງ​ບັນຊາການ​ທະຫານ​ສະຫະ
ລັດ​ໃນ​ເຂດ​ພາກ​ຕາ​ເວັນ​ອອກ​ກາງ​ທີ່​ມອບ​ໃຫ້​ແກ່​ວີ​ໂອ​ເອ.

ມີ​ກຳລັງ​ພິ​ເສດ​ຂອງ​ສະຫະລັດ​ບໍ່​ຮອດ 50 ຄົນ​ຢູ່​ໃນ​ປະ​ເທດ​ຊີ​ເຣຍ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 19 ເມສາ 2024

XS
SM
MD
LG