ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄວາມຜິດພາດ ຈາກການຂົນສົ່ງ ເຊື້ອ Anthrax ທີ່ຍັງມີຊີວິດ ແມ່ນຮ້າຍແຮງ ກວ່າທີ່ຄິດ ໃນເບື້ອງຕົ້ນ


ນັກວິທະຍາສາດ ກວດຫາເຊື້ອ Anthrax ທີ່ບັນຈຸຢູ່ໃນຫໍ່
ນັກວິທະຍາສາດ ກວດຫາເຊື້ອ Anthrax ທີ່ບັນຈຸຢູ່ໃນຫໍ່

ທຳນຽບຫ້າ​ແຈ​ໄດ້​ກ່າວ​ວ່າ ກໍລະນີ​ຂອງ​ອຸບັດ​ເຫດການ​ເຄື່ອນ​ຍ້າຍ​ເຊື້ອ anthrax ທີ່​ຍັງ​ມີ​ຊີວິດ​ໄປ​ຍັງ​ຫ້ອງ​ວິ​ໄຈ​ກາ​ນຄ້າ ​ແລະ ທະຫານ​ໃນ​ສະຫະລັດ​ ​ແລະ ຕ່າງ​ປະ​ເທດ ​ແມ່ນ​ຮ້າຍ​ແຮງ​ກວ່າ​ທີ່​ໄດ້ລາຍ​ງານ ໄວ້ໃນຕອນ​ທຳ​ອິດ.

ການກວດສອບ​ໃນ​ເບື້ອງ​ຕົ້ນ​ໄດ້​ກ່າວ​ວ່າ ຫ້ອງ​ທົດ​ລອງ 51 ​ແຫ່ງ​ໃນ 17 ລັດ ​ແລະທີ່ນະຄອນຫຼວງ Washington ແລະ ອີ​ກສາມ​ປະ​ເ​ທດ ​ໄດ້​ແກ່ ​Australia, Canada ແລະ ​ເກົາຫຼີ​ໃຕ້, ອາດ​ຈະ​ໄດ້​ຮັບເຊື້ອ ແບກທີເຣຍທີ່ເປັນ​ອັນ​ຕະລາຍ​ ​ຈາກ​ການ​ຂົນ​ສົ່ງ​ດັ່ງກ່າວກໍໄດ້.

ຮອງ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ທ່ານ Robert Work ​ໄດ້​ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ຕົວ​ເລກ​ດັ່ງກ່າວ​ອາດ​ຈະ​ເພີ່​ມຂຶ້ນຕື່ມໃນຂະນະທີ່​ການ​ ​ສືບສວນ​ສອບ​ສວນດຳເນີນຕໍ່ໄປ. ​ແຕ່​ທ່ານ Work ໄດ້ເນັ້ນຢ້ຳວ່າ ມັນ ບໍ່ເປັນອັນຕະລາຍຕໍ່ສັງຄົມທົ່ວໄປ ແລະມີຄວາມສ່ຽງແຕ່ພຽງໜ້ອຍດຽວ ສຳລັບພະນັກງານຫ້ອງທົດລອງ.

ທ່ານເວົ້າວ່າ “ຍັງບໍ່ມີການສົງໄສ ແລະ ຢືນຢັນໃນກໍລະນີການຕິດເຊື້ອຂອງພະນັກງານໃດໆ ໃນແຕ່ລະຫ້ອງທົດລອງເທື່ອ ເຊິ່ງໄດ້ຮັບຕົວຢ່າງ ເຊື້ອດັ່ງກ່າວດົນກວ່າ 10 ປີທີ່ຜ່ານມາ.”

ທ່ານຍັງໄດ້ກ່າວວ່າ ຄວາມເຂັ້ມຂຸ້ນຂອງຕົວຢ່າງເຊື້ອແມ່ນຍັງອ່ອນຫຼາຍທີ່ຈະເຮັດໃຫ້ຄົນທີ່ມີ ສຸຂະພາບແຂງແຮງຕິດເຊື້ອນີ້ໄດ້.

ສູນກາງເພື່ອການຄວບຄຸມພະຍາດ ສະຫະລັດ ແມ່ນເປັນຜູ້ນຳພາ ການສືບສວນສອບສວນ.

ຕົວຢ່າງຂອງເຊື້ອ anthrax ແມ່ນໄດ້ຖືກສົ່ງອອກຈາກຫ້ອງທົດລອງ ຂອງທະຫານ ສະຫະລັດ ທີ່ລັດ Utah ທາງພາກຕາເວັນຕົກຂອງປະ ເທດ. ທ່ານ Work ໄດ້ກ່າວວ່າການສືບສວນຈະ ແນເປົ້າໃສ່ວ່າ ເປັນ ຫຍັງ ລັງສີຈິ່ງບໍ່ສາມາດຂ້າເຊື້ອໂຣກ ແລະ ເປັນຫຍັງການກວດສອບ ຈິ່ງຈຶ່ງບໍ່ສາມາດທີ່ຈະເປີດເຜີຍວ່າເຊື້ອໂຣກນີ້ບໍ່ໄດ້ຕາຍ.

ເຊື້ອ anthrax ແມ່ນໄດ້ຖືກໃຊ້ເພື່ອພັດທະນາການທົດສອບ ທີ່ຈະລະບຸໄພຂົ່ມຂູ່ທາງດ້ານ ຊີວະວິທະຍາຢູ່ໃນສະໜາມ.

ການສຳພັດກັບເຊື້ອ anthrax ທີ່ຍັງມີຊີວິດ ສາມາດພາໃຫ້ເປັນໄຂ້ ຫວັດໃຫຍ່ຮ້າຍແຮງ ທີ່ສາມາດເຮັດໃຫ້ເຖິງຕາຍໄດ້ ຖ້າຫາກວ່າບໍ່ໄດ້ ຮັບການປິ່ນປົວໂດຍໄວ.

The Pentagon says the case of live anthrax spores accidentally shipped to commercial and military labs in the U.S. and overseas is much worse than first reported.

An initial review says 51 labs in 17 states and Washington, D.C., and in three other countries - Australia, Canada, and South Korea - may have gotten the potentially dangerous shipment.

Deputy Defense Secretary Robert Work on Wednesday said those numbers could grow as the investigation proceeds. But Work stressed there is no danger to the general public and little risk for the lab workers.

"There are no suspected or confirmed cases of anthrax infection among any workers in any of the labs that have received these samples over the last 10 years," said Work.

He also said the concentration of the samples were too low to infect the average healthy person.

The U.S. Centers for Disease Control is leading the investigation.

The anthrax samples were sent out from a U.S. military laboratory in the western state of Utah. Work says the probe will focus on why radiation failed to kill the spores and why testing failed to reveal that the spores were not dead.

The anthrax was being used to develop a test to identify biological threats in the field.

Contact with live anthrax can lead to a severe flu-like illness that could be fatal if not treated early.

Watch video report from Carla Babb:

Suspected Live Anthrax from US Military Sent to 51 Labs
please wait

No media source currently available

0:00 0:02:35 0:00

XS
SM
MD
LG