ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການ​​ເຈລະຈາ ສັນຕິພາບ ໃນຊີເຣຍ ເລີ່ມຂຶ້ນ ທີ່ Kazakhstan


ທ່ານ Yahya Al-Aridi, ໂຄສົກຝ່າຍຄ້ານ ກ່າວຕໍ່ສື່ມວນຊົນ ກ່ອນໜ້າກອງປະຊຸມເຈລະຈາສັນຕິພາບ ໃນ Kazakhstan.
ທ່ານ Yahya Al-Aridi, ໂຄສົກຝ່າຍຄ້ານ ກ່າວຕໍ່ສື່ມວນຊົນ ກ່ອນໜ້າກອງປະຊຸມເຈລະຈາສັນຕິພາບ ໃນ Kazakhstan.

ການເຈລະຈາສັນຕິພາບ​ລະຫວ່າງ ລັດຖະບານ​ຊີ​ເຣຍ ​ແລະ​ກຸ່ມ​ຝ່າຍ​ຄ້ານທັງຫຼາຍ ​
ໄດ້​ເລີ່​ມ​ຂຶ້ນໃນ​ວັນ​ອັງ​ຄານມື​ນີ້ທີ່ Kazakhstan ຫຼັງ​ຈາກມື້ທຳ​ອິດ​ຂອງ​ການ​ເປີດ​ເຈລະຈາ ​ ຊຶ່ງ​ເຈົ້າ​ໜ້າ​ທີ່ ໄດ້​ກ່າວ​ວ່າ ​ບໍ່​ມີ​ການ​ຄືບ​ໜ້າ​ທີ່​ໃຫ່ຍຫຼວງ​ແຕ່​ຢ່າງ​ໃດ.

ເຈົ້າ​ໜ້າ​ທີ່ ​ໄດ້​ກ່າວ​ວ່າ ການ​ໂອ້​ລົມ​ກັນ ​ທີ່​ນະຄອນ Astana ທີ່​ໜຸນ​ຫຼັງ​ໂດຍຣັດ​ເຊຍ ​
ແລະ​ເທີ​ກີ ​ແມ່ນ​ບໍ່​ໄດ້​ສະ​ແດງໃຫ້​ເຫັນເຖິງ​ການເຈລະຈາໂດຍ​ກົງ ​ແຕ່​ກັບ​ແມ່ນ​ການ​ສົນທະນາ ​ແບບ​ທາງ​ອ້ອມ ໂດຍ​ຜ່ານກຸ່ມ​ໄກ່​ເກ່ຍ.

ພາບຈາກກະຊວງປ້ອງກັນປະເທດຣັດເຊຍ ທີ່ສະແດງເຖິງການປະຕິບັດງານ ໃນນະຄອນ Aleppo, ຊີເຣຍ, 2 ມັງກອນ, 2017.
ພາບຈາກກະຊວງປ້ອງກັນປະເທດຣັດເຊຍ ທີ່ສະແດງເຖິງການປະຕິບັດງານ ໃນນະຄອນ Aleppo, ຊີເຣຍ, 2 ມັງກອນ, 2017.


ການເຈລະຈາ​ດັ່ງກ່າວ ​ແມ່ນ​ເພັ່ງ​ເລັງໃ​ສ່ການ​ຢຸດ​ຍິງ​ທົ່ວ​ປະ​ເທດ ໂດຍຣັດເຊຍ ອີຣ່ານ ​
ເທີ​ກີ ​ໃນ​ເດືອນ​ທັນ​ວາ​ຜ່ານ​ມາ​ນີ້ ທີ່ສ່ວນ​ໃຫຍ່ໄດ້ ຍັງ​ໄດ້​ຮັບ​ການ​ເຄົາລົບ​ຢູ່​ຕໍ່​ມານັ້ນ.

ກ່ອນ​ໜ້າການ​ເຈລະຈາສັນຕິພາບ​ຊີ​ເຣຍ ທີ່​ຮວມມີ​ການ​ເຈລະຈາຄັ້ງ​ຫຼ້າ​ສຸດເມື່ອ​ປີ​ນຶ່ງ
​ຜ່ານ​ມາ​ແລ້ວ ​ໄດ້​ຄືບ​ໜ້າ​ແຕ່​ພຽງ​ໜ້ອຍ​ດຽວ ​ເພື່ອ​ຍຸຕິ​ບັນຫາ​ຂັດ​ແຍ້​ງທີ່​ເລີ່​ມຂຶ້ນ ​ໃນ​ເດືອນ​ມີນາ ປີ 2011 ​ນັ້ນ.

“ນີ້ແມ່ນ​ຄວາມ​ຈິງ​ໃຈ​ຂອງ​ພວກ​ເຮົາ ​ທີ່​ປະສົງ​ຢາກ​ໃຫ້ການ​ເຈລະຈາ​ເຫຼົ່ານີ້ ​ນຳ​ເອົາ
​ແສ​ງສະຫວ່າງ ມາສູ່​ບ່ອນ​ສຸດ​ຂອງອຸ​ໂມງ ສຳ​ຫຼັບ​ວິ​ກິດ​ການ​ໃນຊີ​ເຣຍ,”
ຊຶ່ງ​ນັ້ນ​ແມ່ນ​
ຄຳ​ເວົ້າ​ຂອງ​ທ່ານ Kairat Abdrakhmanov ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ Kazakhstan ​ໃນ​ຂະນະ​ທີ່​ໄດ້​ເປີດການ​ສົນທະນາ ແລະ​ທ່ານ​ຍັງ​ກ່າວ​ເພີ່ມ​ຕື່ມ​ວ່າ
“ມັນ​ຂຶ້ນຢູ່​ກັບ​ພວກ​ເຮົາ​ແຕ່ລະຄົນ ທີ່​ຈະ​ສ້າງ​ຄວາມ​ກ້າວໜ້າ​ຢ່າງ​ຈິງ​ຈັງ ຊຶ່ງ​ຊາວ​ຊີ​ເຣັຍ ສົມຄວນມີ​ສິດ​ທີ່​ຈະ​ໄດ້​ຮັບ.”

ທ່ານ Mohammad Alloush (ກາງ), ຫົວໜ້າທູດຝ່າຍຄ້ານ, ເຂົ້າຮ່ີວມການເຈລະຈາສັນຕິຄພາບ ໃນ Astana, Kazakhstan, 23 ມັງກອນ, 2017.
ທ່ານ Mohammad Alloush (ກາງ), ຫົວໜ້າທູດຝ່າຍຄ້ານ, ເຂົ້າຮ່ີວມການເຈລະຈາສັນຕິຄພາບ ໃນ Astana, Kazakhstan, 23 ມັງກອນ, 2017.

ຫຼັງ​ຈາກ​ທີ່​ໄດ້​ມີ​ການ​ເຈລະຈາຮອບ​ທຳ​ອິດ​ຂອງ​ຫຼາຍໆ​ຮອບ ​ໃນ​ກອງປະຊຸມ​ມື້ວັນ​ຈັນ​
ວານ​ນີ້ ທູດ​ຊີ​ເຣຍປະຈຳ​ອົງການ​ສະຫະ​ປະຊາ​ຊາດ ທ່ານ Bashar Jaafari ​ໄດ້​ກ່າວ​ຫາ​ຝ່າຍ​ຄ້ານ​ວ່າ “ບໍ່​ໄດ້​ເອົາ​ບາດກ້າວ​ທີ່​ຮັບຜິດຊອບໃດໆ.”

ທ່ານ​ໄດ້​ຕຳ​ນິຕິ​ຕຽນ ​ໂດຍກ່າວ​ຫາ​ວ່າ ການ​ປະຕິ​ບັດ​ການ​ທາງ​ທະຫານ​ໃນ​ຊີ​ເຣຍ ​ໃນຂົງ​ເຂດ Wadi Barada ຢູ່​ນອກນະຄອນ Damascus ​ໄດ້​ລະ​ເມີ​ດການ​ຢຸດ​ຍິງ​. ຊີ​ເຣຍ ​
ໄດ້​ກ່າວວ່າ ກຸ່ມຫົວ​ຮຸນ​ແຮງອິສລາມຈາກ​ກຸ່ມ​ທີ່​ຮູ້​ກັນ​ໃນເມື່ອ​ກ່ອນ​ວ່າ al-Nusra ແມ່ນ​
ຮວມຢູ່​ໃນ​ການ​ໂຈມ​ຕີ​ນີ້ ທີ່​ມີ​ຜົນ​ກະທົບ​ຕໍ່​ນ້ຳ​ດື່ມນ້ຳ​ໃຊ້ ​ໃນ​ນະຄອນຫຼວງ​ຂອງ​ຊີ​ເຣຍ.
ທ່ານ Jaafari ກຸ່ມຫົວ​ຮຸນ​ແຮງອິສລາມຈາກ​ກຸ່ມ​ດັ່ງກ່າວ ບໍ່​ຮວມຢູ່​ໃນ​ຂໍ້​ຕົກລົງ​ຢຸດ​ຍິງ ​ເພາະສະ​ນັ້ນ​ພວກ​ໃດ​ກໍ​ຕາມ​ທີ່​ປົກ​ປ້ອງ​ກຸ່ມ​ດັງ​ກ່າວ​ນີ້​ແລ້ວ​ແມ່ນ​ວ່າ “ຢູ່​ຜິດ​ຂ້າງ”

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG