ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Pence ກ່າວວ່າ ສຫລ ບໍ່ປ່ຽນແປງ ຄວາມໝາຍໝັ້ນ ຕໍ່ພັນທະ​ມິດ​ ຂອງພວກເຮົາ


ຮອງປະທານາມິບໍດີ ສະຫະລັດ ທ່ານ Mike Pence ກ່າວທີ່ ກອງປະຊຸມ ຄວາມໝັ້ນຄົງ ຢູ່ນະອນ Munich ປະເທດເຢຍຣະມັນ.
ຮອງປະທານາມິບໍດີ ສະຫະລັດ ທ່ານ Mike Pence ກ່າວທີ່ ກອງປະຊຸມ ຄວາມໝັ້ນຄົງ ຢູ່ນະອນ Munich ປະເທດເຢຍຣະມັນ.

ຮອງ​ປະທາ​ນາ​ທິບໍດີສະຫະລັດ ກ່າວ​ຕໍ່​ກອງ​ປະຊຸມ​ຄວາມ​ໝັ້ນຄົງ ທີ່ນະຄອນ
Munich ​ໃນ​ວັນ​ເສົາ​ມື້ນີ້ວ່າ ສະຫະລັດ​ຈະ​ບໍ່​ມີ​ການ​ປ່ຽນ​ແປງໃດໆ ​ໃນ​ຄວາມ
ໝັ້ນໝາຍ​ຂອງ​ພວກ​ເຮົາຕໍ່​ພັນທະ​ມິດ​ຂ້າມ​ມະຫາ​ສະໝຸດແອັດ​ແລນ​ຕິກ.

ທ່ານ Mike Pence ກ່າວວ່າ ອົງການ NATO “ຕ້ອງຄອບງໍາຢູ່ໃນໂລກດີ​ດີ​ ຈີ​ທອລດັ່ງດຽວ​ກັນ​ກັບຢູ່ໃນໂລກທີ່​ເປັນ​ຕົວ​ຕົນ” ເພື່ອຕໍ່ສູ້ກັບບັນດາກຸ່ມ ຄືດັ່ງກຸ່ມ ລັດອິສລາມຊຶ່ງທ່ານກ່າວວ່າ “ບາງທີອາດເປັນກຸ່ມຜີມານທີ່ໃຫຍ່ທີ່ສຸດ” ແລະໄດ້ “ສະແດງໃຫ້ເຫັນຄວາມໂຫດຮ້າຍທີ່ບໍ່​ເຄີຍເຫັນມາກ່ອນແຕ່ສະໄໝໂບຮານ.”

ທ່ານ Pence ໄດ້​ໃຫ້ການຄໍ້າປະກັນ​ແກ່ພັນທະມິດວ່າ ສະຫະລັດ ໃຫ້ການສະ ໜັບສະໜູນອົງການ NATO ຫລັງຈາກປະທານາທິບໍດິ Donald Trump ໄດ້ກ່າວຍ້ອງຍໍປະທານາທິບໍດີຣັດເຊຍ ທ່ານ Vladimir Putin ແລະຕິຕຽນອົງ
ການ NATO ລະຫວ່າງເວລາທີ່​ໂລກ​ພວມ​ມີຄວາມບໍ່ແນ່ນອນ. ບັນດາ​ລັດຖະ
ບານ​ຢູ​ໂຣບ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບຄໍາຖະແຫລງຂອງປະທານາທິ ບໍດີTrump.

ທ່ານ Pence ໄດ້ໃຫ້ຄຳໝັ້ນສັນຍາວ່າ ສະຫະລັດຈະ “ເຮັດໃຫ້ຣັດເຊຍ​ເປັນ​ຜູ້
ຮັບຜິດຊອບ.”

ນອກ​ນັ້ນ ທ່ານ Pence ຍັງກ່າວຕໍ່ບັນດາສະມາຊິກອົງການ NATO ວ່າ
ປະທານາທິບໍດີ Trump ຄາດວ່າ ບັນດາສະມາຊິກພັນທະມິດ ພາກັນຮັກສາ ຄວາມໝາຍໝັ້ນຂອງ​ຕົນ ​ໃນການເງິນເຂົາເຈົ້າແກ່ອົງການ NATO. ທ່ານ
ກ່າວວ່າ ມີແຕ່ສະຫະລັດ ແລະອີກສີ່ປະເທດ​ເທົ່າ​ນັ້ນທີ່ໄດ້ປະຕິບັດ​ຕາມ ພັນ
ທະ​ທາງ ດ້ານການເງິນ ຕໍ່ກຸ່ມ​ດັ່ງກ່າວ.

ທີ່​ນະຄອນ Munich ທ່ານ Pence ກຳລັງ​ພົບ​ປະ​ກັບ​ນາ​ຍົກ​ລັດຖະມົນຕີ​
ເຢຍຣະມັນ ທ່ານ​ນາງ Angela Merkel ​ແລະ​ບັນດາ​ຜູ້ນຳ​ຢູ​ໂຣບຕາ​ເວັນ​
ຕົກ​ຫລາຍ​ທ່ານ. ທ່ານ​ຍັງ​ຈະ​ພົບ​ປະ​ກັບ ປະທານາທິບໍດີ​ອັຟກາ​ນິສຖານ
ທ່ານAshraf Ghani ​ແລະ​ນາຍົກລັດຖະມົນຕີອີຣັກ ທ່ານ Hiader al-
Abadi.ລັດຖະມົນ​ຕີ​ຕ່າງປະ​ເທດ​ຣັດ​ເຊຍ ທ່ານ Sergei Lavrov ກໍ​ໄດ້​
ກ່າວຄຳ​ປາ​ໄສ ​ຢູ່​ກອງ​ປະຊຸມ​ໃນ​ວັນ​ເສົາ​ມື້​ນີ້.

ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel ແລະຮອງປະນາທິບໍດີສະຫະລັດ ທ່ານ Mike Pence ເດີນທາງມາເຖິງກອງປະຊຸມຄວາມໝັ້ນຄົງ ທີ່ນະຄອນ Munich ປະເທດເຢຍຣະມັນ.
ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel ແລະຮອງປະນາທິບໍດີສະຫະລັດ ທ່ານ Mike Pence ເດີນທາງມາເຖິງກອງປະຊຸມຄວາມໝັ້ນຄົງ ທີ່ນະຄອນ Munich ປະເທດເຢຍຣະມັນ.

ໃນ​ວັນ​ສຸກ​ວານ​ນີ້ ລັດຖະມົນ​ຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ Jim Mattis
​ໄດ້​ກ່າວ​ຢູ່​ທີ່ການ​ເຕົ້າ​ໂຮມ​ກັນໃນນະຄອນ Munich ວ່າ ຄວາມ​ໝັ້ນຄົງ​ຂອງ​
ສະຫະລັດຜູກ​ພັນກັບ​ຢູ​ໂຣບ ​ໂດຍ​ໃຫ້ການ​ອະທິ​ບາຍ​ວ່າ ລັກ​ການ​ຂອງ​ອົງການ
NATO ​ເປັນ​ຍຸດ​ທະ​ສາດ​ປ້ອງ​ກັນຮ່ວມ​ນັ້ນ ​ແມ່ນ “ພື້ນ​ຖານຄວາມ​ໝັ້ນ​ໝາຍ.”

​ໃນເດືອນ​ແລ້ວ​ນີ້ ປະທານາທິບໍດີ Trump ​ໄດ້​ກ່າວ​ວ່າ​ອົງການ NATO ລ້າ
​ສະ​ໄໝ. ​ແຕ່​ທ່ານ Mattis ກ່າວ​ວ່າ ບັດ​ນີ້ ​ປະທານາທິບໍດີ​ໄດ້ໃຫ້ການ​ສະໜັບ
ສະໜູນ​ຢ່າງ​ເຕັມທີ່​ຕໍ່​ກຸ່ມ​ພັນທະ​ມິດ ​ເຖິງ​ແມ່ນວ່າ​ທ່ານ​ໄດ້​ຮຽກຮ້ອງ​ຊໍ້າ​ແລ້ວ​ຊໍ້າ
​ອີກ​ວ່າ​ຢູ​ໂຣບຕ້ອງ​ຈ່າຍ​ສ່ວນ​ແບ່ງ​ຫລາຍຂຶ້ນທາງ​ດ້ານ​ການ​ເງິນນັ້ນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US Munich
please wait
Embed

No media source currently available

0:00 0:02:40 0:00

XS
SM
MD
LG