ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

​ພາຍໃຕ້​ ການ​ນຳພາ ຂອງ ປ. ທຣໍາ ​ແມ່ນ​ ທຸລະ​ກິດ ປະຕິບັດ​ຕາມ ຄຳ​ໜັ້ນ​ສັນຍາ​


ຮອງ​ປະທານາທິບໍດີ​ສະຫະລັດ ທ່ານ Mike Pence ​ກ່າວຕໍ່​ກອງ​ປະຊຸມ ​ບົດບາດທາງ​ການ​ເມືອງ ຂອງພວກນິຍົມ​ແນ​ວທາງ​ເດີມ ຫລື CPAC.
ຮອງ​ປະທານາທິບໍດີ​ສະຫະລັດ ທ່ານ Mike Pence ​ກ່າວຕໍ່​ກອງ​ປະຊຸມ ​ບົດບາດທາງ​ການ​ເມືອງ ຂອງພວກນິຍົມ​ແນ​ວທາງ​ເດີມ ຫລື CPAC.

ປະທານາທິບໍດີ​ສະຫະລັດ ທ່ານ Donald Trump ຈະ​ຖະ​ແຫລ​ງຕໍ່​ພວກນິຍົມ​ແນ​ວ
ທາງ​ເດີມຫລາຍ​ພັນ​ຄົນ ​ໃນ​ວັນ​ສຸກ​ມື້​ນີ້ ຊຶ່ງເປັນ​ມື້ທີ່​ສາມ​ແລະກໍ​ມື້​ສຸດ​ທ້າຍ​ຂອງກອງ
​ປະຊຸມ​ບົດບາດທາງ​ການ​ເມືອງພວກນິຍົມ​ແນ​ວທາງ​ເດີມຫລື CPAC ທີ່​ຈັດ​ຂຶ້ນ​ປີ​ນີ້
​ຢູ່​ນອກ​ນະຄອນຫລວງ​ວໍ​ຊິງ​ຕັນ.

ຮອງ​ປະທານາທິບໍດີ​ສະຫະລັດ ທ່ານ Mike Pence ​ໄດ້​ກ່າວຕໍ່​ກອງ​ປະຊຸມ​ດັ່ງກ່າວ
ໃນ​ວັນ​ພະຫັດ​ວານ​ນີ້ວ່າ ໂດຍ​ບອກ​ພວກ​ນິຍົມ​ແນວທາງ​ເດີມ​ວ່າ ທຳນຽບຂາວ​ພາຍ
​ໃຕ້​ການ​ນຳພາ ​ຂອງປະທານາທິບໍດີ​ທຣໍາ ​ແມ່ນ​ “ທຸລະ​ກິດປະຕິບັດ​ຕາມຄຳ​ໜັ້ນ​ສັນ
ຍາ​ທີ່​ໄດ້​ໃຫ້​ໄວ້.”

Pence Downplays Legislators' Town Hall Protests Over 'Obamacare'
please wait

No media source currently available

0:00 0:00:39 0:00

ທ່ານ Pence ແ​ມ່ນ​ສະມາຊິກ​ພັກຣີພັບ​ບລິ​ກັນ​ອາວຸ​ໂສ​ສູງ​ສຸດ ທີ່​ໄດ້​ກ່າວ​ຕໍ່ກອງປະ
ຊຸມ CPAC ອັນ​ເປັນ​ການ​ເຕົ້າ​ໂຮມ​ປະຈຳ​ປີ ທີ່​ໃຫຍ່​ສຸດ​ຂອງ​ປະ​ເທດ ຂອງ​ພວກນິ
ຍົມ​ແນ​ວທາງ​ເດີມ.

ຝູງ​ຊົນ​ໄດ້​ມາ​ເຖິງ​ໂຮງ​ແຮມ​ທີ່​ລັດ Maryland ຢູ່ National Harbor ດ້ວຍ​ອາລົມ
ຕື່ນ​ເຕັ້ນ ທີ່​ພັກຣີພັບ​ບລິ​ກັນຄວບ​ຄຸມ​ທຳນຽບຂາວ​ແລະ​ລັດຖະສະພາ​ເປັນ​ເທື່ອ​ທຳ
​ອິດ​ໃນ​ຮອບ 10 ປີ.

Top White House Officials Praise Trump at CPAC
please wait

No media source currently available

0:00 0:02:17 0:00

ໃນ​ອັນ​ທີ່​ມີ​ນໍ້າ​ສຽງຄືກັບ​ວ່າ ​ເປັນ​ຄຳ​ປາ​ໄສ​ປຸກ​ໃຈ​ໃນການ​ໂຄສະນາ​ຫາ​ສຽງ ທ່ານ
Pence ຮ້ອງ​ນາຍ​ຂອງ​ທ່ານ ປະທານາທິບໍດີ Trump ວ່າ ເປັນ​ບຸກຄົນ ​ທີ່ “ມີ
ຄວາມ​ໝັ້ນໃຈ ​ວິ​ໄສ​ທັດ ​ແລະ​ກ້າຫານ” ​ແລະ​ກ່າວ​ວ່າ ທ່ານ Trump ​ໄດ້ປະຕິ ບັດ
​ຕາມ​ຄໍາ​ໝັ້ນ​ສັນຍາ​ ທີ່​ທ່ານໄດ້ໃຫ້​ໄວ້​ຕໍ່ປະຊາຊົນ​ອາ​ເມຣິກັນ​ ລະຫວ່າງ​ການ​ໂຄ
ສະນາ​ຫາ​ສຽ​ງນັ້ນ.

Bannon: Corporatist Global Media Opposed to Economic Nationalist Agenda
please wait

No media source currently available

0:00 0:01:19 0:00

ທ່ານ Pence ກ່າວ​ວ່າ ສື່ມວນ​ຊົນ​ ​ແລະ​ພັກ​ເດ​ໂມ​ແຄຣັດທີ່​ເປັນ​ຝ່າຍ​ຄ້ານ ຍັງ​ພະຍາ​
ຍາມ​ຫາ​ທາງ ທີ່​ຈະ​ບໍ່​ໃຫ້​ຄວາມ​ສຳຄັນ ຕໍ່ປະທານາທິບໍດີ Trump ​ແລະ​ຂະ​ບວນການ
ນິຍົມ​ແນ​ວທາງ​ເດີມ. ​ແຕ່​ທ່ານ​ໄດ້​ກ່າວ​ວ່າ ນີ້​ເປັນ​ເວລາທີ່​ຈະ​ພິສູດ​ວ່າ ຄຳ​ຕອບ​ຂອງ
ພວກນິຍົມ​ແນ​ວທາງ​ເດີມ ​ເປັນ​ຄຳຕອບ​ທີ່​ດີ​ເລີດ​ສຳລັບປະ​ເທດ ຄື​ສ້າງວຽກ​ເຮັດ​ຫລາຍ
​ຂຶ້ນ ​ເກັບພາສີ​ໜ້ອຍ ສ້າງກຳລັງທະຫານ​ໃຫ້​ເຂັ້​ມ​ແຂງ ​ແລະ​ນັບຖື​ລັດຖະທຳ​ມະນູນ.

ຫົວໜ້າຄະນະບໍລິຫານ ທຳນຽບຂາວ ທ່ານ Reince Priebus, ກາງ, ພ້ອມດ້ວຍທີ່ປຶກສາດ້ານຍຸດທະສາດ ທ່ານ Stephen Bannon, ຊ້າຍ, ແລະ ປະທານອາເມຣິກັນຮັກສາແນວທາງເດີມ ທ່ານ Matt Schlapp.
ຫົວໜ້າຄະນະບໍລິຫານ ທຳນຽບຂາວ ທ່ານ Reince Priebus, ກາງ, ພ້ອມດ້ວຍທີ່ປຶກສາດ້ານຍຸດທະສາດ ທ່ານ Stephen Bannon, ຊ້າຍ, ແລະ ປະທານອາເມຣິກັນຮັກສາແນວທາງເດີມ ທ່ານ Matt Schlapp.

ໃນ​ຕອນ​ເຊົ້າ​ວັນ​ພະຫັດ​ວານ​ນີ້ ຫົວໜ້າ​ດ້ານຍຸດ​ທະ​ສາດຂອງ​ທຳນຽບຂາວ ທ່ານ Steve Bannon ​ໄດ້​ກ່າວ​ຕໍ່ພວກນິຍົມ​ແນ​ວທາງ​ເດີມວ່າ ​ເຂົາ​ເຈົ້າ​ສາມາດ​ຄາດ ໝາຍວ່າ ມີ​ການ​ຕໍ່ສູ້​ໃນ​ແຕ່່​ລະ​ວັນ ​ກັບ​ສື່​ມວນ​ຊົນ ​ແລະ​ອື່ນໆ ​ທີ່ “ບໍ່​ເຫັນດີ​ເຫັນ ​ພ້ອມນຳ​ນັ້ນ.”

ບັນດາຜູ້ສະໜັບສະໜູນ ສະຊາຊິກສະພາຕໍ່າພັກຣີພັບບລິກັນ ທ່ານ Keith Ellison ຈາກລັດ Minnesota ແລະອະດີດ ລັດຖະມົນຕກະຊວງແຮງງານ ທ່ານ Tom Perez, ຜູ້ສະໝັກເປັນ ປະທານຄະນະກຳມະການພັກເອໂມແຄຣັດ ແຫ່ງຊາດ.
ບັນດາຜູ້ສະໜັບສະໜູນ ສະຊາຊິກສະພາຕໍ່າພັກຣີພັບບລິກັນ ທ່ານ Keith Ellison ຈາກລັດ Minnesota ແລະອະດີດ ລັດຖະມົນຕກະຊວງແຮງງານ ທ່ານ Tom Perez, ຜູ້ສະໝັກເປັນ ປະທານຄະນະກຳມະການພັກເອໂມແຄຣັດ ແຫ່ງຊາດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Pence CPAC
please wait
Embed

No media source currently available

0:00 0:02:53 0:00

XS
SM
MD
LG