ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Pence ຈະເດີນທາງ ໄປຢູໂຣບ ເພື່ອ ສ້າງຄວາມໝັ້ນໃຈ ໃຫ້ແກ່ພັນທະມິດ


ຮອງປະທານາທິບໍດີ Mike Pence (ກາງ) ທີ່ທຳນຽບຂາວ
ຮອງປະທານາທິບໍດີ Mike Pence (ກາງ) ທີ່ທຳນຽບຂາວ

ຮອງ​ປະທານາທິບໍດີ​ສະຫະລັດ ທ່ານ Mike Pence ຈະ​ເດີນທາງ​ໄປ​ຢ້ຽມຢາມນະຄອນ Munich ​ແລະ Brussels ​ໃນ​ໄລຍະ ​ສອງ​ສາມມື້ ຂ້າງ​ໜ້ານີ້ ຊຶ່ງ​ເປັນການ​ເດີນທາງ​ໄປ​ຢ້ຽມຢາມ​ຕ່າງ​ປະ​ເທດ​ເທື່ອ​ທຳ​ອິດ​ຂອງ​ທ່ານ ນັບ​ຕັ້ງ​ແຕ່​ໄດ້ສາບານໂຕ​ເຂົ້າຮັບ​ຕຳ​ແໜ່​ງ ​ໃນ​ເດືອນ​ແລ້ວນີ້.

ທີ່​ປຶກສາ​ອະ​ວຸ​ໂສ ​ໃນ​ດ້ານ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ຂອງ​ທຳນຽບຂາວ​ທ່ານ​ນຶ່ງກ່າວ​ວ່າ ການ​ເດີນທາງ​ໃນ​ຄັ້ງນີ້​ ແມ່ນ​ໂອກາດ​ສຳລັບ​ຮອງ​ປະທານາທິບໍດີ​ທີ່​ຈະ​ໃຫ້ການ​ຄ້ຳປະ ກັນ​ແກ່​ບັນດາ​ພັນທະ​ມິດ ແລະພາຄີ​ ຂອງ​ພວກ​ເຮົາ ​ນອກ​ນັ້ນ ຍັງ​ຈະ​ໃຫ້ການອະທິບາຍ ເຖິງ​ບູລິ​ມະ​ສິດ​ຂອງ​ສະຫະລັດ ກ່ຽວ​ກັບ​ຄວາມ​ສຳພັນ ​ຂ້າມມະຫາ​ສະໝຸດແອັດ​ແລນ​ຕິກ ​ໃນ​ນາມ​ປະທານາທິບໍດີຂອງ​ສະຫະລັດ ທ່ານດໍ​ໂນ​ລ ທຣຳ.

ພວກ​ຜູ້ນຳ​ຢູ​ໂຣບ​ໄດ້ມີຄວາ​ມ​ເປັນ​ຫ່ວງ​ກ່ຽວ​ກັບ​ການ​ເຂົ້າກຳ​ຕຳ​ແໜ່​ງປະທານາທິບໍດີ​ຂອງ​ທ່ານ​ທຣຳ ຫຼັງ​ຈາກ​ປະທານາທິບໍດີ​ສະຫະລັດ​ໄດ້​ສະ​ແດງ​ຄວາມ​ປະ​ທັບ​ໃຈຊ້ຳ​ແລ້ວ​ຊ້ຳ​ອີກ ຕໍ່​ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ​ແລະ ການ​ກ່າວ​ເຖິງ​ອົງການ​ເນ​ໂຕ້​ຂອງ​ທ່ານ​ທຣຳ​ໃນ​ເດືອນ​ແລ້ວທີ່​ວ່າອົງການ​ດັ່ງກ່າວ “ລ້າ​ສະ​ໄໝ” ​ແລ້ວນັ້ນ.

ທ່ານ Pence ຈະ​ກ່າວ​ຄຳ​ປາ​ໄສ ​ຕໍ່​ກອງ​ປະຊຸມ​ຄວາມ​ໝັ້ນຄົງ ​ຢູ່​ນະຄອນ Munich ​ໃນ​ມື້ ວັນ​ເສົາ ບ່ອນ​ທີ່​ທີ່​ປຶກສາ​ກ່າວ​ວ່າ ທ່ານ​ຈະ “​ໃຫ້ການ​ຄ້ຳປະກັນອີກ ​ເທື່ອ​ນຶ່ງ​ຕໍ່​ພັນທະ​ມິດ ກ່ຽວ​ກັບ​ຄວາມ​ໝັ້ນໝາຍ​ຂອງ​ພວກ​ເຮົາ ຕໍ່​ພາຄີ​ໃນ​ຢູ​ໂຣບ ​ແລະ​ການ​ຄ້ຳປະກັນຕໍ່​ພັນທະ​ມິດ​ຂ້າມ​ມະຫາ​ສະໝຸດ​ແອັດ​ແລນ​ຕິກ.” ທີ່​ປຶກສາຍັງ​ກ່າວ​ຕື່ມ​ວ່າທ່ານ Pence ຈະ​ພົບ​ປະ​ກັບ​ນາຍົກລັດຖະມົນຕີ​ເຢຍຣະມັນ ​ທ່ານ ນາງ Angela Merkel ​ແລະ​ພວກ​ຜູ້ນຳຫຼາຍໆ ທ່ານ ຈາກ​ຢູ​ໂຣບຕາ​ເວັນ​ອອກ.

ນອກ​ນັ້ນທ່ານ​ຍັງ​ຈ​ະ​ໄດ້​ພົບ​ປະ​ກັບ​ປະທານາທິບໍດີ​ອັຟກາ​ນິສຖານທ່ານ Ashraf Ghani ​ແລະ​ນາຍົກລັດຖະມົນຕີອີຣັກ ທ່ານ Haider al-Abadi.

ທີ່​ນະຄອນ Brussels ທ່ານ Pence ກໍ​ຈະ​ພົບ​ປະ​ກັບ​ສະມາຊິກ​ຫຼາຍ​ທ່ານ ​ຂອງສະພາ​ບໍລິຫານ​ຢູ​ໂຣບ​ແລະ​ພວກ​ຜູ້ນຳ​ອົງການ​ເນ​ໂຕ້ ຮວມທັງ​ປະທານ​ສະພາ​ບໍລິຫານ​ຢູ​ໂຣບ ທ່ານ Donald Tusk ​ແລະ​ເລຂາທິການ​ໃຫຍ່​ອົງການ​ເນ​ໂຕ້ ທ່ານJens Stoltenberg.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG