ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຮອງ ປະທານາທິບໍດີ ທຳພິທີ ສາບານໂຕ ເຂົ້າຮັບຕຳແໜ່ງ ໃຫ້ແກ່ທ່ານນາງ DeVos

US Senate DeVos
please wait
Embed

No media source currently available

0:00 0:01:36 0:00

ໃນວັນອັງຄານວານນີ້ ຮອງປະທານາທິບໍດີ ທ່ານ Mike Pence ໄດ້ທຳໜ້າທີ່ສາບານໂຕ
ທ່ານນາງ Betsy DeVos ເຂົ້າຮັບຕຳແໜ່ງເປັນລັດຖະມົນຕີ ກະ ຊວງສຶກສາທິການ ຫຼັງ
ຈາກ ທ່ານໄດ້ລົງຄະແນນສຽງໃນສະພາສູງ ທີ່​ສະ​ເໝີ​ກັນ ເພື່ອຮັບຮອງເອົາ ຜູ້ທີ່ປະທານາ
ທິບໍດີ ດໍໂນລ ທຣຳ ສະເໜີຊື່ ​ເຂົ້າ​ຮັບຕຳແໜ່ງດັ່ງກ່າວ ທີ່ເປັນບັນຫານອງນັນນັ້ນ. ມັນເປັນ
ຄັ້ງທຳອິດ ໃນປະຫວັດສາດ ຂອງອາເມຣິກາ ທີ່ຮອງປະທານາທິບໍດີ ຈຳ​ເປັນຕ້ອງໄດ້ລົງ​
ຄະ​ແນນ​ສຽງ ​ເພື່ອຮັບຮອງເອົາການ​ແຕ່ງຕັ້ງ ​ໃນ​ຄະນະ​ລັດຖະບານ.

ທ່ານນາງ DeVos ໄດ້ປະຕິຍານ ຢູ່ໃນພິທີສາບານໂຕເຂົ້າຮັບຕຳແໜ່ງ ເມື່ອຕອນແລງ
ວັນອັງຄານວານນີ້ ວ່າ ຕົນຈະ “ສະໜັບສະໜູນ ແລະປ້ອງກັນ ສະ ຫະລັດ ຈາກສັດຕູ ທີ່ຢູ່ຕ່າງປະເທດ ຫຼື ຢູ່ພາຍໃນປະເທດ ທັງມວນ.” ໃນຄຳ ສາບານໂຕ ທີ່ເປັນທາງການ
ຂອງທ່ານນາງນັ້ນ ທ່ານນາງຍັງໄດ້ປະຕິຍານວ່າ ຈະປະຕິບັດ​ພາລະກິດ ຂອງ​ຫ້ອງ​ການ
​ທ່າ​ນນາງ ​ເປັນ​ຢ່າງ “ດີ ແລະ ດ້ວຍ​ຄວາມຊື່ສັດ”. ພິທີສາບານໂຕ ໄດ້ມີຂຶ້ນ ຢ່າງວ່ອງໄວ
ແລະ ປາດສະຈາກຄວາມຊັກ​ຊ້າ​ໃດໆ ຍົກ​ເວັ້ນ ​ແຕ່​ສຽງດັງຂອງພວກກ້ອງຖ່າຍຮູບ
ທັງຫຼາຍ ແລະ ອຸປະກອນຂອງສື່ມວນຊົນ. ພາຍຫຼັງຈາກພິທີອັນສັ້ນໆ ໄດ້ສິ້ນສຸດລົງແລ້ວ
ພວກຜູ້ຊົມກຸ່ມນ້ອຍກຸ່ມນຶ່ງ ຂອງຄອບຄົວ ແລະ ເພື່ອນມິດ ທ່ານນາງ DeVos ໄດ້ພາກັນ
ຕົບມື ຢ່າງມີມາລະຍາດ.

ຮອງປະທານາທິບໍດີ ທ່ານ Mike Pence ຮັບໜ້າທີ່ ເປັນປະທານສະພາສູງ ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງວໍຊິງຕັນ, ວັນທີ 7 ກຸມພາ 2017, ໃນລະຫວ່າງການລົງຄະແນນສຽງ ຂອງສະພາສູງ ກ່ຽວກັບ ການແຕ່ງຕັ້ງ ໃຫ້ເປັນ ລັດຖະມົນຕີ ກະຊວງສຶກສາທິການ ຂອງທ່ານນາງ Betsy DeVos.

ເມື່ອຕອນເຊົ້າຂອງມື້ວານ​ນີ້ ສະມາຊິກສະພາສູງ ຈາກພັກຣີພັບບລີກັນ ສອງທ່ານ ໄດ້ລົງ
ຄະແນນສຽງ ເຫັນພ້ອມກັບພັກເດໂມແຄຣັດ ໃນການຄັດຄ້ານ ຕໍ່ທ່ານນາງ DeVos ຜູ້ທີ່
ເປັນນັກຕໍ່ສູ້ ເພື່ອອະນຸຍາດໃຫ້ ຄອບຄົວທັງຫຼາຍ ນຳໃຊ້ກອງທຶນຂອງໂຮງຮຽນຫຼວງ ເພື່ອ
ສົ່ງລູກຫຼານຂອງເຂົ້າເຈົ້າ ໄປໂຮງຮຽນເອກກະຊົນຕ່າງໆໄດ້. ຜົນການລົງຄະແນນສຽງ
​ແມ່ນ 50 ຕໍ່ 50 ສຽງ ກ່ອນທີ່ທ່ານ Pence ຈະຕ້ອງໄດ້ລົງຄະແນນສຽງຂອງທ່ານ ເພື່ອ
ຕັດສິນຊີ້ຂາດ ອັນເປັນກົດຂອງລັດຖະທຳມະນູນ ທີ່ບັນຍັດໄວ້ ໃນເວລາ ທີ່ສະພາ ບໍ່
ສາມາດ​ຕົກລົງ​ກັນໄດ້ ນັ້ນ.

ບັນດາເຈົາໜ້າທີ່ ຮັກສາຄວາມປອດໄພພາຍໃນ ກຳລັງຕິດຕາມເບິ່ງ ສະຖານະການ ຢູ່ທີ່ ຈັດຕຸລັດ Foley ຂອງນະຄອນ New York ບ່ອນທີ່ ພວກນັກສຶກສາ ຫຼາຍຮ້ອຍຄົນ ປະທ້ວງຄັດຄ້ານ ທ່ານນາງ Betsy DeVos ຜູ້ທີ່ ປະທານາທິບໍດີ ດໍໂນລ ທຣຳ ເລືອກໃຫ້ເປັນລັດຖະມົນຕີ ກະຊວງສຶກສາທິການ ທີ່ຫາກໍໄດ້ຖືກຢັ້ງຢືນຮັບຮອງເອົາ ໃໝ່ໆ, ພ້ອມທັງປະທ້ວງ ຄຳສັ່ງຝ່າຍບໍລິຫານເມື່ອບໍ່ນານມານີ້, ວັນທີ 7 ກຸມພາ 2017. (R. Taylor/VOA)

ສະມາຊິກສະພາສູງ ພັກຣີພັບບລີກັນ ທ່ານ Lamar Alexander ຈາກລັດ Tennessee
ຜູ້ທີ່ເຄີຍຮັບໃຊ້ເປັນ ລັດຖະມົນຕີກະຊວງສຶກສາທິການ ຂອງປະທານາທິບໍດີ George
H. W. Bush ​ເມື່ອ​ຕົ້ນຊຸມປີ 1990 ກ່າວວ່າ “ທ່ານນາງ DeVos ຈະເປັນລັດຖະມົນຕີ
ກະຊວງສຶກສາທິການ ທີ່ດີເລີດ.”
ທ່ານໄດ້ໂຕ້ຖຽງວ່າ ໂຄງການລິເລີ້ມການເລືອກໂຮງ
ຮຽນ ທີ່ທ່ານນາງ DeVos ສະໜັບສະໜູນ ຈະນຳມາການແຂ່ງຂັນກັນ ໃນດ້ານການ
ສຶກສາຂອງຫຼວງ ແລະ ຈະເຮັດໃຫ້ພວກນັກຮຽນ ຜູ້ທີ່ຄອບຄົວມີລາຍໄດ້ຕ່ຳ ມີໂອກາດ
ເທົ່າທຽມກັນກັບ ພວກນັກຮຽນທີ່ມາຈາກຄອບຄົວທີ່ມີຊັບສິນພຽບພ້ອມ.

ພວກນັກຮຽນມັດຖະຍົມ ຂອງເມືອງ New York ໄດ້ພາກັນຢ່າງອອກໂຮງ ເມື່ອຕອນທ່ຽງ ວັນອັງຄານວານນີ້, ໂດຍຮ້ອງໂຮວ່າ “ໂຍນ DeVos ຖີ້ມ" ເປັນການອ້າງເຖິງ ການຢັ້ງຢືນຮັບຮອງເອົາ ທ່ານນາງ Betsy DeVos ໃຫ້ເປັນລັດຖະມົນຕີ ກະຊວງສຶກສາທິການ ໃໝ່ໆ, ວັນທີ 7 ກຸມພາ 2017. (R. Taylor/VOA)

ສະມາຊິກສະພາສູງທ່ານນີ້ ກ່າວຕື່ມວ່າ “ແນວຄິດ ທີ່ວ່າ ເດັກນ້ອຍຈາກຄອບ ຄົວທີ່ມີ
ລາຍໄດ້ຕ່ຳ ຄວນມີໂອກາດທີ່ຈະໄປໂຮງຮຽນເອກກະຊົນ ໄດ້ຄືກັນກັບ ຄອບຄົວຄົນ
ຮັ່ງມີນັ້ນ ເຊິງຂ້າພະເຈົ້າເຫັນວ່າ ເປັນແນວຄິດຂອງຊາວອາເມຣິກັນໝົດທຸກຄົນ.”

ໃນເວລານັ້ນ ປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ທ່ານ Donald Trump, ຊ້າຍ, ແລະທ່ານນາງ Betsy DeVos, ຂວາ, ຕັ້ງທ່າສຳລັບການຖ່າຍຮູບ ຢູ່ທີ່ສະໂມສອນ ກອັຟ ແຫ່ງຊາດ ໃນເມືອງ Bedminster, ລັດ NewJersey
ໃນເວລານັ້ນ ປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ທ່ານ Donald Trump, ຊ້າຍ, ແລະທ່ານນາງ Betsy DeVos, ຂວາ, ຕັ້ງທ່າສຳລັບການຖ່າຍຮູບ ຢູ່ທີ່ສະໂມສອນ ກອັຟ ແຫ່ງຊາດ ໃນເມືອງ Bedminster, ລັດ NewJersey

McConnell: Slowest Cabinet Confirmation 'Since George Washington'
please wait

No media source currently available

0:00 0:00:59 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG