ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ Ryan ໄດ້ຮັບ ການສະໜັບສະໜູນ ໃຫ້ເປັນ ປະທານ ສະພາຕ່ຳ


Republicans Struggle to Elect New Leader
please wait

No media source currently available

0:00 0:01:44 0:00

ຊົມວີດີໂອ ລາຍງານ ຈາກນັກຂ່າວ ວີໂອເອ Katherine Gypson.

ສະມາຊິກ​ສະພາຕ່ຳ ສະຫະລັດ ທ່ານ Paul Ryan ປະກົດ​ວ່າ ໃກ້ ຈະ​ໄດ້ເປັນ​ປະທານ​ສະພາ​ຄົນຕໍ່ໄປຫຼັງ​ຈາກ​ໄດ້​ຮັບ​ການ​ສະໜັບ ສະໜູນ​ ຈາກ​ພວກອະ​ນຸລັກ​ນິຍົ​ມ ໃນພັກຣີພັບ​ບລີ​ກັນ ຫຼາຍໆ​ຄົນ.

ສະມາ​ຊິກ 40 ຄົນ ຂອງກຸ່ມອິດສະຫຼະພາບສະພາຕ່ຳ ຫລື House Freedom ສັງກັດ​ພັກຣີພັບ​ບລີກັນ ​ໄດ້ປະກາດ​ໃນ​ຕອນ​ແລງ​ຂອງ​ວັນ​ພຸດ​ວານ​ນີ້​ວ່າບັນດາ​ຊະມາ​ຊິກຈຳນວນ 2 ສ່ວນ 3 ຈະ​ສະໜັບສະໜູນ ​ສະມາຊິກ​ສະພາ ຈາກ​ລັດ Wisconsin ທີ່​ມີ​ອິດ​ທິພົນ​ຄົນ​ນີ້, ​ເຊິ່ງເຄີ​ຍ​ລົງ​ສະໝັກ​ເລືອກ​ຕັ້ງ​ເປັນ​ຮອງ​ປະ​ທາ​ນາ​ທິບໍດີ​ຂອງ​ທ່ານ Mitt Romney ​ໃນ​ປີ 2012.

ກຸ່ມດັ່ງກ່າວ​ໄດ້ເວົ້າໃນ​ຖະ​ແຫຼ​ງການ ​ທີ່ປະກາດກ່ຽວກັບ​ການ​ຕັດສິນ​ໃຈ​ວ່າ “ທ່ານ Paul ​ແມ່​ນຜູ້​ບຸກ​ເບີກ​ນະ​ໂຍບາຍ​ທີ່​ໄດ້​ພັດທະນາ​ການ​ປະຕິ​ຮູບ​ອະນຸລັກ​ນິຍົມ​ ເຊິ່ງຮັບ​ມື​ກັບ​ບັນຫາ​ຫຼາກ​ຫຼາຍ ​ຢ່າງ​ກວ້າງຂວາງ. ແລະ ທ່ານ​ກໍ​ໄດ້​ໃຫ້​ຄຳສັນຍາ​ທີ່​ຈະ​ເປັນ​ປະທານສະພາ​ເຊິ່ງຈະເພັ່ງເລັງ ໃສ່ໃນດ້ານແນວ​ຄິດ​ທີ່​ຈະສ້າງຄວາມກ້າວໜ້າ ໃຫ້ແກ່ຫລັກການກ່ຽວກັບ ການມີ​ລັດ​ຖະບານແບບຈຳກັດ ​ແລະ ສ້າງ​ອຳນາດ​ໃຫ້​ກັບ​ບັນດາ​ສະມາ​ຊິກ.”

“ຂ້າພະ​ເຈົ້າ​ຮູ້ສຶກ​ເປັນ​ໜີ້​ບຸນຄຸນ​ສຳລັບ​ການ​ສະໜັບ​ສະ​ໜູນ​ ​ໃນ​ການ​ລົງ​ຄະ​ແນນ​ສຽງ​ຂອງສະມາ​ຊິກ ກຸ່ມ House Freedom ຂອງ​ພັກຣີພັບ​ບລີກັນ.” ທ່ານ Ryan ​ໄດ້​ກ່າວຢູ່ໃນ​ຖະ​ແຫຼ​ງການ ​ໂດຍ​ເອີ້ນ​ມັນ​ວ່າ “​ເປັນ​ບາດ​ກ້າວ​ໃນທາງບວກໄປສູ່ຄວາມ ເປັນເອກະພາບຂອງ​ພັກຣີພັບ​ບລີ​ກັນ​.”

​ເຖິງ​ແມ່ນ​ວ່າ​ມັນ​ບໍ່​ແມ່ນ​ການ​ຮັບຮອງ​ຢ່າງ​ເປັນ​ທາງ​ການ​ກໍ​ຕາມ, ການ​ຕັດສິນ​ໃຈ ​ໂດຍສະ ມາ​ຊິກສ່ວນ​ໃຫຍ່ ຂອງກຸ່ມ House Freedom ​ເພື່ອ​ໜູນ​ຫຼັງ​ທ່ານ Ryan ​ໄດ້​ສະ​ເໜີໃຫ້ ເຫັນ​ວ່າ​ສະພາ ​ພັກຣີພັບ​ບລີ​ກັນ ​ແມ່ນ​ພ້ອມ​ແລ້ວ​ທີ່​ຈະ​ຜ່ານ​ຜ່າ​ຄວາມ​ສັບສົນ ​ທີ່​ໄດ້​ເກີດ​ຂຶ້ນ​ເ​ມື່ອ​ປະທານສະພາຕ່ຳ John Boehner ​ໄດ້​ຂໍ​ລາ​ອອກຈາກ​ຕຳແໜ່​ງ​ໃນ​ຕົ້ນເດືອນນີ້ ພາຍ​ໃຕ້​ຄວາມ​ກົດ​ດັນ​ຂອງ​ພວກ​ອະນຸລັກ​ນິຍົມ​ຈັດ ທີ່​ໄດ້ ຖືກ​ກ່າວ​ຫາທ່ານ​ວ່າ ມີ​ຄວາມ​ເຕັມ​ໃຈ​ໃນ​ການ​ປະນີປະນອມ​ກັບ​ພັກເດໂມແຄຣັດ ຫຼາຍ​ໂພດ.

ທ່ານ Boehner ​ໄດ້​ປະ​ເຊີນ​ໜ້າ​ກັບ​ບັນຫາ ການ​ທ້າທາຍ ​ແລະ ການ​ຂັດ​ແຍ້​ງກັບ​ສະມາ ຊິກອະນຸລັກນິຍົມຈັດ ​ຫຼາຍ​ຄັ້ງ​ມາແລ້ວໃນ​ໄລຍະ 5 ປີ​ ທີ່​ຜ່ານ​ມາ ​ຕັ້ງ​ແຕ່​ພັກຣີພັບ​ບລີ​ກັນ​ ​ໄດ້​ເຂົ້າ​ຄວາມ​ຄຸ​ມສະພາ​ຕ່ຳ ເຊິ່ງ ເກືອບ​ບໍ່​ສາມາ​ດ​ຫຼີກ​ລ່ຽງການ ໃນການບໍ່​ຊຳລະ​ໜີ້​ສິ້ນ ຂອງຊາດ​ ເມື່ອ​ປີ 2011 ​ແລະ ກະ​ຕຸ້ນໃຫ້ມີ​ການ​ປິດ​ລັດຖະບານ​ໃນ​ປີ 2013.

XS
SM
MD
LG