ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ໂອບາມາ ສະເໜີຊື່ ຜູ້ເຂົ້າຮັບ ຕຳແໜ່ງ ໃນສານສູງສຸດ ຂອງ ປະເທດ


Partisan Battle Greets Obama's Supreme Court Pick
please wait

No media source currently available

0:00 0:02:37 0:00

ຊົມວິດີໂອ ກ່ຽວກັບ ຂ່າວນີ້

ຜູ້ຖືກສະເໜີຊື່ເຂົ້າຮັບຕຳແໜ່ງໃນສານສູງສຸດຂອງປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ, ຜູ້ພິພາກສາສານອຸທອນລັດຖະ ບານກາງ ທ່ານ Merrick Garland, ໃນທັນທີທັນໃດໄດ້ກາຍເປັນ ຈຸດ​ເພັ່ງ​ເລັງ ​ໃນການຕໍ່ສູ້ຂອງ​ພັກ​ການ​ເມືອງ ໃນສະພາສູງເຊິ່ງ ຄວບຄຸມໂດຍພັກຣີພັບບລີກັນ, ບ່ອນທີ່ການພິຈາລະນາ ຮັບ​ເອົາ​ການ​ແຕ່ງຂອງທ່ານ, ​ທີ່​ມີ​ໂອກາດ​ໜ້ອຍ​ຈະ​ໄດ້ຮັບການຢືນຢັນ ​ແມ່ນ​ຍັງ​ເປັນຄຳຖາມຢູ່. ດັ່ງທີ່ນັກຂ່າວວີໂອເອ Michael Bowman ລາຍງານ, ບັນດາສະມາຊິກພັກຣີພັບບລີກັນ ໄດ້ສືບຕໍ່ ໂຕ້ຖຽງວ່າປະທານາທິບໍດີຄົນຕໍ່ໄປ ຜູ້ທີ່ຈະໄດ້ຖືກຮັບເລືອກໃນ ທ້າຍປີນີ້ ຄວນເປັນຜູ້ເລືອກ ​ເອົາຜູ້ພິພາກສາ ສືບທອດຕຳ​ແໜ່​ງຕໍ່​ຈາກທ່ານ Antonin Scalia ທີ່ໄດ້ເສຍຊີວິດເມື່ອເດືອນທີ່ຜ່ານມາ. ພຸດທະ​ສອນ​ມີ​ລາຍ​ລະອຽດ​ກ່ຽວ​ກັບ ​ເລື້ອງນີ້ ມາສະ​ເໜີ​ທ່ານ.

ຄວາມສົງໄສທີ່ມີມາຫຼາຍສັບປະດາ ໄດ້ສິ້ນສຸດລົງໃນວັນພຸດວານນີ້ ​ເວລາທ່ານປະທານາ ທິບໍດີ ໄດ້ສະເໜີແຕ່ງຕັ້ງ ຫົວໜ້າສານອຸທອນເຂດນະຄອນຫຼວງວໍຊິງຕັນ ທ່ານ Merrick Garland ໃຫ້​ເຂົ້າຮັບ​ຕຳ​ແໜ່​ງ​ເປັນ​ຜູ້​ພິພາກສາສານສູງສຸດຂອງປະເທດ.

ປະທານາທິບໍດີ ບາຣັກ ໂອບາມາ ກ່າວວ່າ “ຂ້າພະເຈົ້າໄດ້ສະເໜີຊື່ຜູ້ທີ່ໄດ້ຖືກຮັບຮູ້ຢ່າງ ກວ້າງຂວາງ ບໍ່ພຽງແຕ່​ເປັນຜູ້ທີ່ມີແນວຄິດແຫຼມຄົມສຸດ​ທ້າງ​ດ້ານ​ກົດ​ໝາຍຂອງ ອາເມຣິກາ ເທົ່ານັ້ນ, ແຕ່ຍັງ​ເປັນບຸກ​ຄົນທີ່ນຳ ​ເອົາຈິດ​ໃຈຂອງ​ການ​ມີກິລິຍາມາລະຍາດທີ່​ສຸພາບ, ນ້ອມ​ນ້ອມຖ່ອມຕົວ, ມີຄວາມຊື່ສັດ, ມີຄວາມຍຸຕິ​ທຳ ແລະ ຄວາມດີເລີດ​ມາສູ່ວຽກງານຂອງ ທ່ານ.”

ທ່ານ Merrick Garland ຜູ້ຖືກສະເໜີຊື່ເຂົ້າຮັບຕຳແໜ່ງໃນສານສູງສຸດກ່າວວ່າ “ນີ້ແມ່ນກຽດ ທີ່ໃຫຍ່ທີ່ສຸດ ໃນຊີວິດຂອງຂ້າພະເຈົ້າ, ນອກຈາກການທີ່ນາງ Lynn ໄດ້ຕົກລົງແຕ່ງງານ ກັບຂ້າພະເຈົ້າເມື່ອ 23 ປີທີ່ຜ່ານມາ.”

ທ່ານ Garland ທີ່ຖືກພິຈາລະນາວ່າ ເປັນບຸກຄົນ​ທີ່​ມີ​ນະ​ໂຍບາຍ​ເປັນ ກາງ​ໃນ​ດ້ານ​ຍຸຕິ​ທຳນັ້ນ, ໄດ້ປະຕິບັດໜ້າທີ່ເປັນຜູ້ພິພາກສາໃຫ້ກັບລັດ ຖະບານກາງເປັນເວລາເກືອບ 2 ທົດສະວັດ​ແລ້ວ.

ທ່ານ Garland ກ່າວວ່າ “ຄວາມຊື່ສັດຕໍ່ລັດຖະທຳມະນູນ ແລະ ກົດໝາຍ ໄດ້ເປັນຮາກຖານ ທີ່ສຳຄັນໃຫ້ກັບອາຊີບໃນຊີວິດຂອງຂ້າພະເຈົ້າ ແລະ ມັນແມ່ນປະເພດຂອງຜູ້ພິພາກສາທີ່ມີ ມາດຕະຖານສູງ ເຊິ່ງຂ້າພະເຈົ້າໄດ້ພະຍາຍາມທີ່ຈະເປັນໃນ​ໄລຍະ 18 ປີທີ່ຜ່ານມາ. ໃຫ້ ບັນດາທ່ານເຊື່ອວ່າ ພວກ​ທ່ານ​ຈະ​ໄດ້​ຮັບຄວາມເປັນທຳ ໃນສານຂອງພວກເຮົາໂດຍບໍ່ມີ ຄວາມລຳອຽງ ຫຼື ​ເຂົ້າຂ້າງ​ພັກ​ໃດ​ພັກ​ນຶ່ງ ເຊິ່ງແມ່ນສິ່ງທີ່ໄດ້ຈຳແນກຄວາມແຕກຕ່າງຂອງ ປະເທດນີ້ຈາກບ່ອນອື່ນໆ."

ທ່ານ ໂອບາມາ ກ່າວວ່າ “ຂ້າພະເຈົ້າພຽງ​ແຕ່ຂໍໃຫ້ສະມາຊິກພັກຣິພັບ ບລີກັນ ​ໃນ​ສະພາ​ສູງ ພິຈາລະນາທ່ານຢ່າງມີຄວາມເປັນທຳກໍ​ພໍ.”

ຜູ້ນຳສຽງສ່ວນຫຼາຍ​ໃນສະພາສູງ ໄດ້ໃຫ້ຄຳຕອບໂດຍທັນທີ.

ທ່ານ Mitch McConnell ທີ່​ສັງກັດພັກຣີພັບບລີກັນ ກ່າວວ່າ “ທັດສະນະຂອງພວກເຮົາ ແມ່ນແນວນີ້ ໃຫ້ປະຊາຊົນໄດ້ອອກສຽງໃນການ​ແຕ່ງຕັ້ງຕຳແໜ່ງທີ່ຫວ່າງລົງນີ້.”

ສະມາຊິກພັກຣີພັບບລີກັນ ສ່ວນຫຼາຍໄດ້ກ່າວຢ້ຳໃນການປະຕິເສດທີ່ຈະພິຈາລະນາ ຜູ້ຖືກ ສະເໜີຊື່ຄົນໃດໆທີ່ທ່ານ ໂອບາມາ ໄດ້ສະເໜີ ມາ, ສຳລັບປີສຸດທ້າຍຂອງການດຳລົງຕຳ ແໜ່ງປະທານາທິບໍດີຂອງທ່ານນີ້.

ທ່ານ Mitch McConnell ໄດ້ກ່າວວ່າ “ສະພາສູງຈະ​ເວົ້າ​ເຖິງບັນຫານີ້ຢ່າງເໝາະສົມອີກ ຄັ້ງໜຶ່ງ ເມື່ອພວກເຂົາເຈົ້າພິຈາລະນາຄຸນ​ນະ​ວຸດ​ທິ ຂອງຜູ້ຖືກສະເໜີຊື່ໂດຍປະທານາ ທິບໍດີຄົນຕໍ່ໄປ, ບໍ່ວ່າຈະເປັນໃຜກໍຕາມ.”

ແຕ່ແນວໃດກໍຕາມ, ບັນດາສະມາຊິກພັກເດໂມແຄຣັດ ກໍຍັງສືບຕໍ່ກົດດັນສະມາຊິກພັກຣີ ພັບບລີກັນຢູ່.

ສະມາຊິກສະພາສູງພັກເດໂມແຄຣັດ ທ່ານ Harry Reid ກ່າວວ່າ “ຂ້າພະເຈົ້າຫວັງວ່າ ພວກ ເຂົາເຈົ້າຈະເຮັດພັນທະຕາມລັດຖະທຳມະນູນຂອງພວກເຂົາເຈົ້າ ແລະ ຈັດການປະຊຸມ, ພິຈາລະນາ ແລະ ລົງຄະແນນສຽງສຳລັບຜູ້ທີ່ປະທານາທິບໍດີ ໂອບາມາ ສະເໜີຊື່ແຕ່ງ ຕັ້ງນັ້ນ.”

ບັນດານັກວິເຄາະທາງດ້ານກົດໝາຍກ່າວວ່າ ທ່ານ Garland ຈະບໍ່ເຮັດໃຫ້ຜູ້ສະໜັບສະໜູນ ຫົວ​ເສລີຂອງທ່ານ ໂອບາມາ ມີຄວາມຕື່ນເຕັ້ນ, ແຕ່ມັນແມ່ນທາງເລືອກຍຸດທະສາດທີ່ແຂງ ແຮງໃຫ້ແກ່ 2 ພັກການເມືອງທີ່ມີ​ການແບ່ງແຍກກັນໃນນະຄອນຫຼວງ ວໍຊິງຕັນນັ້ນ.

ທ່ານນາງ Michele Jawando ຈາກສູນກາງເພື່ອຄວາມກ້າວໜ້າ ອາເມຣິກັນ ກ່າວວ່າ “ເມື່ອ ທ່ານກຳລັງປະເຊີນໜ້າກັບສະຖານະການແນວນັ້ນ, ມັນມີຄວາມສຳຄັນຫຼາຍທີ່ຈະມີໃຜ ຄົນໜຶ່ງ ທີ່ເປັນຜູ້ຖືກສະເໜີຊື່ຕາມຄວາມຄິດເຫັນຂອງຄົນສ່ວນໃຫຍ່. ລາວບໍ່ແມ່ນຜູ້ທີ່ ສ້າງ​ຄວາມ ປະຫລາດ​ໃຈ​ໃຫ້​ແກ່​ພວກ​ທີ່​ມີ​ອາຊີບໃນດ້ານກົດໝາຍ.”

ພັກການເມືອງຝ່າຍຄ້ານ ໄດ້ຫາທາງທີ່ຈະທຳລາຍການສະເໜີຊື່​ເຂົ້າຮັບຕຳແໜ່ງ ໃນສານ​ສູງ​ສຸດຂອງປະທານາທິບໍດີ ມາເປັນເວລາດົນນານແລ້ວ.

ທ່ານ Garland ແມ່ນຄາດວ່າຈະເດີນທາງໄປລັດຖະສະພາໃນສອງສາມມື້ນີ້. ແຕ່ວ່າສະມາ ຊິກສະພາສູງພັກຣີພັບບລີກັນ ສ່ວນຫຼາຍໄດ້ປະຕິເສດ​ແມ່ນ​ແຕ່ທີ່ຈະໄປພົບປະກັບທ່ານ.

XS
SM
MD
LG