ລິ້ງ ສຳຫລັບເຂົ້າຫາ

ເກີດການແຕກແຍກ ຫຼັງປຶກສາຫາລື ໃນການສ້າງເຂື່ອນ ດອນສະຫົງ ຂອງລາວ


ພວກນັກເຄື່ອນໄຫວຈາກອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບລັດຖະບານ ໃນກຳປູເຈຍ ນຳເອົາຮູບປາຂ່າ (ຊ້າຍ) ແລະປາຊະນິດອື່ນໆ ທີ່ຈະໄດ້ຮັບຜົນກະທົບ ມາສະແດງໃຫ້ເບິ່ງ ໃນລະຫວ່າງ ການປະທ້ວງ ຕໍ່ຕ້ານການສ້າງເຂື່ອນ ດອນສະຫົງ ທີ່ນະຄອນຫຼວງ ພະນົມເປັນ ປະເທດກຳປູເຈຍ.

ພວກນັກເຄື່ອນໄຫວຈາກອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບລັດຖະບານ ໃນກຳປູເຈຍ ນຳເອົາຮູບປາຂ່າ (ຊ້າຍ) ແລະປາຊະນິດອື່ນໆ ທີ່ຈະໄດ້ຮັບຜົນກະທົບ ມາສະແດງໃຫ້ເບິ່ງ ໃນລະຫວ່າງ ການປະທ້ວງ ຕໍ່ຕ້ານການສ້າງເຂື່ອນ ດອນສະຫົງ ທີ່ນະຄອນຫຼວງ ພະນົມເປັນ ປະເທດກຳປູເຈຍ.

ກອງປະຊຸມເປັນເວລາ 2 ມື້ຢູ່ ສປປ ລາວ ກ່ຽວກັບການສ້າງເຂື່ອນ
ດອນສະຫົງທີ່ມີຄວາມແຮງ 260 ເມກາວັດ ໃນເຂດລຸ່ມແມ່ນ້ຳຂອງ
ນັ້ນ ໄດ້ເຮັດໃຫ້ພວກເຈົ້າໜ້າທີ່ ແລະປະຊາຄົມສະພາບແວດລ້ອມ
ມີຄວາມ​ແຕກ​ແຍກກັນຢ່າງເລິກເຊິ່ງ. Ron Corben ຜູ້ສື່ຂ່າວວີໂອ
ເອ ລາຍງານມາຈາກບາງກອກວ່າ ລັດຖະບານລາວ ຍັງສືບຕໍ່ຕົກ
ລົງໃຈທີ່ຈະດຳເນີນການຕໍ່ໄປກ່ຽວກັບໂຄງການດັ່ງກ່າວໂດຍບໍ່ໃຫ້
ຄວາມສຳຄັນໃດໆຕໍ່ຄວາມວິຕົກກັງວົນຕ່າງໆທັງໆທີ່ມີຄວາມຢ້ານ
ກົວວ່າໂຄງການສ້າງເຂື່ອນນີ້ຈະມີຜົນກະທົບຕໍ່ເຂດສາມຫຼ່ຽມປາກ
ແມ່ນ້ຳຂອງ ດັ່ງໄພສານຈະນຳເອົາລາຍລະອຽດມາສະເໜີທ່ານໃນ
ອັນດັບຕໍ່ໄປ.

ຟັງລາຍງານກ່ຽວກັບເລື້ອງນີ້ ເປັນພາສາອັງກິດຊ້າໆ ເພື່ອຮຽນພາສາ:

ແຜນການ ສ້າງເຂື່ອນໄຟຟ້າພະລັງນ້ຳ ດອນສະຫົງ ທີ່ມີຄວາມ
ແຮງ 260 ເມກາວັດ ຢູ່ແຂວງຈຳປາສັກ ໃນພາກໃຕ້ຂອງລາວແມ່ນນຶ່ງໃນຈຳນວນທັງໝົດ 9 ເຂື່ອນ ທີ່ຈະສ້າງໃສ່ລຳແມ່ນ້ຳຂອງຢູ່ໃນລາວ ໃກ້ໆຊາຍແດນລາວ-ໄທ.

ລາວແມ່ນກາງຕໍ່ຢ່າງໃຫຍ່ຫຼວງ ນຳລາຍຮັບຈາກໂຄງການເຂື່ອນໄຟຟ້າພະລັງນ້ຳປະມານ
10 ແຫ່ງ ຊຶ່ງສ່ວນໃຫຍ່ແລ້ວແມ່ນສ້າງໃສ່ສາຂາຕ່າງໆຂອງແມ່ນ້ຳຂອງ ໃນຊຸມປີ 1990 ຢູ່ ພາຍໃນລາວເອງ. ເຂື່ອນເຫຼົ່ານີ້ຜະລິດກະແສໄຟຟ້າໄດ້ປະມານ 2000 ເມກາວັດ ສຳຫຼັບ ໃຊ້ຢູ່ພາຍໃນປະເທດ ແລະສົ່ງອອກໄປຂາຍໃຫ້ແກ່ປະເທດໄທ.

ແຕ່ການກໍ່ສ້າງເຂື່ອນໃໝ່ຂະໜາດໃຫຍ່ 2 ແຫ່ງ ໄດ້ກາຍເປັນບັນຫາຖົກຖຽງໂຕ້ແຍ້ງ. ນຶ່ງ ໃນນັ້ນກໍຄືເຂື່ອນໄຊຍະບູລີມູນຄ່າ 3 ພັນ 800 ລ້ານໂດລາຢູ່ໃນພາກເໜືອຂອງລາວແລະ ເຂື່ອນດອນສະຫົງ ມູນຄ່າ 600 ລ້ານໂດລາ ທີ່ມີໂຄງການກໍ່ສ້າງໃສ່ນ້ຳຕົກ ໃນເຂດສີ່ພັນ ດອນ ແຂວງຈຳປາສັກທາງພາກໃຕ້ຂອງລາວ. ທັງ​ສອງ​ໂຄງການ​ນີ້ໄດ້ຖືກ​ກວດ​ສອບຢ່າງ ລະອຽດຖີ່ຖ້ວນ ຈາກກຸ່ມປົກປ້ອງສະພາບແວດລ້ອມທີ່ມີຄວາມວິຕົກກັງວົນຢ້ານວ່າ ຈະມີ ຜົນກະທົບຕໍ່ການຂຶ້ນລ່ອງຂອງປາແລະການໄຫລຂອງກະແສນ້ຳ.

ທ່ານວິຣະພົນ ວິຣະວົງ ຮອງລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ ຂອງລາວ ກ່າວວ່າ ລັດຖະບານແມ່ນມີຄວາມໝາຍໝັ້ນ ຕໍ່ອັນທີ່ທ່ານເອີ້ນວ່າ ການພັດທະນາໄຟຟ້າພະລັງນ້ຳ ທີ່ສະອາດແລະໃຊ້ຄືນໃໝ່ໄດ້ ເຖິງແມ່ນມີການຕຳໜິຕິຕຽນກໍຕາມ.

ເພື່ອຊັ່ງຊາເບິ່ງຜົນກະທົບຂອງເຂື່ອນດັ່ງກ່າວນີ້ ຄະນະກຳມາທິການແມ່ນ້ຳຂອງສາກົນຫຼື MRC ຊຶ່ງເປັນອົງການຈັດຕັ້ງລະຫວ່າງລັດຖະບານນັ້ນ ໃນສັບປະດາແລ້ວນີ້ ໄດ້ຈັດ​ກອງ​ປະຊຸມປຶກສາຫາລືກັບ​ສາທາລະນະ​ຊົນເພື່ອຕີລາຄາເບິ່ງຜົນກະທົບຂອງໂຄງການທັງສອງ.
ແຕ່ທ່ານ Robert Mather ຫົວໜ້າປະຈຳເຂດເອເຊຍຕາເວັນອອກສຽງໃຕ້ ຂອງສະຫະ ພັນນາໆຊາດເພື່ອອະນຸລັກທຳມະຊາດຫລື IUCN ກ່າວວ່າ ມີຄຳຖາມຢ່າງຈິງຈັງກ່ຽວກັບ
ວ່າ ການຈັດຂັ້ນຕອນຂອງການຊັ່ງຊານີ້ຂຶ້ນ ມັນກຸ້ມຄ່າຫລືບໍ່?

“ມີຢູ່ 3 ບັນຫາໃຫຍ່ໆດ້ວຍກັນ ຄືເວລາໃນການດຳເນີນຂັ້ນຕອນນີ້ ສອງມາ ກໍ ແມ່ນການຂາດຄວາມຈະແຈ້ງ ກ່ຽວກັບວ່າ ແມ່ນຫຍັງແທ້ ຄືຂີດຈຳກັດຂອງຂັ້ນ ຕອນອັນແທ້ຈິງ ແລະການຂາດການສົນທະນາຫາລື ກ່ຽວກັບ ການຊັ່ງຊາຕີລາ
ຄາ ໃນເລື້ອງຜົນກະທົບດ້ານສະພາບແວດລ້ອມຂ້າມຊາຍແດນ ທີ່ແທ້ຈິງໃດໆ ດັ່ງນັ້ນຂ້າພະເຈົ້າຈຶ່ງບໍ່ຄິດວ່າພວກທ່ານສາມາດຄາດຫວັງວ່າຂັ້ນຕອນນີ້ຈະໃຫ້ ຜົນທີ່ມີຄວາມໝາຍຢ່າງແທ້ຈິງໃດໆເລີຍ.”

ຂັ້ນຕອນຂອງການປຶກສາຫາລື ກ່ຽວກັບໂຄງການດອນສະຫົງນີ້ ຈະໃຊ້ເວລາແຕ່ ພຽງ 6 ເດືອນເທົ່ານັ້ນ. ລັດຖະບານລາວມອງເຫັນວ່າ ການປະຊຸມກັນແມ່ນຊ່ອງທາງນຶ່ງເພື່ອໃຫ້ ຄວາມກະຈ່າງແຈ້ງແກ່ບັນຫາຕ່າງໆ ໃນຂົງເຂດວຽກງານການກໍ່ສ້າງເຂື່ອນ. ແຕ່ພວກຕຳ ໜິຕິຕຽນເວົ້າວ່າ ການສົນທະນາຫາລືຄວນຍົກເອົາບັນຫາທີ່ຈະນຳໄປສູ່ການຢຸດເຊົາໂຄງ ການດັ່ງກ່າວ ຂຶ້ນມາໂອ້ລົມກັນ. ບັນດາກຸ່ມປົກປ້ອງສະພາບແວດລ້ອມ ຮວມທັງກອງທຶນ ອະນຸລັກທຳມະຊາດຂອງໂລກຫຼື WWF ອົງການແມ່ນນ້ຳສາກົນ ທີ່ມີສຳນັກງານຢູ່ສະຫະ ລັດແລະອົງການຟື້ນຟູລະບົບນິເວດ​ໃນເຂດພູມີພາກລຸ່ມແມ່ນ້ຳຂອງຫຼື TERRA ກ່າວວ່າ ເຂື່ອນດອນສະຫົງຈະລົບກວນການອົບພະຍົບຂຶ້ນລ່ອງຂອງປາແລະຈະມີຜົນກະທົບຕໍ່ປະ ຊາຄົມຕ່າງໆໃນເຂດທ້ອງຖິ່ນ.

ທ່ານນາງເປຣມຣືດີ ດາວເຣືອງເວົ້າວ່າ ການປຶກສາຫາລືດັ່ງກ່າວນີ້ບໍ່ໄດ້ແກ້ໄຂບັນຫາເຫຼົ່າ ນີ້ໂດຍສະເພາະຍ້ອນວ່າມີປະຊາຄົມທີ່ກາງຕໍ່ອາໄສນ້ຳໃນການດຳລົງຊີວິດຂອງພວກເຂົາ ເຈົ້າພຽງບໍ່ເທົ່າໃດ​ປະຊາ​ຄົມທີ່ໄດ້ເຂົ້າຮ່ວມໃນຂັ້ນຕອນນີ້.

“ສິ່ງທີ່ພວກເຮົາສືບຕໍ່ຮຽກຮ້ອງ ກໍຄືວ່າ ໃຫ້ອົງການ MRC ເອງ ພ້ອມດ້ວຍແຜນ ການຂອງຕົນ ຕ້ອງໄດ້ຮວມເອົາປະຊາຊົນທ້ອງຖິ່ນເຂົ້ານຳ ພວກທ່ານບໍ່ສາມາດ ດຳເນີນການຕໍ່ໄປກ່ຽວກັບໂຄງການ ຫຼື​ໃຊ້ເວທີທີ່ອະນຸຍາດໃຫ້ ແຕ່ອັນທີ່ເອີ້ນວ່າ ພວກສ້າງເຂື່ອນເທົ່ານັ້ນ ເຂົ້າຮ່ວມ.”

ໃນອະນຸພາກພື້ນລຸ່ມແມ່ນ້ຳຂອງ ມີປະຊາຊົນຫຼາຍເຖິງ 60 ລ້ານຄົນ ກາງຕໍ່ປາແລະການ ໄຫລຢ່າງເສລີຂອງກະແສນ້ຳ ໃນຂະນະທີ່ການຂຶ້ນແລະການລົງຂອງນ້ຳ ແມ່ນຈຳເປັນຕໍ່​ການເຮັດໃຫ້ດິນອຸດົມສົມບູນສຳຫລັບການປູກຝັງໂດຍສະເພາະແລ້ວແມ່ນການປູກເຂົ້າ.

ຫວຽດນາມຊຶ່ງຢູ່ທາງລຸ່ມຂອງເຂື່ອນໄດ້ສະແດງຄວາມຕື່ນຕົກໃຈກ່ຽວກັບຜົນກະທົບຂອງ ເຂື່ອນດອນສະຫົງທີ່ຈະມີຕໍ່ເຂດສາມຫຼ່ຽມປາກແມ່ນ້ຳຂອງຊຶ່ງເປັນຖ້ວຍເຂົ້າຂອງປະເທດ ແລະບ່ອນທຳມາຫາກິນຂອງປະຊາຊົນ 20 ລ້ານຄົນ. ຫວຽດນາມກ່າວວ່າ ເຂື່ອນດັ່ງກ່າວ
ນີ້ ຈະເຮັດໃຫ້ມີນ້ຳເຄັມໄຫລເຂົ້າມາເພີ້ມຂຶ້ນໃນບໍລິເວນປາກແມ່ນ້ຳຂອງ ແລະມີການກັດ
ເຊາະດິນຫຼາຍຂຶ້ນ. ໂຄສົກຄົນນຶ່ງຂອງອົງການ MRC ກ່າວຕໍ່ວີໂອເອວ່າ ການປຶກສາຫາ ລືລະດັບ​ຊາດ​ໃນ​ທຳນອງ​ດຽວ​ກັນກັບ​ທີ່​ໄດ້​ຈັດ​ຂຶ້ນ​ຢູ່​ລາວ ​ໃນ​ອາທິດ​ແລ້ວ​ນີ້ ມີກຳນົດທີ່ຈະ ຈັດຂຶ້ນຢູ່ຫວຽດນາມ ໄທ ແລະກຳປູເຈຍກ່ອນທີ່ຈະມີການຕັດສິນໃຈຂັ້ນສຸດທ້າຍກ່ຽວກັບ ໂຄງການນີ້.

ຄວາມເຫັນຂອງທ່ານ

ສະແດງຄວາມເຫັນໃຫ້ເບິ່ງ

XS
SM
MD
LG