ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແມ່ຍິງ ອອສເຕຣເລຍ ຖືກປ່ອຍຈາກຄຸກ ອິນ​ໂດ​ເນ​ເຊຍ ແບບຝາກໂທດໄວ້ (ວີດີໂອ)


ນາງ Schapelle Corby ຖືກຕຳຫຼວດ ນຳໂຕອອກຈາກ ຫ້ອງການ
ໄອຍະການ ທີ່ເມືອງ Denpasar, ເທິງເກາະຕາກອາກາດ ບາຫຼີ ,
ວັນທີ 10 ກຸມພາ, 2014.
ນາງ Schapelle Corby ຖືກຕຳຫຼວດ ນຳໂຕອອກຈາກ ຫ້ອງການ ໄອຍະການ ທີ່ເມືອງ Denpasar, ເທິງເກາະຕາກອາກາດ ບາຫຼີ , ວັນທີ 10 ກຸມພາ, 2014.
ແມ່ຍິງ​ອອສ​ເຕຣ​ເລຍ​ຄົນ​ນຶ່ງ ​ທີ່​ຖືກ​ຕັດສິນ​ວ່າ​ ມີ​ຄວາມ​ຜິດ​ໃນ​ຂໍ້
​ຫາລັກລອບ​ຄ້າຂາຍ​ຢາ​ເສບ​ຕິດ ​ໄດ້​ຖືກ​ປ່ອຍ​ອອກ​ຈາກ​ຄຸກ​ອິນ
ໂດ​ເນ​ເຊຍແບບ​ຝາກ​ໂທດ​ໄວ້​ໃນ​ຖານ​ມີ​ຄວາມ​ປະພຶດ​ດີຫຼັງຈາກ
​ຜູ້ກ່ຽວ​ຮັບ​ໃຊ້ໂທດໃນ​ຄຸກ​ມາ​ດົນ​ກວ່າ 9 ປີ.

ນາງ Schapelle Corby ບໍ່​ໄດ້ເວົ້າ​ຫຍັງອອກ​ມາ ​ໃນ​ວັນ​ຈັນມື້
​ນີ້​ໃນ​ຂະນະ​ທີ່​ນາງ​ຟ້າວ​ຍ່າງ​ກາຍ​ພວກນັກ​ຂ່າວຢູ່​ຂ້າງ​ນອກ​ຄຸກ
Kerobokan ​ເທິງ​ເກາະ​ບາ​ຫຼີ ສະຖານ​ທີ່​ຕາກ​ອາກາດ​ຂອງ​ອິນ​
ໂດ​ເນ​ເຊຍ​ນັ້ນ.

ທ່ານ Amir Syamsuddin ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​ອິນ​ໂດ
​ເນ​ເຊຍ ກ່າວ​ຕໍ່ບັນດາ​ນັກ​ຂ່າວ​ໃນ​ວັນ​ສຸກ​ແລ້ວ​ນີ້​ວ່າ ນາງ Corby ​ແມ່ນຮວມ​ຢູ່​ໃນ​ພວກ​ຄົນ​ໂທດ​ຈຸ​ນຶ່ງ ທີ່​ໄດ້​ສານ​ໄດ້​ອະນຸມັດ​ໃຫ້​ຝາກ​ໂທດ ​ຕາມ​ຄຳຮ້ອງ​ຂໍ ເພາະວ່ານາງ​ໄດ້​ຮັບໃຊ້​
ໂທດພຽງພໍ ​ຕາມ​ກຳນົດ​ທີ່​ບົ່ງ​ໄວ້​ໃນ​ກົດໝາຍ​ນັ້ນ.

ນາງ Corby ຖືກ​ຕັດສິນໂທດຈຳ​ຄຸກ​ເປັນ​ເວລາ 20 ປີ ​ໃນ​ປີ 2005 ​ໃນ​ຖານ ມີຄວາມຜິດ
​ໃນ​ຂໍ້​ຫາພະຍາ​ຍາມ​ລັກລອບ​ເອົາ​ກັນ​ຊາ 4 ກິໂລ ​ເຂົ້າໄປໃນ​ເກາະບາ​ຫຼີ. ການ​ລັກລອບຄ້າ​
ຢາ​ເສບ​ຕິດ​ແມ່ນ​ມີ​ໂທດ​ເຖິງ​ຕາຍ​ໄດ້​ໃນ​ອິນ​ໂດ​ເນ​ເຊຍ.

​ເງື່ອນ​ໄຂໃນ​ການ​ຝາກ​ໂທດ​ຂອງ​ນາງ​ Corby ​ບັງຄັບ​ໃຫ້​ນາງຕ້ອງ​ຢູ່​ເທິງ​ເກາະ​ບາ​ຫຼີ ຕໍ່ໄປ​
ຈົນ​ຮອດ​ປີ 2017. ນາງ​ວາງ​ແຜນ​ຈະ​ອາ​ໄສ​ຢູ່​ນຳ​ເອື້ອຍ​ຂອງນາງ​ທີ່​ມີ​ບ້ານ​ເຮືອນ​ຢູ່ເທິງ​
ເກາະ​ດັ່ງກ່າວ.

Indonesia-Australia Drugs
please wait

No media source currently available

0:00 0:00:57 0:00
XS
SM
MD
LG