ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພັກທ່ານ​ນາງ Park ປະ​ເຊີນກັບ ການທົດສອບ ​ທີ່ສຳຄັນ​ ໃນການເລືອກຕັ້ງ ທ້ອງຖິ່ນ (ວີດີໂອ)


Sokor Elections VOSOT
please wait
Embed

No media source currently available

0:00 0:01:44 0:00
ພັກນິຍົມ​ແນວທາງ​ເດີ​ມຂອງປະທານາທິບໍດີ​ເກົາຫຼີ​ໃຕ້ ທ່ານ​ນາງ
Park Geun-hye ​ກຳ​ລັງ​ປະ​ເຊີນກັບ​ການແຂ່ງຂັນ​ຄັ້ງ​ສຳຄັນ​
ໃນ​ວັນ​ພຸດ​ມື້​ນີ້ ​ໃນການ​ເລືອກ​ຕັ້ງ​ທ້ອງ​ຖິ່ນ ທີ່​ມີ​ຂຶ້ນທ່າມກາງ
ການ​ໂຮ່ຮ້ອງ​ຂອງ​ປະຊາຊົນ ກ່ຽວກັບການຮັບມື​ຂອງລັດຖະບານ
​ໃນເຫດເຮືອຫຼົ້ມທີ່ຮ້າຍ​ແຮງ​ເຖິງຕາຍ​ນັ້ນ.

ຄະແນນນິຍົມຂອງປະທານາທິບໍດີ​ Park ​ໄດ້​ຕົກຮວບລົງຢ່າງ
ຫຼວງຫລາຍ ນັບ​ຕັ້ງ​ແຕ່ເຫດເຮືອ Sewol ຫຼົ້ມ ເມື່ອ​ວັນ​ທີ 16 ​
ເມສາ​ຜ່ານ​ມາ​ນີ້ ທີ່​ໄດ້​ສັງຫານ 300 ​ຄົນ ຊຶ່ງ​ສ່ວນ​ໃຫຍ່​ແມ່ນ​ນັກ
ຮຽນ​ມັດທະຍົມ ທີ່​ພາ​ໃຫ້​ປະຊາຊົນ​ໂກດ​ແຄ້ນນັ້ນ.

ທ່ານ​ນາງ Park ​ໄດ້​ກ່າວ​ຂໍ​ຂະ​ມາ​ໂທດ​ຊ້ຳແລ້ວຊ້ຳອີກ ຕໍ່​ໄພພິບັດ​ຄັ້ງ​ນີ້ ​ແຕ່ມີ​ຫຼາຍໆ​ຄົນ​ຍັງ​ຄຽດ​ແຄ້ນ​ຢູ່ ​ໃນ​ອັນ​ທີ່​ພວກ​ເຂົາ​ເຈົ້າ​ເຫັນ​ວ່າ ​ການບໍ່ມີມາດຕະຖານ​ດ້ານຄວາ​ມ
ປອດ​ໄພ ​ໄດ້​ນຳ​ໄປ​ສູ່​ການເກີດໄພພິບັດໃນ​ຄັ້ງ​ນີ້ ​ພ້ອມ​ທັງການ​ພະ​ຍາ​ຍາ​ມຊ່ອຍ​ກູ້ໄພ
ທີ່ບໍ່ພຽງພໍຫຼັງ​ຈາກ​ເກີດ​ເຫດ​ແລ້ວ.

ຜູ້ປ່ອນ​ບັດ​ຄົນ​ນຶ່ງ ​ໄວ 26 ​ປີ ນາງ Ahn Jin-Yojunung ​ໄດ້​ກ່າວ​ວ່າ ​ອຸບປະຕິເຫດຄັ້ງ​ນີ້ ​ໄດ້​ ​ມີ​ບົດບາດ​ກ່ຽວກັບການຕັດສິນໃຈຂອງນາງ ຊຶ່ງ​ນາງກ່າວ​ວ່າ: “ຍ້ອນ​ເຫດ​ຮ້າຍຄັ້ງນີ້ ຂ້ອຍ​ຄິດ​ວ່າ ​ເລື່ອງ​ຄວາມປອດໄພນັ້ນ​ແມ່ນ​ສຳ​ຄັນກວ່າ​ການ​ເສດຖະກິດ.​ ຂ້ອຍ
ຫວັງ​ວ່າຄວາມ​ຄິດ​ເຫັນ​ຂອງ​ຂ້ອຍ​ ຈະ​ສະທ້ອນ​ໃຫ້​ເຫັນ​ເຖິງ​ຜົນ​ຂອງ​ການ​ເລືອ​ຕັ້ງ​ຄັ້ງ​ນີ້.”​


​ຜູ້​ປ່ອນ​ບັດ​ອີກ​ຄົນ​ນຶ່ງ ທ່ານນາງ Hwan Ok-hee ​ໄວ 70 ປີ ​ໄດ້ກ່າວ​ວ່າ ລາວ​ໝັ້ນ​ໃຈ​ໃນ​ການ​ໃຫ້​ຄຳໝັ້ນສັນຍາ​ຂອງ​ທ່ານ​ນາງ Park ທີ່​ວ່າ​ຈະ​ປະຕິ​ຮູບ​ນະ​ໂຍບາຍ​ຕ່າງໆ ​ເພື່ອ​ຮັບ​ມື​ກັບ​ໄພພິບັດ​ຕ່າງ​ໆນັ້ນ ​ຈະປະສົບກັບຄວາມສຳ​ເລັດ ຊຶ່ງ​ທ່ານນາງ​ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ສະໜັບສະໜຸນລັດຖະບານ​ຊຸດ​ນີ້ ​ແລະ​ຂ້າພະ​ເຈົ້າ​ຄິດ​ວ່າ ພວກ​ເຂົາເຈົ້າຈະ
​ດຳ​ເນີນ​ຕໍ່ໄປ ໃນການພັດ ທະນາ​ປັບປຸງຕ່າງໆ ຈາກ​ບົດຮຽນ​ຂອງເຫດການຄັ້ງ
ນີ້. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ເຂົາເຈົ້າ.”


ການ​ຢັ່ງ​ຫາງ​ສຽງ​ ​ແນະວ່າ ພັກການ​ເມືອງນິຍົມ​ແນວທາງ​ເດີ​ມ Saenuri ​ຈະ​ບໍ່ໄດ້ຮັບ
ການປະ ລາໄຊ​ຄັ້ງ​ໃຫຍ່ ​ເຖິງ​ແມ່ນ​ວ່າ​ພັກ​ຝ່າຍ​ຄ້ານ ກຸ່ມພັນທະມິດປະຊາທິປະໄຕ
ອາດໄດ້ຮັບໄຊຊະນະ ຕື່ມຂຶ້ນ.

ມີຕຳ​ແໜ່​ງຕ່າງໆໃນເຂດທ້ອງຖິ່ນ ​ເກືອ​ບ 4000 ຕຳ​ແໜ່​ງ ​ກຳລັງ​ແຂ່ງຂັນ​ກັນ​ຢູ່​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້ ຊຶ່ງ​ເປັນ​ການ​ແຂ່ງຂັນ​ທົ່ວ​ປະ​ເທດຄັ້ງທຳອິດ ນັບ​ຕັ້ງ​ແຕ່ທ່ານ​ນາງ Park ​
ໄດ້​ຂຶ້ນ​ກຳ​ຕຳ​ແໜ່​ງ ​ໃນ​ປີ​ກາຍ​ນີ້. ຄາດວ່າ ຜົນການ​ເລືອກ​ຕັ້ງຈະຖືກປະກາດໃຫ້ຊາບ
ໃນວັນ​ພຸດ​ມື້​ນີ້.
XS
SM
MD
LG