ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຜູ້ໂຈມຕີສະໜາມບິນ Orly ໃນ ປາຣີ ເວົ້າວ່າ ລາວ ຢາກຕາຍເພື່ອພະເຈົ້າ ອາລາ


ນັກທ່ອງທ່ຽວກອດກັນຢູ່ນອກສະໜາມບິນ Orly ພາກໃຕ້ນະຄອນຫຼວງ ປາຣີ. 18 ມີນາ, 2017.
ນັກທ່ອງທ່ຽວກອດກັນຢູ່ນອກສະໜາມບິນ Orly ພາກໃຕ້ນະຄອນຫຼວງ ປາຣີ. 18 ມີນາ, 2017.

ຜູ້ຊາຍສັນຊາດ ຝຣັ່ງ ຄົນໜຶ່ງຖືກສົງໄສວ່າເຊື່ອມໂຍງກັບພວກຫົວຮຸນແຮງອິສລາມ ທີ່ຖືກ ຍິງເສຍຊີວິດຢູ່ສະໜາມບິນ Orly ຂອງນະຄອນຫຼວງ ປາຣີ ໃນຕອນເຊົ້າວັນເສົາວານນີ້ ໄດ້ຮ້ອງຄຳວ່າລາວຢາກ “ຕາຍເພື່ອພະເຈົ້າອາລາ” ແລະ ໄດ້ພະຍາຍາມທີ່ຈະຍາດເອົາ
ປືນກົນຂອງທະຫານແມ່ຍິງຄົນໜຶ່ງ.

ໄອຍະການຄົນນຶ່ງກ່າວວ່າ ຜູ້ຊາຍຄົນດັ່ງກ່າວຖືກລະບຸວ່າແມ່ນທ້າວ Ziyed Ben
Belgacem ອາຍຸ 39 ປີ, ປະກົດວ່າມີຄວາມຕັ້ງໃຈທີ່ຈະຍິງປືນໃສ່ພວກຜູ້ໂດຍສານ. ເພື່ອນຮ່ວມງານສອງຄົນທີ່ຍ່າງລາດຕະເວນກັບທະຫານແມ່ຍິງຄົນດັ່ງກ່າວໄດ້ຍິງ ແລະ ຂ້າຜູ້ຊາຍຄົນດັ່ງກ່າວ ກ່ອນທີ່ລາວຈະຍິງປືນທະຫານໃສ່ຄົນຈຳນວນຫຼາຍໃນອາຄານ
ສະໜາມບິນ.

ການໂຈມຕີໄດ້ບັງຄັບໃຫ້ອາຄານສະໜາມບິນທັງຫຼາຍຂອງສະໜາມບິນຕ້ອງຖືກປິດລົງ
ແລະ ອົບພະຍົບຄົນອອກໄປ, ໃນຂະນະທີ່ບັນດາຜູ້ໂດຍສານ ແລະ ພະນັກງານໄດ້ພາ
ກັນຫຼົບໜີ ດ້ວຍຄວາມກັງວົນ ແລະ ຄົນອື່ນໆອີກຫຼາຍຮ້ອຍຄົນຄ້າງຄາຢູ່ໃນເຮືອບິນທີ່
ຫາກໍລົງຈອດ.

ຕຳຫຼວດບໍ່ໄດ້ໃຫ້ຂໍ້ມູນ ກ່ຽວກັບ ແຮງບັນດານໃຈສຳລັບການໂຈມຕີດັ່ງກ່າວ, ແຕ່ຫ້ອງ ການໄອຍະການ ປາຣີ ກ່າວວ່າ ການສືບສວນສອບສວນແມ່ນກຳລັງຖືກຈັດການໂດຍ
ພະແນກຕໍ່ຕ້ານການກໍ່ການຮ້າຍ. ພໍ່ ແລະ ນ້ອງຊາຍຂອງຜູ້ຕ້ອງສົງໄສໄດ້ຖືກຄວບຄຸມ
ຕົວໄວ້ ໂດຍຕຳຫຼວດໃນວັນເສົາວານນີ້, ເຊິ່ງຕຳຫຼວດກ່າວວ່າເປັນສ່ວນໜຶ່ງຂອງມາດ
ຕະຖານການປະຕິບັດການ.

ລັດຖະມົນຕີກະຊວງພາຍໃນ ທ່ານ Bruno Le Roux ກ່າວວ່າ ທຳອິດຜູ້ຊາຍຄົນດັ່ງ
ກ່າວໄດ້ຖືກກັກໂດຍຕຳຫຼວດ ໃນເຂດນອກເມືອງທາງພາກເໜືອຂອງນະຄອນຫຼວງ
ປາຣີິ ຍ້ອນການຂັບລົດໄວ ແລະ ຂັບລົດໂດຍບໍ່ໄຕ້ໄຟຕາລົດ ໃນຕອນເຊົ້າຂອງວັນເສົາ
ວານນີ້, ທ້າວ Belgacem ໄດ້ຍິງປືນໃສ່ ແລະ ເຮັດໃຫ້ຕຳຫຼວດຄົນໜຶ່ງໄດ້ຮັບບາດເຈັບ.
ແລະ ກ່າວເພີ່ມເຕີມວ່າ “ຕຳຫຼວດ ແລະ ເຈົ້າໜ້າທີ່ສືບລັບຜູ້ຈັບຜູ້ຊາຍຄົນດັ່ງກ່າວ.”

ແລ້ວ ທ້າວ Belgacem ກໍໄດ້ຂົ່ມຂູ່ຄົນຢູ່ບາກິນດື່ມແຫ່ງໜຶ່ງ ກ່ອນທີ່ຈະລັກລົດຄັນໜຶ່ງ ໃນໄລຍະເຜົາຂົນ ແລະ ຂັບລົດໄປສະໜາມບິນ.

ທະຫານແມ່ຍິງທີ່ໄດ້ທຳການໂຈມຕີຢູ່ສະໜາມບິນ Orly ແມ່ນສະມາຊິກຂອງກອງກຳ
ລັງພິເສດ Sentinelle ທີ່ເຝົ້າຍາມສະໜາມບິນ, ສະຖານທີ່ທາງສາສະໜາ ແລະ ສະຖານ
ທີ່ໆມີຊື່ສຽງແຫ່ງອື່ນໆໃນ ຝຣັ່ງ ນັບຕັ້ງແຕ່ໄດ້ມີການໂຈມຕີກໍ່ການຮ້າຍຫຼາຍຄັ້ງໃນປີ 2015.

ກຸ່ມຕຳຫຼວດໄດ້ເຂົ້າຄຸ້ມກັນສະໜາມບິນຢ່າງວ່ອງໄວ ແລະ ໄດ້ຄົ້ນຫາລະເບີດ, ແຕ່ກໍບໍ່ພົບ
ເຫັນຈັກລູກ.

ປະທານາທິບໍດີ ຝຣັ່ງ ທ່ານ Francois Hollande ໄດ້ກ່າວໃນລະຫວ່າງກອງປະຊຸມ
ຖະແຫຼງຂ່າວວ່າ ການໂຈມຕີສະໜາມບິນ Orly ໄດ້ພິສູດໃຫ້ເຫັນເຖິງຄວາມຈຳເປັນ
ຂອງທະຫານລາດຕະເວນ Sentilnelle ແລະ ວ່າ ການສືບສວນສອບສວນຈະພິຈາລະ
ນາວ່າຜູ້ໂຈມຕີຄົນນັ້ນ “ມີພວກກໍ່ການຮ້າຍຢູ່ເບື້ອງຫຼັງລາວຫຼືບໍ່.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG