ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານນາງ Hidalgo ຖືກເລືອກເປັນ ເຈົ້າຄອງ ນະຄອນປາຣີ ຜູ້ຍິງ ຄົນທຳອິດ (ວີດີໂອ)


ທ່ານນາງ Hidalgo ໄດ້ຖືກເລືອກເປັນ ເຈົ້າຄອງກຳແພງ ນະຄອນ ປາຣີ ຜູ້ຍິງຄົນທຳອິດ
ທ່ານນາງ Hidalgo ໄດ້ຖືກເລືອກເປັນ ເຈົ້າຄອງກຳແພງ ນະຄອນ ປາຣີ ຜູ້ຍິງຄົນທຳອິດ
ປາຣີ ນະຄອນ​ຫລວງຂອງ​ປະ​ເທດ​ຝຣັ່ງ ກຳລັງ​ຈະ​ໄດ້ເຈົ້​າ
ຄອງ​ກຳ​ແພງ​ນະຄອນ​ຜູ້ຍິງ​ຄົນ​ທຳ​ອິດ ​ແຕ່​ວ່າພັກສັງຄົມ​ນິ
ຍົມ ຂອງ​ທ່ານນາງ ກໍ​ຄື​ພັກ​ຂອງ​ລັດຖະບານ​ຊຸດ​ປັດຈຸບັນ
​ໄດ້​ຖືກເສຍ​ໄຊ​ ໃນ​ການ​ປ່ອນ​ບັດ ​ຮອບ​ທີ່​ສອງ ຂອງ​ການ​
ເລືອກ​ຕັ້ງ ທ້ອງ​ຖິ່ນ​ໃນ​ຝຣັ່ງ.

​ທ່ານ​ນາງ Anne Hidalgo ​ທີ່ເກີດ​ຢູ່​ປະ​ເທດສະ​ເປ​ນ ໄດ້
ຊະນະ​ຄູ່​ແຂ່ງ​ທີ່ນິຍົມ​ ແນວທາງ​ເດີມ ​ໃນ​ການ​ຍາດ​ເອົາຕຳ​
ແໜ່​ງອັນ​ສູງ​ສຸດ​ ຢູ່ໃນ​ເມືອງ​ຫລວງຂອງ ຝຣັ່ງ.

ກ່ອນ​ໜ້າ​ນີ້ ທ່າ​ນນາງ Hidalgo ໄດ້​ຮັບໜ້າ​ທີ່​ເປັນ ​ຮອງ​ເຈົ້າ​ຄອງ​ກຳ​ແພງ​ນະຄອນ ຜູ້​ທີ່​ກຳລັງ​ຈະ​ພົ້ນ​ຕຳ​ແໜ່​ງ ຄື ທ່ານ Bertrand Deano​. ທ່ານ​ນາງ ​ໄດ້ຮັບ​ໄຊຊະນະ​ ໂດຍ​ການ​ໃຫ້​ຄeໝັ້ນ​ສັນຍາ ທີ່​ຈະ​ສ້າງ​ເຮືອນ​ຫລວງ​ໃໝ່​ໃຫ້​ພວກ​ຄົນ​ທຸກ​ຍາກ​ຢູ່ ​ແລະ​ບ່ອນເບິ່ງ​ແຍງ​ເດັກນ້ອຍ ທີ່ລາຄາ​ຖືກ ​ໃຫ້ແກ່ບັນດາ​ຄອບຄົວຊາວປາຣີ.

ຜູ້​ສັງ​ເກ​ດການຫລາຍຄົນ​ຖື​ວ່າ ຫ້ອງການ​ເຈົ້າ​ຄອງນະຄ​ອນປາຣີ ​ເປັນ​ບາດກ້າວ​ໄປ​ສູ່ ຕຳ​ແໜ່​ງ​ປະທານາທິບໍດີ ຝຣັ່ງ.

​ແຕ່​ວ່າ ພັກ​ສັງຄົມ​ນິຍົມ ຂອງທ່ານ​ນາງ Hidalgo ທຳ​ຄະ​ແນນບໍ່ໄດ້​ດີ ຢູ່​ໃນ​ການ​ເລືອກ​ຕັ້ງ​ທ້ອງ​ຖິ່ນ ​ໃນ​ຫລາຍໆ​ເມືອງ​ນ້ອຍ​ໃຫຍ່​ໃນ​ທົ່ວ​ປະ​ເທດ ​ໂດຍເສຍໄຊ​ໃຫ້​ແກ່ ພັກ​ແນວໂຮ​ມ​ແຫ່ງ​ຊາດ ທີ່​ຕໍ່​ຕ້ານ​ຊາວ​ຕ່າງ​ດ້າວທີ່​ເຂົ້າມາ​ຢູ່​ຝຣັ່ງ ​ແລະຕໍ່ຕ້ານ ສະຫະພາບ​ຢູ​ໂຮບ​.
ການ​ເລືອກ​ຕັ້ງຄັ້ງ​ນີ້ ຖື​ກັນ​ວ່າ ​ເປັນ​ການ​ລົງປະຊາມະຕິ ​ກ່ຽວ​ກັບ​ປະທານາທິບໍດີ Francois Hollande ​ທີ່​ບໍ່ໄດ້​ຮັບຄວາມ​ນິຍົມ ຈາກ​ປະຊາຊົນ​ນັ້ນ.

ບັນດາ​ຜູ້​ປ່ອນ​ບັດ ມີ​ຄວາມ​ໂກດ​ແຄ້ນ ກ່ຽວ​ກັບ​ເສດຖະກິດທີ່​ຝືດ​ເຄືອງ ​ແລະ​ອັດຕາ​ຄົນ​ຫວ່າ​ງງານ​ສູງ.
FRANCE ELECTION VOSOT
please wait
Embed

No media source currently available

0:00 0:01:35 0:00
XS
SM
MD
LG