ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເລື້ອງການໂຈມຕີ ປາຣີ ຈະເປັນ ຫົວຂໍ້ ສຳຄັນຂອງກອງປະຊຸມ ສຸດຍອດ G-20 ໃນເທີກີ


Obama G-20
please wait
Embed

No media source currently available

0:00 0:01:04 0:00

ເຊີນຊົມວີດີໂອ ລາຍງານນີ້

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ໄດ້ໄປເຖິງ
ຣີສອດຕ໌ Antalya ໃນເຂດເມດີເທີເຣນຽນ ຂອງເທີກີ ໃນວັນ
ອາທິດມື້ນີ້ ສຳລັບ ກອງປະຊຸມສຸດຍອດ ບັນດາຜູ້ນຳ G-20
ບ່ອນທີ່ ເລື້ອງການໂຈມຕີ ໃນຝຣັ່ງເມື່ອວັນສຸກຜ່ານມານັ້ນ
ຈະຄອບງຳ ລາຍການກອງປະຊຸມ.

ການເຈລະຈາພາຍໃນບັນດາຜູ້ນຳ ຂອງ 20 ປະເທດທີ່ມີ ເສດຖະກິດທີ່ໃຫຍ່ທີ່ສຸດຂອງໂລກ ແມ່ນກຳນົດທີ່ຈະເພັ່ງເລັງ
ໃສ່ເລື້ອງການຄ້າ ພະລັງງານ ແລະ ສະພາບແວດລ້ອມ. ແຕ່
ເລື້ອງເຫຼົ່ານັ້ນ ເຖິງແມ່ນວ່າຈະຢູ່ໃນລາຍການກອງປະຊຸມ ຢ່າງ
ເປັນທາງການກໍຕາມ ແຕ່ຈະເປັນເລື້ອງອັນດັບສອງ ຕາມຫຼັງ ຄວາມຈຳເປັນເພື່ອເພີ້ມບາດກ້າວການຕໍ່ສູ້ຕ້ານ ກຸ່ມພວກຫົວຮຸນແຮງລັດອິສລາມ ເຊິ່ງໄດ້
ອ້າງເອົາຄວາມຮັບຜິດຊອບ ສຳລັບການໂຈມຕີຫຼາຍບ່ອນພ້ອມກັນຕໍ່ນະຄອນຫຼວງປາຣີ.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama (ຊ້າຍ) ໂອ້ລົມກັບ ປະທານາທະບໍດີ ເທີກີ ທ່ານ Recep Tayyip Erdogan ໃນລະຫວ່າງ ກອງປະຊຸມ ໃນນະຄອນ Antalya ຂອງປະເທດເທີກີ, ວັນທີ 15 ພະຈິກ 2015.
ປະທານາທິບໍດີ ສະຫະລັດ ທ່ານ Barack Obama (ຊ້າຍ) ໂອ້ລົມກັບ ປະທານາທະບໍດີ ເທີກີ ທ່ານ Recep Tayyip Erdogan ໃນລະຫວ່າງ ກອງປະຊຸມ ໃນນະຄອນ Antalya ຂອງປະເທດເທີກີ, ວັນທີ 15 ພະຈິກ 2015.

ຄາດກັນວ່າ ການໂຈມຕີເຫຼົ່ານັ້ນ ຍັງໄດ້ກົດດັນໄປຕື່ມອີກ ແລະ
ລວບລວມເອົາຄວາມພະຍາຍາມຕ່າງໆ ເພື່ອແກ້ໄຂບັນຫາຂັດ
ແຍ້ງ ໃນຊີເຣຍ.

ຫຼາຍຊົ່ວໂມງກ່ອນໜ້າການໂຈມຕີ ຈະເກີດຂຶ້ນ ທີ່ປຶກສາແຫ່ງ
ຊາດສະຫະລັດ ທ່ານນາງ Susan Rice ກ່າວວ່າ G-20 ຄວນ
ຈະ “ໃຊ້ໂອກາດນີ້ໃຫ້ເກີດປະໂຫຍດ” ສຳລັບ ບັນດາຜູ້ນຳຫຼັກ
ເພື່ອປະສານຄວາມພະຍາຍາມ ເລື້ອງຊີເຣຍ. ແຕ່ທ່ານນາງ ໄດ້
ເຕືອນຕ້ານຄວາມຄາດຫວັງວ່າ ຈະບໍ່ມີຄວາມກ້າວໜ້າໃດໆເລີຍ.
ທ່ານນາງເວົ້າວ່າ “ຂ້າພະເຈົ້າບໍ່ຄິດວ່າ ບໍ່ມີຜູ້ໃດເລີຍ ທີ່ຄາດຫວັງ
ວ່າ ຈະມີຜົນໃດນຶ່ງອອກມາ ຢ່າງກະທັນຫັນ ພ້ອມທີ່ຈະແກ້ໄຂ
ບັນຫາຄວາມຫຍຸ້ງຍາກຕ່າງໆເຫຼົ່ານັ້ນ. ພວກເຮົາເບິ່ງວ່າ ຈະພະຍາຍາມໃຊ້ສະຖານທີ່
ແຫ່ງນີ້ ເພື່ອໃຫ້ມີຄວາມກ້າວໜ້າ ເພີ້ມຂຶ້ນເປັນບາດກ້າວ ໄປຫາເປົ້າໝາຍຕ່າງໆ ທີ່
ພວກເຮົາຕ້ອງການ.”

ປະທານາທິບໍດີ ສະຫະລັດ ທ່ານ Barack Obama (ຊ້າຍ) ໂອ້ລົມກັບປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin, (ຂວາ) ກ່ອນໜ້າ ພິທີເປີດ ກອງປະຊຸມສຸດຍອດ G-20 ໃນນະຄອນ Antalya, ປະເທດເທີກີ, ວັນທີ 15 ພະຈິກ 2015.
ປະທານາທິບໍດີ ສະຫະລັດ ທ່ານ Barack Obama (ຊ້າຍ) ໂອ້ລົມກັບປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin, (ຂວາ) ກ່ອນໜ້າ ພິທີເປີດ ກອງປະຊຸມສຸດຍອດ G-20 ໃນນະຄອນ Antalya, ປະເທດເທີກີ, ວັນທີ 15 ພະຈິກ 2015.

ກ່ອນໜ້າການເດີນທາງອອກຈາກທຳນຽບຂາວບໍ່ດົນປານໃດ
ປະທານາທິບໍດີ ໂອບາມາ ໄດ້ພົບປະກັບ ທີມງານດ້ານຄວາມ
ໝັ້ນຄົງແຫ່ງຊາດຂອງທ່ານ ແລະໄດ້ຮັບການປະເມີນຜົນ ດ້ານ
ຂໍ້ມູນລັບ.

ບັນດານັກວິເຄາະ ກ່າວວ່າ ທ່ານໂອບາມາ ແມ່ນຖືກກົດດັນໃຫ້
ເພີ້ມການຕໍ່ສູ້ ຕ້ານກຸ່ມລັດອິສລາມຂຶ້ນອີກ ແລະ ກອງປະຊຸມ
ສຸດຍອດ ລະຍະສອງມື້ດັ່ງກ່າວ ຈະສະໜອງໂອກາດໃຫ້ທ່ານ ປຸ້ມລຸມບັນດາຜູ້ນຳປະເທດອື່ນໆ ຜູ້ທີ່ຕໍ່ສູ້ກັບກຸ່ມດັ່ງກ່າວນຳດ້ວຍ.

ບັນດາປະເທດ ຂອງ G-20 ຈຳນວນນຶ່ງ ແມ່ນມີສ່ວນຮ່ວມ ໃນ
ການຕໍ່ສູ້ຕ້ານກຸ່ມ IS ແລະແມ່ນຄາດກັນວ່າ ຈະມີການປຶກສາຫາລືກັນ ກ່ຽວກັບເລື້ອງນີ້
ໃນລະຫວ່າງກອງປະຊຸມລະຍະສອງມື້ນີ້.

ປະທານາທິບໍດີ Barack Obama (ກາງ) ໂອ້ລົມກັບ ປະທານາທິບໍດີ Vladimir Putin (ກາງຂວາ) ຂະນະທີ່ພວກເພິ່ນໄປເຖິງ ພິທີຖ່າຍພາບຮວມກຸ່ມ ຂອງບັນດາປະເທດຜູ້ນຳຄົນອື່ນ ທີ່ເຂົ້າຮ່ວມກອງປະຊຸມ ສຸດຍອດ G-20 ໃນນະຄອນAntalya, ປະເດທເທີກີ, ວັນທີ 15 ພະຈິກ 2015.
ປະທານາທິບໍດີ Barack Obama (ກາງ) ໂອ້ລົມກັບ ປະທານາທິບໍດີ Vladimir Putin (ກາງຂວາ) ຂະນະທີ່ພວກເພິ່ນໄປເຖິງ ພິທີຖ່າຍພາບຮວມກຸ່ມ ຂອງບັນດາປະເທດຜູ້ນຳຄົນອື່ນ ທີ່ເຂົ້າຮ່ວມກອງປະຊຸມ ສຸດຍອດ G-20 ໃນນະຄອນAntalya, ປະເດທເທີກີ, ວັນທີ 15 ພະຈິກ 2015.

ປະທານາທິບໍດີ ຝຣັ່ງ ທ່ານ Francois Hollande ໄດ້ງົດການ
ເດີນທາງໄປຮ່ວມ ກອງປະຊຸມຂອງທ່ານ ໃນທັນທີ່ທັນໃດ ຫຼັງ
ຈາກການໂຈມຕີໃນວັນສຸກຜ່ານມາ.

ກອງປະຊຸມຂັ້ນທຳອິດ ອັນນຶ່ງຂອງປະທານາທິບໍດີ ໂອບາມາ
ໃນນະຄອນ Antalya ຈະເປັນການພົບປະກັບປະທານາທິບໍດີ
ເທີກີ ທ່ານ Recep Tayyip Erdogna ເຊິ່ງເປັນຄູ່ພາຄີທີ່ສຳຄັນ
ໃນການຕໍ່ສູ້ຕ້ານພວກກໍ່ການຮ້າຍລັດອິສລາມ. ເປັນເວລາຫຼາຍ
ເດືອນ ກອງກຳລັງຮັກສາຄວາມປອດໄພ ຂອງເທີກີ ໄດ້ເພີ້ມການ
ຈູ່ໂຈມຕໍ່ຕ້ານ ອັນທີ່ເຈົ້າໜ້າທີ່ ກ່າວວ່າ ເປັນເຊລລັດອິສລາມ ໂດຍ
ສ່ວນໃຫຍ່ແມ່ນຢູ່ໃນພາກຕາເວັນອອກສຽງໃຕ້ ຂອງເທີກີ ໃກ້ໆກັບເຂດຊາຍແດນຕິດກັບ ຊີເຣຍ ແລະ ອີຣັກ.

US President Discusses Meeting with Turkish President Erdogan
please wait

No media source currently available

0:00 0:01:04 0:00

U.S. President Barack Obama arrived in the Turkish Mediterranean resort of Antalya Sunday for a meeting of G-20 leaders where Friday's attacks in France were set to dominate the agenda.

The talks among leaders of the world's 20 biggest economies are scheduled to focus on trade, energy and the environment. But those issues, although on the formal agenda, were to take second stage behind the need to step up the fight against the Islamic State militant group, which claimed responsibility for the Paris attacks.

The attacks were also expected to push along and consolidate efforts to resolve the conflict in Syria.

Hours before the attacks occurred, U.S. National Security Advisor Susan Rice said the G-20 would be a "useful opportunity" for key leaders to concert efforts on Syria. But she cautioned against expectations for any breakthroughs. "I don't think anyone expects a single outcome that all of a sudden readily resolves all of these difficult issues. We're looking to try to use these venues to make incremental progress toward the objectives we all seek," Rice said.

Just before departing the White House, President Obama met with his national security team and got an intelligence assessment.

Analysts say Obama is compelled to step up the campaign against the Islamic State group, and the two-day summit provides a chance for him to huddle with leaders of other nations who are also battling the group.

A number of G-20 nations are taking part in the fight against IS, and discussions on the matter were expected to take place during the two-day meeting.

French President Francois Hollande canceled his plans to attend the meeting immediately after Friday's attacks.

One of President Obama's first meetings in Antalya is with Turkish President Recep Tayyip Erdoğan, a key partner in the fight against the Islamic State terrorists. For months, Turkish security forces have been stepping up their raids against what officials say are Islamic State cells, mainly in the southeast of Turkey near Turkey's borders with Syria and Iraq.

XS
SM
MD
LG