ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເວ​ນີຊູ​ເອລາ ໄວ້ອາໄລ ໃຫ້ມື້ລາງ ທ່ານ Chavez ທ່າມກາງ ການປະທ້ວງ (ວີດີໂອ)


VENEZUELA CNPK
please wait
Embed

No media source currently available

0:00 0:01:02 0:00
ມີ​ທັງການ​ເດີນ​ສວນສະໜາມ​ແລະ​ການ​ປະ​ທ້ວງ​ໃນ​ກຸງ Ca-
racas ​ໃນ​ວັນ​ພຸດ​ວານ​ນີ້ ​ເພື່ອ​ເປັນ​ຂີດໝ​າຍ ໃນການເຖິງ
ແກ່​ອະສັນ​ຍະ​ກຳ ຂອງມື້ລາງ ປະທານາທິບໍດີ​ເວ​ນີຊູ​ເອລາ
ທ່ານ Hugo Chavez.

ພວກ​ໄວ້​ທຸກ​ໄດ້ພາກັນ​ຍ່າງຜ່ານຫີບທີ່​ບັນຈຸ​ຮ່າງທີ່ໄຮ້ວິນຍານ​
ຂອງ​ທ່ານ Chavez ​ໃນ​ຂະນະ​ທີ່​ຜູ້​ຮັບ​ຕຳແໜ່​ງ​ແທນ​ທ່ານ ກໍ
​ຄືທ່ານ Nicolas Maduro ເປັນປະທານ ໃນພິທີ​ ເດີນ​ສວນ
ສະໜາມຮ່ວມ ທັງພວກ​ທະຫານ​ແລະ​ພົນລະ​ເຮືອນ.

ພວກປະທ້ວງຕໍ່ຕ້ານລັດຖະບານແກ່ວງລະເບີດແກ໊ສໃສ່ຕຳຫຼວດໃນກຸງ Caracas, ວັນທີ 3 ມີນາ 2014.
ພວກປະທ້ວງຕໍ່ຕ້ານລັດຖະບານແກ່ວງລະເບີດແກ໊ສໃສ່ຕຳຫຼວດໃນກຸງ Caracas, ວັນທີ 3 ມີນາ 2014.

ແຕ່​ໃນຂະນະດຽວກັນ ກໍບໍ່ໄດ້ມີການລົດລະຫຼືຢຸດເຊົາໃນການ​
ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ແຕ່ຢ່າງ​ໃດ ຊຶ່ງ​ໃນເວລານີ້ພວມ
ກ້າວສູ່​ເດືອນ​ທີ 2 ​ແລ້ວ.

ມີ​ພວກ​ເດີນຂະບວນປະ​ທ້ວງ​ ຈຳນວນຫຼາຍ​ຮ້ອຍ​ຄົນ ​ໄດ້​ອັດ
ຖະ​ໜົນຫົນທາງ ​ໃນ​ນະຄອນ​ຫຼວງ ດ້ວຍ​ຖັງຂີ້​ເຫ​ຍື່ອ ​ພ້ອມທັງ
​ເປົ່າ​ໝາກຫວີດ​ແລະ​ບີບ​ແກລົດ.

ພວກເຍົາວະຊົນໃສ່ເຄື່ອງແບບ ຍົກມືຄຳນັບມື້ລາງທ່ານ Hugo Chavez
ພວກເຍົາວະຊົນໃສ່ເຄື່ອງແບບ ຍົກມືຄຳນັບມື້ລາງທ່ານ Hugo Chavez

ທ່ານ Maduro ​ໄດ້ຖິ້ມໂທດໃສ່ພວກ​ ​ທີ່​ທ່ານ​ເອີ້ນ​ວ່າ
“ພວກ​ຟາຊິສຂວາ​ຈັດ” ໃນການ​ປະ​ທ້ວງ. ທ່ານ​ໄດ້​ຮຽກຮ້ອງ
​ໃຫ້​ຊາວເວ​ນີຊູ​ເອລາ ​ປຸ້ມລຸມສາມັກຄີກັນ ​“ດ້ວຍ​ຄວາມສັນຕິ
ສຸກ​ແລະ​ຄວາມ​ຮັກ”
​ເພື່ອ​ໄວ້ອາໄລ ​ໃຫ້​ແກ່ມື້ລາງ​ປະທານາ
ທິບໍດີ​ Chavez​.

​ທ່ານ Chavez ​ໄດ້​ເຖິງ​ແກ່ອະສັນ​ຍະ​ກຳໃນ​ປີ​ກາຍ​ນີ້
ດ້ວຍ​ໂຣກມະເຮັງ ຫຼັງ​ຈາກ​ທີ່​ໄດ້​ປົກຄອງປະ​ເທດມາ​ນານ
​ເຖິງ 14 ປີ.
XS
SM
MD
LG