ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜົນການທົດສອບ ອຸປະກອນ ລົງຈອດ ເທິງດາວພະອັງຄານ ທີ່ຜິດຫວັງຂອງ NASA


NASA Tests New Device for Mars Landings
please wait

No media source currently available

0:00 0:01:42 0:00

ຊົມວີດີໂອ ລາຍງານເລື້ອງນີ້

ການທົດສອບລະບົບການລົງຈອດທີ່ດາວອັງຄານ ຂອງອົງການ
ອະວະກາດສະຫະລັດ ຫຼື NASA ສິ້ນສຸດລົງດ້ວຍຄວາມຜິດຫວັງ
ໃນວັນຈັນ ກ່ອນ​ນັ້ນ ເມື່ອຈ້ອງຂອງຍານອະວະກາດ ທີ່ມີ​ຮູບຊົງ
ຄືກັນກັບຈານບິນ​ນັ້ນ ​ເກີດລົ້ມ​ແຫຼວ​ ເພາະ​ຈ້ອງ​ບໍ່​ພືອອກ ຢູ່​ເທິງ
​ມະຫາ​ສະມຸດປາ​ຊີ​ຟິກ. ນີ້​ເປັນ​ຄວາມ​ພະຍາຍາມຄັ້ງທີສອງ ​ໂດ​ຍ
ບັນດາ​ນັກ​ວິສະວະກອນຂອງ ອົງການ NASA ​ເພື່ອທົດ​ລອງ
ລະບົບຈ້ອງໃໝ່. ບັນຫາຄ້າຍຄືກັນນີ້ ໄດ້ລົບກວນການທົດລອງ
ອຸປະກອນດັ່ງກ່າວ ຄັ້ງທຳອິດເມື່ອທ້າຍປີແລ້ວ ນີ້. ຜູ້ສື່ຂ່າວ
ວີໂອເອ Zlatica Hoke ອະທິບາຍ ຫຼັກການ ທີ່ NASA ຄາດ
ຫວັງວ່າ ຈະປ່ຽນແປງຢ່າງຮອບດ້ານຕໍ່ການສຳຫຼວດຄົ້ນຄວ້າ
ດວງດາວຕ່າງໆ ​ເຊິ່ງໄຊຈະເລີນສຸກ ຈະນຳລາຍລະອຽດ
ມາສະເໜີທ່ານ ໃນອັນດັບຕໍ່ໄປ.



ຫຼັງຈາກ​ໄດ້ເລື່ອນເວລາ ມາຫຼາຍຄັ້ງ​ແລ້ວ ຍ້ອນສະພາບອາກາດນັ້ນ ໝາກປູມເປົ້າແກັສ
helium ທີ່ໃຫຍ່ທີ່ສຸດຂອງໂລກ ໄດ້ຖືກປ່ອຍຂຶ້ນ ຈາກຖານທັບສະຫະລັດແຫ່ງນຶ່ງໃນລັດ
Hawaii ເພື່ອທົດສອບອຸປະ ກອນທີ່ຄ້າຍຄືກັບຈານບິນ ທີ່ເອີ້ນວ່າ Low-Density
Supersonic Decelerator ຫຼື LDSD ຊຶ່ງອອກແບບ ເພື່ອການສຳ​ຫລວດ ແລະ ທົດສອບເບິ່ງຄວາມກ້າວໜ້າ ດ້ານເທັກໂນໂລຈີ້ຕ່າງໆ​ເພື່ອນຳເອົາຍານ ທີ່ບັງຄັບໂດຍ
ຫຸ່ນຍົນ ແລະ ມະນຸດ ລົງ​ຈອດຢູ່ດາວພະອັງຄານ ແລະ ກັບຄືນມາສູ່ໂລກ ພ້ອມດ້ວຍ
​ເຄື່ອງ ບັນທຸກຂະໜາດໃຫຍ່ຢ່າງປອດໄພ.

ພາບແຕ້ມ ທີ່ບໍ່ລະບຸວັນເວລາ ແນວຄິດ ທີ່ສະແດງໃຫ້ເຫັນ ການທົດສອບ ຍານອະວະກາດ ທີ່ເອີ້ນວ່າ Low-Density Supersonic Decelerator (LDSD) ອອກແບບມາເພື່ອທົດສອບເບິ່ງ ຄວາມກ້າວໜ້າ ດ້ານ ເທັກໂນໂລຈີ້ຕ່າງໆ ​ເພື່ອການລົງຈອດທີ່ດາວພະອັງຄານ.
ພາບແຕ້ມ ທີ່ບໍ່ລະບຸວັນເວລາ ແນວຄິດ ທີ່ສະແດງໃຫ້ເຫັນ ການທົດສອບ ຍານອະວະກາດ ທີ່ເອີ້ນວ່າ Low-Density Supersonic Decelerator (LDSD) ອອກແບບມາເພື່ອທົດສອບເບິ່ງ ຄວາມກ້າວໜ້າ ດ້ານ ເທັກໂນໂລຈີ້ຕ່າງໆ ​ເພື່ອການລົງຈອດທີ່ດາວພະອັງຄານ.

ທ່ານ Steve Jurczyk ຜູ້ອຳນວຍການ​ ດ້ານ​ເທັກ​ໂນ​ໂລ​ຈີ້​
ກ່ຽວກັບ ໂຄງການດັ່ງກ່າວ ຂອງ​ອົງການ NASA ​ເວົ້າວ່າ
“​ເທັກ​ໂນ​ໂລ​ຈີ​້ໃໝ່​ອັນ​ນີ້ ​ແມ່ນ​ຕ້ອງ​ນຳ​ເອົາ​ເຄື່ອງທີ່ໜັກ
5 ໂຕນ ລົງ​ສູູ່ເທິງດາວ​ພະອັງຄານ ​ສຳຫລັບໂຄງການ
ປະຕິບັດງານຂອງມະນຸດ ​ບາງທີໜັກ 30 ​ໂຕນ ແລະ ​
ກາຍ​ກວ່າ​ນັ້ນອີກ ​ລົງ​ຈອດຢູ່ເທິງ​ພື້ນ​ຜິວ​ດາວ​ພະອັງຄານ.
ດັ່ງ​ນັ້ນ ຈ້ອງທີ່​ພວກ​ເຮົາ​ໃຊ້​ໃນ​ມື້​ນີ້ ສາມາດ​ປັບ​ປຸງການ​
ທຳ​ງານ​ໃຫ້ດີ​ຂຶ້ນ ​ ແຕ່ 100 ​ ຫາ 200 ​ເປີ​ເຊັນ ສຳ​ຫລັບ
​ການ​ລົງ​ຈອດ​ຂະໜາດ​ໃຫຍ່ ​ແລະ ອັນ​ນັ້ນມັນ​ມີ​ຄວາມ​
ສຳຄັນແທ້ໆ ບໍ່​ພຽງ​ແຕ່​ ສຳຫລັບການປະຕິ ບັດງານ
ຂອງຫຸ່ນ​ຍົນ​ໃນອະນາຄົດ​ ເທົ່າ​ນັ້ນ ​ແຕ່​ສຳ​ຫລັບ​ການ
ສຳຫຼວດດາວ​ພະອັງຄານ ຂອງ​ມະນຸດນຳດ້ວຍ.”

ບັນດາ ​ນັກວິທະຍາສາດ ກ່າວ​ວ່າ ບັນຍາກາດອ້ອມດາວ
ພະ​ອັງຄານ ​ທີ່​ບອບບາງ​ນັ້ນ ຈຶ່ງຕ້ອງໃຊ້ຈ້ອງ​ທີ່​ແຂງ​ແຮງ
ເປັນ​ພິ​ເສດ ສຳ​ຫລັບ​ນຳ​ເອົາ​ອຸປະກອນ​ໜັກ ​ແລະ ຍານ
​ອະວະກາດ ທີ່​ເຄື່ອນ​ຍ້າຍ​ຢ່າງ​ວ່ອງໄວ ​ລົງ ຈອດ​ໄດ້.

ທ່ານ Ian Clark ຈາກ​ຫ້ອງ​ທົດ​ລອງ​ເຄື່ອງ​ຈັກ​ໄອ​ພົ່ນຂອງ​ອົງການ NASA ​ເວົ້າວ່າ “ຂະນະ ​ທີ່​ພວກ​ເຮົາ ​ໄດ້​ເລີ້ມ​ມີ​ແນວຄິດ ກ່ຽວ​ກັບ​ຊົ່ວ​ ຮຸ່ນຄົນ​ຕໍ່​ໄປ​ ທີ່ມີຄວາມ​ອາດ​ສາມາດ​ເພີ້​ມຂຶ້ນ ມີ​ຄວາມ​ກະຕືລືລົ້ນຫຼາຍ ຂຶ້ນ ​ມີ​ພາລະກິດຕ່າງໆ​ອັນ​ກ້າຫານ ຫຼາຍຂຶ້ນ ​ເພື່ອ​ໄປ​ຍັງ​ດາວພະ​ອັງ ຄານ ພວກ​ເຮົາ​ເລີ້ມເຂົ້າ​ໃຈ​ວ່າ ພວກ​ເຮົາ​ບໍ່​ມີ​ເທັກ​ໂນ​ໂລ​ຈີ້​ຕ່າງໆ ພຽບພ້ອມເທື່ອ ທີ່​ຈະໄປລົງ​ຈອດ​ໄດ້ ​ແລະ​ພວກ​ເຮົາ ຕ້ອງ​ໄດ້​ເລີ້ມຕົ້ນໃນ​ມື້​ນີ້ ​ເລີ້ມ​ຜະລິດ​ເທັກ​ໂນ​ໂລ​ຈີ້ເຫຼົ່າ​ນັ້ນຂຶ້ນມາ. ສິ່ງ​ຕ່າງໆ ​ເຊັ່ນວ່າ ອຸປະກອນ​ທ່ວງດຶງຕ່າງໆ ​ທີ່ສູບ​ລົມ​ເຂົ້າ​ໃຫ້​ໂພງ​ຂຶ້ນ​ໄດ້ ​ເຊິ່ງພວກ​ເຮົາ​ອາດ​ສູ​ບລົມ​ເຂົ້າ​ໄດ້​ໄວ​ ເທົ່າ​ກັບຄວາມ​ໄວຂອງ​ສຽງ.”

ຈ້ອງ​ທີ່​ໄດ້​ຖືກ​ທົດ​ສອບ ​ເມື່ອ​ວັນ​ຈັນ​ກ່ອນ​ນັ້ນ ​ແມ່ນ ມີເສັ້ນຜ່າ​ສູນ​ກາງ ຍາ​ວ 30 ​ແມັດ.
“ຈານ​ບິນ” ທີ່ຈ້ອງບັນທຸກນັ້ນ ແມ່ນໜັກກວ່າ 3,000 ກິ​ໂລກຣາມ ປະມານສອງ​ເທົ່າ
ຂອງນ້ຳໜັກ ຍານ​ອະວະກາດ​ຫຸ່ນຍົນ ຂອງອົງການ NASA ທີ່​ສາມາດ​ລົງ​ຈອດ​ຢູ່​ດາວ​ພະອັງຄານ​ໄດ້ ​ໃນ​ປັດຈຸບັນນີ້.

​ ເມື່ອຄ່ຳ​ຄືນຂອງ​ວັນ​ຈັນ​ດຽວກັນນັ້ນ ​ໂຄ​ສົກຍິງ ຂອງອົງການ NASA ​ກ່າວວ່າ ການ​ທົດ​ສອບ​ດັ່ງກ່າວ ລົ້ມ​ແຫລວ ​ໃນ​ເວລາ​ຈ້ອງ​ໄດ້​ປະຕິບັດ​ງານແຕ່​ບໍ່​ໄດ້​ພືອອກຍ້ອນມີລົມເຂົ້າບໍ່ພໍ. ການ​ທົດ​ສອບ​ທີ່ຄ້າຍຄື​ກັນເມື່ອ​ເດືອນ​ມີ​ຖຸນາປີ​ກາຍ​ ກໍ​ໄດ້​ປະສົບ​ກັບ​ຊາຕາກຳແບບ​ດຽວ​ກັນ​ນີ້.

XS
SM
MD
LG