ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ Panetta ເລີ່​ມ​ການ​ຢ້ຽມຢາມ ພາກຕາເວັນອອກກາງ ​ເປັນ​ເວລາ 5 ມື້


ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດທ່ານ Leon Panetta
ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດທ່ານ Leon Panetta

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ Leon Panetta ໄດ້​ເອີ້ນ​ການ​ໂຈມຕີ​ຂອງ​ກໍາ​ລັງ​ຂອງຊີ​ເຣຍ ຕໍ່​ເມືອງ​ Aleppo ທີ່ໃຫຍ່ສຸດ​ຂອງ​ຊີ​ເຣຍນັ້ນວ່າ ​ເທົ່າ​ກັນ​ກັບ​ເປັນ​ການ​ຕອກ​ຕະປູ​ໃສ່​ໂລງ​ສົບ​ຂອງ​ປະທານາທິບໍດີ Bashar al-Assad ເອງ.

ທ່ານ Panetta ​ໄດ້​ກ່າວຢູ່​ເທິງ​ເຮືອບິນໃນ​ລະຫວ່າງການ​ເດີນທາງ​ໄປ Tunisia ​ໃນ​ວັນ​ອາທິດ​ວານ​ນີ້ວ່າ ສິ່ງ​ທີ່​ ທ່ານ Assad ​ໄດ້​ກະທໍາ​ຕໍ່​ປະຊາຊົນຊີ​ເຣຍນັ້ນ ​ໄດ້ເຮັດ​ໃຫ້​ເປັນ​ທີ່ ​ຈະ​ແຈ້ງວ່າ​ ອໍານາດ​ປົກຄອງ​ຂອງ​ທ່ານ​ໄດ້​ສູນເສຍ​ຄວາມ​ຖືກຕ້ອງ​ຊອບ​ທໍາ​ໄປ​ແລ້ວ ​ແລະກໍ​ກໍາລັງຈະ​ຈົບລົງ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ​ໄດ້​ບິນໄປ​ຍັງ​ນະຄອນຫລວງ Tunis ​ໃນ​ວັນ​ອາທິດ​ວານ​ນີ້ ​ເພື່ອ​ເລີ່​ມ​ການ​ຢ້ຽມຢາມ​ເປັນ​ເວລາ 5 ມື້ ​ໃນ Tunisia, Egypt, Israel ​ແລະ Jordan.

ທ່ານ Panetta ​ໄດ້​ກ່າວ​ຊົມ​ເຊີຍປະຊາຊົນ Tunisia ​ສໍາລັບ​ການ​ປະຕິ​ວັດທີ່​ສໍາ​ເລັດ ຜົນຂອງ​ພວກເຂົາ​ເຈົ້າ ​ແລະ​ທ່ານ​ຍັງ​ກ່າວ​ຍົກຍ້ອງ ​ກອງ​ທັບ​ຂອງ Tunisia ທີ່ ​ແຕກ​ຕ່າງ​ຈາກກອງ​ທັບ​ຂອງຊີ​ເຣຍ ​ໄດ້​ດໍາ​ເນີນ​ອັນ​ທີ່​ທ່ານ​ເອີ້ນ​ວ່າ ບົດບາດໃນ​ທາງ​ບວກ​ໃນ​ການ​ປ່ຽນ​ແປງ​ຢູ່​ໃນ​ປະ​ເທດ​ນັ້ນ.

XS
SM
MD
LG