ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການສັງຫານ ກິມ ຈົງ ນາມ ສະທ້ອນ ໃຫ້ເຫັນ ພຽງຢາງ ບໍ່ມີສະຖຽນລະພາບ


ທ່ານພາແນັດຕາ ອະດີດລັດຖະມົນຕີ ປ້ອງກັນປະເທດ ສຫລ
ທ່ານພາແນັດຕາ ອະດີດລັດຖະມົນຕີ ປ້ອງກັນປະເທດ ສຫລ

ໃນ​ອັນທີ່​ປາກົດ​ວ່າ ​ເປັນ​ການ​ລອບ​ສັງຫານ ອ້າຍ​ຕ່າງ​ມານ​ດາ​ ຂອງ​ຜູ້ນຳ​ເກົາຫຼີ​ເໜືອ
ທ່ານ​ກິມຈົງ​ອຸນ ໄດ້​ສະທ້ອນ​ໃຫ້​ເຫັນເຖິງ​ການ​ບໍ່​ມີ​ສະຖຽນ​ລະ​ພາບ​ ແລະ​ຄວາມບໍ່​ແນ່
ນອນ ຢູ່​ໃນ​ຄະນະ​ນຳພາ​ຂອງ​ເກົາຫຼີ​ເໜືອອີງ​ຕາມ​ຄຳ​ເວົ້າຂອງ​ອະດີດ​ລັດຖະມົນຕີ​ກະ
ຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ Leon Panetta.

“ນັ້ນແມ່ນ​ເປັນ​ການ​ຢືນຢັນ​ຕໍ່​ຄວາມ​ສົງ​ໄສ​ທີ່​ຂີ້ຮ້າຍ​ທີ່​ສຸດ​ຂອງ​ພວກ​ເຮົາ​ ກ່ຽວ​ກັບ​ອຳ
ນາດ​ການ​ປົກຄອງຂອງ​ເກົາຫຼີ​ເໜືອ” ທ່ານ Panetta ​ໄດ້ກ່າວ​ຕໍ່​ວີ​ໂອ​ເອ​ ໃນ​ວັນ​ພະ
ຫັດ​ຜ່ານ​ມານີ້ ​ເວລາ​ມີ​ການ​ຂໍ​ຮ້ອງ​ໃຫ້​ທ່ານ​ສະຫລຸບຖ້າ​ຫາກ​ມີ​ການ​ຢືນຢັນ ວ່າ​ພຽງ
​ຢາງ​ເປັນ​ຜູ້​ຮັບຜິດຊອບ​ກ່ຽວ​ກັບ​ເລື່ອງ​ນີ້.

“​ເປັນ​ທີ່​ຈະ​ແຈ້ງ ຜູ້ກ່ຽວ​ແມ່ນ​ບຸກຄົນ​ທີ່​ຈະ​ບໍ່​ມີ​ຄວາມ​ລັງ​ເລ​ໃຈ ​ໃນ​ການ​ສັງຫານ​ຜູ້​ໃດ​
ກໍ​ຕາມ ທີ່​ລາວ​ບໍ່​ມັກ ຫລື​ລາວ​ສົງ​ໄສ​ວ່າ​ບຸກຄົນ​ຜູ້ນັ້ນມີ​ຄວາມ​ເຫັນ​ທີ່​ບໍ່​ສອດຄ່ອງ​ກັບ
​ຜູ້ນຳ” ນັ້ນຄື​ຄຳ​ເວົ້າ ຂອງ​ອະດີດ​ຫົວໜ້າ​ທຳນຽບຫ້າ​ແຈ ທີ່​ໝາຍ​ເຖິງ​ການກວດ​ລ້າງ
​ທີ່​ມີ​ມາ​ຢ່າງ​ຕໍ່​ເນື່ອງ​ຂອງ​ຜູ້ນຳ​ເກົາຫລີ​ເໜືອ ທີ່​ໄດ້​ດຳ​ເນີນ​ການ​ມາ.

ກິມ ຈົງ ນາມ ລູກຊາຍກົກ ຂອງກິມ ຈົງ ອິລ
ກິມ ຈົງ ນາມ ລູກຊາຍກົກ ຂອງກິມ ຈົງ ອິລ

ທ້າວ​ກິມຈົງ​ນາມ ອາຍຸ 45 ປີ ​ໄດ້​ຖືກ​ຂ້າ​ຕາຍ​ໃນ​ວັນ​ທີ 13 ກຸມພາ​ຜ່ານ​ມາ ຫຼັງຈາກ​ມີ
​ການ​ກ່າວ​ຫາ​ວ່າ ຜູ້ກ່ຽວ​ຖືກ​ຢາ​ພິດ​ໂດຍ​ແມ່ຍິງ 2 ຄົນ​ຢູ່​ສະໜາມ​ບິນ​ນາໆຊາດກົວ​ລາ​
ລຳ​ເປີ ປະ​ເທດ​ມາ​ເລ​ເຊຍ. ຕຳຫຼວດມາ​ເລ​ເຊຍກ່າວ​ໃນ​ວັນ​ສຸກ​ວານ​ນີ້ວ່າຢາ​ພິດ​ທີ່​ໃຊ້
​ສັງຫານ​ທ້າວ​ກິມນັ້ນແມ່ນ​ສານພິດ​ທຳລາຍ​ປະສາດ VX ຊຶ່ງ​ໄດ້ຖືກ​ຫ້າມພາຍ​ໃຕ້​ສົນ
ທິສັນຍາ​ອາວຸດ​ເຄມີ ທີ່​ເກົາ​ຫຼີ​ເໜືອ​ບໍ່​ເຄີຍ​ລົງນາມ​ນັ້ນ.

​ຢູ່ໃນ​ອີ​ແມ​ລທີ່​ສົ່ງ​ໃນ​ວັນ​ສຸກ​ວານ​ນີ້ ​ເຈົ້າໜ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດ​ກ່າວ​ຕໍ່​ວີ​ໂອ
​ເອວ່າ ສະຫະລັດ​ແມ່ນ​ເຕັມ​ໃຈ​ສະ​ເໝີທີ່​ຈະ​ຊ່ອຍ​ຄູ່​ຮ່ວມ​ງານໃນ​ການຮ່ວມ​ມືກ່ຽວ​ກັບ
​ການ​ປະຕິບັດ​ກົດໝາຍ ​ເມື່ອ​ເວົ້າ​ເຖິງ​ການ​ດຳ​ເນີນ​ຄວາມ​ພະຍາຍາມຂອງພວກ​ເຮົາ
​ເພື່ອ​ປາບ​ປາມ​ການ​ກໍ່​ອາ​ຊະ​ຍາ​ກຳ​ຂ້າມ​ຊາດແລະ​ສະໜັບສະໜຸນ​ການປົກຄອງ​ດ້ວຍ
​ຕົວ​ບົດ​ກົດໝາຍ.”

North Korea Assassination
please wait

No media source currently available

0:00 0:07:41 0:00

​ໃນ​ຂະນະ​ທີ່​ການ​ສືບສວນ​ພວມ​ດຳ​ເນີນ​ຢູ່​ນີ້ ຕຳຫຼວດ​ໄດ້​ຈັບ​ແມ່ຍິງ​ແລະ​ຄົນ​ສັນຊາດ​
ເກົາຫຼີ​ເໜືອ​ຜູ້​ນຶ່ງ. ພວກ​ເຂົາ​ເຈົ້າກຳລັງ​ຊອກ​ຫາ​ໂຕຊາວ​ເກົາຫຼີ​ເໜືອ​ອີກ 7 ຄົນ ຮວມ
ທັງ​ນັການ​ທູດ​ຄົນ​ນຶ່ງ​ທີ່​ນະຄອນຫຼວງຂອງ​ມາ​ເລ​ເຊຍ ​ເພື່ອ​ສອບ​ປາກຄຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG