ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຮອງປະທານາທິບໍດີ ຊະນະ ການເລືອກຕັ້ງ ຢ່າງບໍ່ນຶກບໍ່ຝັນ ທີ່ປານາມາ (ວີດີໂອ)


PANAMA ELECTION VOSOT
please wait
Embed

No media source currently available

0:00 0:01:23 0:00

ເບິ່ງວີດີໂອເລື້ອງນີ້

ຮອງ​ປະທານາທິບໍດີ​ປາ​ນາມາ ​ໄດ້​ຮັບ​ໄຊຊະນະ​ຢ່າງ​ບໍ່​ນຶກ
​ບໍ່​ຝັນ ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ.

ທ່ານ Juan Carlos Varela ທີ່​ໄດ້ເອົາໂຕອອກ​ຫ່າງ​ ຈາກ​
ປະທາ ນາທິບໍດີ Ricardo Martinelli ທາງ​ດ້ານ​ການ​ເມືອງ​
ໄດ້​ຖືກ​ປະກາດໃຫ້ເປັນ​ຜູ້​ຊະນະ​ການ​ເລືອກ​ຕັ້ງປະທານາທິບໍດີ
​ ໃນ​ວັນ​ອາທິດ​ວານ​ນີ້.

ວັນ​ປ່ອນ​ບັດ​ເລືອກ​ຕັ້ງ​ໄດ້​ເລີ້ມ​ຂຶ້ນ​ ພ້ອມ​ກັບ​ຜົນ​ການ​ຢັ່ງ​ຫາງ​
ສຽງຫຼາຍໆບັ້ນ ທີ່​ຊີ້​ໃຫ້​ເຫັນ​ການ​ແຂ່ງຂັນ​ທີ່​ສູ​ສີ​ກັນ​ໃນ​ບັນດາ
​ຜູ້​ສະມັກ3 ຄົນທຳ​ອິດ​ທີ່​ໄດ້​ຄະແນນ​ສູງ​ສຸດ. ​ແຕ່ບໍ່​ມີ​ການ​ຢັ່ງ​
ສຽງ​ອັນ​ໃດ​ ​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ Valera ​ມີຄະ​ແນນນຳ​ໜ້າ. ທ່ານ Valeraໄວ 50 ປີ​ ​ເປັນທາຍາດ​ຂອງຄອບຄົວນຶ່ງ ທີ່​ຮັ່ງມີ​ທີ່​ສຸດຂອງ​ປາ​ນາມາ.

ການ​ຢັ່ງ​ສຽງ​ສ່ວນ​ຫຼາຍ ສະ​ແດງ​ວ່າ ທ່ານ Jose Domingo Arias ລັດຖະມົນຕີກະຊວງ
​ເຄຫາ​ສະຖານ​ມີ​ຄະ​ແນນ​ນຳ​ໜ້າ​ເລັກ​ນ້ອຍ. ທ່ານ Arias ​ເປັນ​ຜູ້​ທີ່​ປະທານາທິບໍດີເລືອກ​
ເອົາ​ໃຫ້​ເປັນ​ຜູ້​ຂຶ້ນ​ດຳລົງ​ຕຳ​ແໜ່​ງ​ແທນ​ທ່ານ​. ຜູ້​ສະມັກ​ແຂ່ງຂັນ​ເປັນ​ຮອງປະທານາທິບໍດີ​
ກັບ​ທ່ານ Arias ແມ່ນ​ພັນ​ລະ​ຍາ ​ຂອງ​ປະທານາທິບໍດີ Martinelli ​ເອງ.

ຜູ້​ສະມັກ​ລະດັບ​ສູງ​ອີກ​ຄົນ​ນຶ່ງ​ແມ່ນ ທ່ານ Juan Carlos Navarro ອະດີດ​ເຈົ້າ​ຄອງ
​ກຳ​ແພງ​ນະຄອນຫລວງ Panama City.
XS
SM
MD
LG