ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເອກກະສານ ປານາມາ ເຮັດໃຫ້ ເກີດຄວາມສົນໃຈ ຄັ້ງໃໝ່ ກັບພວກທີ່ ຫຼົບຫຼີກພາສີ


Panama Papers Go Online
please wait

No media source currently available

0:00 0:01:44 0:00

ອັນ​ທີ່​ຮ້ອງ​ກັນ​ວ່າ ຂ່າວ​ນອງ​ນັນ​ກ່ຽວ​ກັບເອກ​ກະສາ​ນປາ​ນາມາ ທີ່​ໄດ້ລະເບີດ​ຂຶ້ນໃນ​ເດືອນ ແລ້ວ​ນີ້ ​ເຮັດໃຫ້​ເກີດ​ຄວາມສົນໃຈ​ຂຶ້ນ​ມາໃໝ່​ອີກ ​ໃນ​ຂະນະ​ທີ່ຂໍ້​ມູນຂະໜາດໃຫຍ່​ຂອງ ເອກ​ ກະສາ​ນທີ່ພົວພັນ​ກັບ​ບັນດາ​ນັກ​ການ​ເມືອງ​ທີ່​ຮັ່ງ​ມີ ​ແລະ​ບັນດາ​ຜູ້​ມີ​ຊື່​ສຽງ​ພາກັນ​ຝາກ​ ເງິນ​ໄວ້​ຢູ່​ຕ່າ​ງປະ​ເທດ ຍ້ອນ​ບໍ່​ຢາກເສຍ​ພາສີ ​ບັດ​ນີ້​ໄດ້ຖືກ​ເຜີ​ຍ ຢູ່​ອິນ​ເຕີ​ແນັດ. ບັນດາເອກ​ກະສາ​ນ​ເຫລົ່າ​ນີ້​ໃຫ້ການ​ຢືນຢັນຕໍ່ ອັນ​ທີ່​ມີ​ການສົງ​ໄສ​ມາ​ດົນ​ນານ​ແລ້ວ ທີ່ວ່າ​ພວກຮັ່ງມີໃນ ທົ່ວ​ໂລກ ​ພາກັນ​ໃຊ້ບັນ ດາ​ບໍລິສັດ ເພື່ອ​ຫລີກລ່ຽ​ງການ​ເສຍ​ພາສີໃນ​ຄວາມຮັ່ງມີ​ຂອງເຂົາ ​ເຈົ້າ. ຂໍ້​ມູນ​ດັ່ງກ່າວ​ແມ່ນ​ຮວມທັງ​ບັນຊີໃນ​ຕ່າງປະ​ເທດ 200,000 ກວ່າບັນຊີ ທີ່​ບໍລິຫານ​ ງານ ​ໂດຍ​ບໍລິສັດທະນາຍຄວາມ Mossack ​ແລະ Fonseca ຂອງ​ປາ​ນາມາ ​ໄດ້​ຖືກ​ພິມ​ ເຜີຍ​ແຜ່​ທາງ​ອິນ​ເຕີ​ແນັດ​ໃນ​ວັນ​ຈັນ​ອາທິດແລ້ວ​ນີ້ ​ໂດຍພວກ​ນັກ​ຂ່າວສືບ ສວນສາກົນ ​ຫລື ICIJ. Zlatica Hoke ມີ​ລາຍ​ງານ ​ຊຶ່ງກິ່ງ​ສະຫວັນ ຈະ​ນຳ​ມາສະ​ເໜີ​ທ່ານ.

ລິງໂດຍກົງ

ການ​ພິມ​ເຜີຍ​ແຜ່ຂໍ້ມູນ ​ເພື່ອ​ໃຫ້ສາທາລະນະຊົທົ່ວໄປຮູ້ຈັກເລື້​ງນຳນັ້ນມີ​ທ່າທາງ​ວ່າ ອາດຈະພາ​ໃຫ້​ເກີດ​ຄວາມ​ວຸ້ນວາຍ​ເພີ້​ມຂຶ້ນກ່ອນການ​ເປີດ​ເຜີຍເທື່ອ ທຳອິດ. ປະຊາຊົນ ຢູ່​ໃນທົ່ວ​ໂລກ ຈະສາມາດຄົ້ນຫາຂໍ້ມູນນີ້ ກ່ຽວ​ກັບບັນຊີ​ເງິນ ​ຝາກຢູ່ຕ່າງປະເທດທີ່ພົວພັນ
ກັບຫຼາຍກວ່າ 200 ປະເທດແລະດິນແດນຕ່າງໆ.

ຍານາງ Marina Walker Guevara ຮອງຫົວໜ້າ ICIJ ກ່າວວ່າ “ຂ້າພະ ເຈົ້າຄິດວ່າ ສິ່ງ​ທີ່​ໜ້າ​ປະ​ທັບ​ໃຈທີ່ສຸດກໍຄື ພວກເຮົາໄດ້ມອບອຳນາດຄືນສູ່ກຳມື ຂອງປະຊາຊົນ.”

ລາຍງານໃນເດືອນແລ້ວນີ້ ກ່ຽວກັບບັນຊີເງິນຝາກຢູ່ຕ່າງປະເທດ ໄດ້ເຮັດສ້າງ ຄວາມອັບ ອາຍ ຂາຍໜ້າ ​ໃຫ້ແກ່ບັນດາຜູ້ນຳການເມືອງຫລາຍໆທ່ານ ຮວມທັນາຍົກລັດຖະມົນຕີອັງ
ກິດ ທ່ານ David Cameron ແລະປະທານາທິບໍດີຣັດ ເຊຍ ທ່ານ Vladimir Putin ແລະ ເຮັດໃຫ້ ພວກເຈົ້າໜ້າທີ່ຂັ້ນສູງໃນປະເທດ Iceland ແລະ Spain ຕົກຈາກຕຳແໜ່ງ. ບັນ ດານັກຂ່າວສືບສວນ ບັດນີ້ໄດ້ ຮຽກຮ້ອງໃຫ້ຜູ້ຄົນຢູ່​ໃນທົ່ວໂລກ ພາກັນ​ເຂົ້າ​ມາພົວພັນ ໃນ ຄວາມພະຍາຍາມ ​ເພື່ອປັບປຸງການເງິນຢູ່ທົ່ວໂລກໃຫ້ມີ​ຄວາມ​ໂປ່​ງ​ໃສ.

ຍານາງ Guevara ກ່າວວ່າ “ເພາະສະນັ້ນ ບອກໃຫ້ພວກເຮົາຮູ້ ຄືດັ່ງບັນດາ ປະເທດ ບ່ອນທີ່ພວກເຮົາບໍ່ມີໂອກາດເຮັດວຽກ ແລະມີອີກຫລາຍໆປະ​ເທດ ທີ່ ພວກເຮົາພາດ​ໄປ?

ບໍລິສັດທະນາຍຄວາມ ທີ່​ມີ​ສຳນັກງານ​ຢູ່ປານາມາ ແລະບັນດາລາຍຊື່ລູກຄ້າຢູ່ ໃນເອກກະ ສານປານາມານັ້ນ ໄດ້ພາກັນປະຕິເສດວ່າ ​ຕົນ​ບໍ່​ໄດ້​ກະທຳຜິດຫຍັງ​. ບ່ອນຫລົບ​ລີ້ບໍ່​ເສຍ ພາສີ ບໍ່​ໄດ້ຜິດກົດໝາຍ ແຕ່ວ່າເປັນໄພອັນຕະລາຍ ເພາະ ວ່າມັນເຮັດໃຫ້ຄົນຮັ່ງມີ ຫລີກ ລ່ຽງບໍ່ຈ່າຍຄ່າພາສີ ໃນສ່ວນຂອງເຂົາເຈົ້າ ແລະ ເຮັດໃຫ້ພວກ​ທີ່​ມີ​ລາຍໄດ້ປານກາງ ແລະ ລາຍໄດ້ຕໍ່າ ​ເປັນ​ຜູ້​ຮັບຜິດຊອບ​ຫລາຍ​ຂຶ້ນ. ບັນດານັກເສດຖະສາດ 300 ຮ້ອຍຄົນພາກັນ ເຊັນໜັງສືໃນວັນຈັນແລ້ວນີ້ ຮຽກຮ້ອງໃຫ້ບັນດາຜູ້ນຳຂອງໂລກ ລົບລ້າງບ່ອນຫລົບຫລີກ ພາສີໂດຍກ່າວວ່າ ມັນພາ​ໃຫ້​ເກີດ​ຄວາມ​ບໍ່​ສະ​ເໝີ​ພາບ ແລະເປັນໄພອັນຕະລາຍຕໍ່ ເສດຖະກິດໂລກ.

ຍານາງ Guevara ກ່າວວ່າ “ບ່ອນຫລົບ​ລີ້ພາສີທີ່ລຶກລັບມັກຈະຖືກ​ໄປ​ໃນ​ທາງທີ່​ບໍ່​ຖືກ ຕ້ອງ​ເລື້ອຍໆແລະບັນດາບໍລິສັດ​ທີ່​ຕັ້ງຂຶ້ນ ບັນດາບໍລິສັດທີ່​ບໍ່​ບອກ​ຊື່​ແມ່ນ ໃຊ້ສຳລັບ​ກໍ່​ ອາ​ຊະ​ຍາ​ກຳ​ຕ່າງໆ ນັບ​ແຕ່ການຟອກເງິນ ຕະຫລອດ​ທັງການຄ້າຢາເສບຕິດ ການຄ້າ ອາວຸດ ແລະການສໍ້​ໂກງທີ່ຮ້າຍແຮງ.”

ຂໍ້​ມູນລາຍລະອຽດສາມາດຄົ້ນຫາໄດ້ ໂດຍຊຶ່ຂອງປະເທດ ທີ່ຢູ່ ແລະອື່ນໆອີກ. ຂໍ້​ມູນທີ່ ສຳຄັນໆ ເຊັນວ່າບັນຊີທະນາຄານ ແລະຊື່​ຂອງ​ບຸກຄົນນັ້ນ ບໍ່ສາມາດ ຊອກຄົນຫາໄດ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG